ທີ່ກອງປະຊຸມ, ຜູ້ຕາງໜ້າບັນດາອົງການ, ກົມກອງທີ່ກ່ຽວຂ້ອງໄດ້ລາຍງານ, ປຶກສາຫາລືແຜນການປະຕິບັດວຽກງານກະກຽມຈັດຕັ້ງບັນດາການເຄື່ອນໄຫວພົວພັນຕ່າງປະເທດດ້ານປ້ອງກັນຊາດສອງຝ່າຍ ແລະຫຼາຍຝ່າຍນັບແຕ່ນີ້ຮອດທ້າຍປີ 2020, ຈຸດສຸມແມ່ນບັນດາການເຄື່ອນໄຫວພົວພັນຕ່າງປະເທດດ້ານປ້ອງກັນຊາດຂອງລັດຖະມົນຕີກະຊວງປ້ອງກັນປະເທດ ແລະຫົວໜ້າກົມໃຫຍ່ການເມືອງ; ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ (ADMM – 14) ຄັ້ງທີ 14 , ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນເປີດກວ້າງ (ADMM+) ຄັ້ງທີ 7 ແລະພິທີສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງ ADMM+ ຈະຈັດຕັ້ງຜ່ານລະບົບທາງໄກໃນ 2 ອາທິດຕົ້ນເດືອນ ທັນວາ 2020.

leftcenterrightdel
ທ່ານພົນໂທ ຫງວຽນຈິວິ້ງ ແລະທ່ານພົນໂທ ຮວ່າງຊວນຈ໊ຽນ ເປັນປະທານຮ່ວມກອງປະຊຸມ. ພາບ: qdnd.vn.

ທ່ານພົນໂທ ຫງວຽນຈິວິ້ງ ແລະທ່ານພົນໂທ ຮວ່າງຊວນຈ໊ຽນ ຮຽກຮ້ອງບັນດາອົງການ, ກົມກອງທີ່ກ່ຽວຂ້ອງຂອງກະຊວງປ້ອງກັນປະເທດຍົກສູງຄວາມຕັດສິນໃຈຈັດຕັ້ງບັນດາການເຄື່ອນໄຫວພົວພັນຕ່າງປະເທດດ້ານປ້ອງກັນຊາດນັບແຕ່ນີ້ຮອດທ້າຍປີ 2020 ຢ່າງຄົບຖ້ວນ, ເຖິງວ່າຈະຈັດຕັ້ງຜ່ານລະບົບທາງໄກ ຫຼື ໂດຍກົງກໍ່ຕາມ, ດ້ວຍຄວາມມານະພະຍາຍາມສູງສຸດ. ທ່ານພົນໂທ ຫງວຽນຈິວິ້ງ ແລະທ່ານພົນໂທ ຮວ່າງຊວນຈ໊ຽນ ກໍ່ຮຽກຮ້ອງເອົາໃຈໃສ່ຍູ້ແຮງວຽກງານໂຄສະນາດ້ວຍຫຼາຍຮູບແບບທີ່ແຕກຕ່າງກັນ, ພ້ອມກັນນັ້ນ ວຽກງານຈັດຕັ້ງກໍ່ຕ້ອງເອົາໃຈໃສ່ເຖິງການປ້ອງກັນ, ຕ້ານພະຍາດໂຄວິດ-19,  ຮັບປະກັນຄວາມລອບຄອບຖີ່ຖ້ວນ, ສົມກຽດ, ປອດໄພ ແລະສະແດງໃຫ້ເຫັນສີສັນວັດທະນະທຳຂອງຊາດຫວຽດນາມ ຢ່າງຈະແຈ້ງ.

ໂດຍ: ທະນາພອນ