ທີ່ການສົນທະນາທາງໄກ, ທ່ານພົນເອກ ໂງຊວນລິກ ໄດ້ສະແດງຄວາມຍິນດີຊົມເຊີຍຕໍ່ທ່ານ Kishi Nobuo ທີ່ໄດ້ແຕ່ງຕັ້ງເປັນລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ; ທ່ານພົນເອກ ໂງຊວນລິກ ຫວັງວ່າໃນຖານະຕໍາແໜ່ງວຽກງານໃໝ່, ທ່ານ Kishi Nobuo ຈະມີບັນດາການປະກອບສ່ວນທີ່ສໍາຄັນ, ປະກອບສ່ວນຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດໃຫ້ສືບຕໍ່ພັດທະນາ, ນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ, ແທດຈິງໃນໄລຍະຈະມາເຖິງ.

leftcenterrightdel
ທ່ານພົນເອກ ໂງຊວນລິກ ເປັນປະທານການສົນທະນາທາງໄກຢູ່ຮ່າໂນ້ຍ. ພາບ: ວັນຮ໊ຽວ.

ລັດຖະມົນຕີສອງທ່ານ ໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການສາກົນ, ພາກພື້ນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ; ວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ຢູ່ແຕ່ລະປະເທດ, ໃນນັ້ນໄດ້ຕີລາຄາສູງຕໍ່ເລື່ອງນັກຊ່ຽວຊານແພດທະຫານສອງປະເທດໄດ້ແລກປ່ຽນວິຊາສະເພາະ, ແບ່ງປັນບົດຮຽນໃນການຮັບມືກັບໂລກລະບາດຢ່າງທັນການ. ລັດຖະມົນຕີສອງທ່ານໄດ້ເຫັນດີເປັນເອກະພາບຜັນຂະຫຍາຍບັນດາເນື້ອໃນຮ່ວມມືດ້ານປ້ອງກັນຊາດສອງຝ່າຍພາຍຫຼັງພະຍາດໂຄວິດ-19 ໄດ້ຮັບການຄວບຄຸມ, ສືບຕໍ່ເອົາໃຈໃສ່ຕໍ່ການຮ່ວມມືໃນຂົງເຂດບໍາລຸງກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ, ເສນາຮັກ, ຮັກສາສັນຕິພາບ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ແລະບັນດາບັນຫາຮ່ວມມືອື່ນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈໂດຍໄວ.

leftcenterrightdel
ບັນຍາກາດທີ່ການສົນທະນາທາງໄກ. ພາບ: ວັນຮ໊ຽວ. 

ເນື່ອງໃນໂອກາດນີ້, ທ່ານພົນເອກ ໂງຊວນລິກ ໄດ້ຂອບອົກຂອບໃຈລັດຖະບານ ແລະກະຊວງປ້ອງກັນປະເທດຍີ່ປຸ່ນ ທີ່ໄດ້ສະໜັບສະໜູນ, ສົມທົບກັນຢ່າງມີປະສິດທິຜົນໃນປີຫວຽດນາມ ເປັນປະທານອາຊຽນ 2020, ພິເສດແມ່ນໃນຂອບເຂດກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດອາຊຽນ ເປີດກວ້າງ (ADMM+). ທ່ານພົນເອກ ໂງຊວນລິກ ໄດ້ເຊີນທ່ານ Kishi Nobuo ເຂົ້າຮ່ວມກອງປະຊຸມ ADMM+ ເຊິ່ງຈະດໍາເນີນໃນລະຫວ່າງວັນທີ 9-11 ທັນວາ 2020 ຜ່ານລະບົບທາງໄກ. ທ່ານ Kishi Nobuo ກໍ່ໄດ້ຕົກລົງຮັບຄໍາເຊີນຂອງທ່ານພົນເອກ ໂງຊວນລິກ, ພ້ອມທັງສະແດງຄວາມຂອບອົກຂອບໃຈຝ່າຍຫວຽດນາມ ທີ່ໄດ້ເອົາໃຈໃສ່, ສ້າງເງື່ອນໄຂສະດວກໃຫ້ແກ່ກອງເຮືອຂອງກໍາລັງປ້ອງກັນຕົວບົນທະເລຂອງຍີ່ປຸ່ນ ໄດ້ເຂົ້າທຽບທ່າກໍາປັ່ນສາກົນກາມແຣງ ເພື່ອເຮັດວຽກງານພະລາທິການ-ເຕັກນິກ.

ໂດຍ: ເກື່ອງດັ້ງ