ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ດໍາເນີນການລົງຄະແນນສຽງເພື່ອເລືອກເອົາຄະນະບໍລິຫານງານ CISM ອາຊີ ລວມມີສະມາຊິກສອງທ່ານ ນັ້ນແມ່ນທ່ານພັນເອກພິເສດ Zakariya Kanat, ຮັບຜິດຊອບ CISM ກອງທັບຊີຣີ ແລະທ່ານ Yoon Moon Hak ຮັບຜິດຊອບ CISM ກອງທັບ ສ.ເກົາຫຼີ. ບັນດາປະເທດກໍ່ຕົກລົງກັນເລືອກເອົາ ໂອມານ, ກາຕາ, ຊີຣີ ແລະບາເຣນ ຕາງໜ້າໃຫ້ CISM ອາຊີ ໄປເຂົ້າຮ່ວມຮອບຄັດເລືອກການແຂ່ງຂັນຊີງຊະນະເລີດບານເຕະ CISM ໂລກ ປີ 2021.

leftcenterrightdel
ທ່ານພັນເອກພິເສດ ບຸ່ຍຮົ່ງກວາງ ຫົວໜ້າຄະນະຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມທາງໄກຢູ່ສະຖານທີ່ເຊື່ອມຕໍ່ຮ່າໂນ້ຍ. ພາບ: ວັນຮ໊ຽວ.

ໃນແຜນການດໍາເນີນງານຂອງກອງປະຊຸມ, ທ່ານພັນເອກພິເສດ Wang Yijiang ຮອງປະທານ CISM ອາຊີ, ໄດ້ລາຍງານໂດຍສັງເຂບບັນດາການເຄື່ອນໄຫວຂອງອາຊີ ໃນປີ 2020; ພ້ອມທັງເນັ້ນໜັກວ່າໃນສະພາບພະຍາດໂຄວິດ-19 ແຜ່ລະບາດ ແລະກໍາລັງມີການຜັນແປສັບສົນ, ຫຼາຍລາຍການ ເຊິ່ງ CISM ອາຊີ ຂຶ້ນແຜນໃຫ້ປີນີ້ ແມ່ນໄດ້ຍົກເລີກ ແລະເລື່ອນໄປຈັດຕັ້ງໃນປີໜ້າ.

ໝາກຜົນຂອງກອງປະຊຸມ CISM ອາຊີ ຈະໄດ້ສັງລວມ, ລາຍງານຢູ່ກອງປະຊຸມທາງໄກ CISM ຄັ້ງທີ 75, ຄາດຄະເນວ່າຈະດໍາເນີນໃນຕອນຄໍ່າ ວັນທີ 22 ຕຸລາ 2020 ຕາມເວລາຫວຽດນາມ.

ໂດຍ: ເກື່ອງດັ້ງ