leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ແລກປ່ຽນກັບທ່ານ Pranay Verma ເອກອັກຄະລັດຖະທູດອິນເດຍ. ພາບ: ວັນຮ໊ຽວ.

ທີ່ການຕ້ອນຮັບ, ທ່ານພົນໂທ ຮວ່າງຊວນຈ໊ຽນ ໄດ້ເນັ້ນໜັກວ່າ, ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ-ອິນເດຍ ໃນໄລຍະຜ່ານມາໄດ້ຮັບການພັດທະນາອັນດີງາມ, ຜ່ານນັ້ນ, ປະກອບສ່ວນສຳຄັນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມວັດທະນາຖາວອນລວມຂອງພາກພື້ນ.

ທ່ານພົນໂທ ຮວ່າງຊວນຈ໊ຽນ ໃຫ້ຂໍ້ສັງເກດວ່າ, ການຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ ແລະອິນເດຍ ໃນຊຸມປີມໍ່ໆມານີ້ໄດ້ຮັບການເປີດກວ້າງ, ເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ ແລະນັບມື້ນັບນໍາມາເຊິ່ງປະສິດທິຜົນຢ່າງແທດຈິງ. ສອງຝ່າຍໄດ້ຕັ້ງໜ້າຜັນຂະຫຍາຍເນື້ອໃນການຮ່ວມມືຕາມບັນດາຂໍ້ຕົກລົງຂອງການນໍາຂັ້ນສູງສອງປະເທດ, ສອງກະຊວງປ້ອງກັນປະເທດຢ່າງເຂັ້ມງວດ, ໃນນັ້ນ ມີຖະແຫຼງການວິໄສທັດຮ່ວມກ່ຽວກັບການພົວພັນດ້ານປ້ອງກັນຊາດຫວຽດນາມ-ອິນເດຍ ໄລຍະ 2015-2020.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ມອບຂອງຂວັນເປັນທີ່ລະນຶກໃຫ້ທ່ານ Pranay Verma ເອກອັກຄະລັດຖະທູດອິນເດຍ. ພາບ: ວັນຮ໊ຽວ.

ສ່ວນທ່ານ Pranay Verma ກໍ່ໄດ້ຊົມເຊີຍຫວຽດນາມ ປະສົບຜົນສຳເລັດໃນການຮັບມືກັບພະຍາດໂຄວິດ-19; ພ້ອມທັງເຫັນຫີເປັນເອກະພາບສືບຕໍ່ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃນບັນດາຂົງເຂດ, ຄື: ອຸດສາຫະກໍາປ້ອງກັນຊາດ, ຄວາມໝັ້ນຄົງທາງທະເລ, ຮັກສາສັນຕິພາບ ສປຊ, ສະໜັບສະໜູນເຊິ່ງກັນ ແລະກັນທີ່ບັນດາເວທີປາໄສຫຼາຍຝ່າຍ...

ໂດຍ: ທູຈາງ