ຂໍສະແດງຄວາມຮັກແພງສົ່ງເຖິງຄອບຄົວບັນດາສະຫາຍພະນັກງານ, ນັກຮົບຄະນະເສດຖະກິດ-ປ້ອງກັນຊາດ 337, ທະຫານເຂດ 4 ທີ່ເສຍສະຫຼະຊີວິດໃນການປະຕິບັດໜ້າທີ່ປ້ອງກັນ, ຕ້ານ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພພິບັດທາງທໍາມະຊາດ!

ຕອນເຊົ້າວັນທີ 18 ຕຸລາ 2020, ໃນບໍລິເວນຕາແສງເຮື໊ອງຟຸ່ງ, ເມືອງເຮື໊ອງຮວ໊າ, ແຂວງກວ໋າງຈິ ໄດ້ເກີດເຫດດິນເຊາະເຈື່ອນຢ່າງໜັກໜ່ວງ, ເຮັດໃຫ້ພະນັກງານ, ນັກຮົບຄະນະເສດຖະກິດ-ປ້ອງກັນຊາດ 337, ທະຫານເຂດ 4 ຖືກເສຍສະຫຼະຊີວິດໃນຂະນະທີ່ປະຕິບັດໜ້າທີ່ປ້ອງກັນ, ຕ້ານ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພພິບັດທາງທໍາມະຊາດ. ນີ້ແມ່ນການເສຍສະຫຼະອັນໃຫຍ່ຫຼວງ, ສ້າງຄວາມໂສກເສົ້າເສຍດາຍຕໍ່ພະນັກງານ, ນັກຮົບໃນທົ່ວກອງທັບ ແລະທົ່ວປວງຊົນ; ພ້ອມທັງແມ່ນຄວາມເຈັບປວດ, ການສູນເສຍທີ່ບໍ່ສາມາດທົດແທນໄດ້ຂອງຄອບຄົວ ແລະຍາດຕິພີ່ນ້ອງບັນດາສະຫາຍທີ່ເສຍສະຫຼະຊີວິດ.

ຕາງໜ້າໃຫ້ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ຂ້າພະເຈົ້າ ຂໍສົ່ງຄໍາຢ້ຽມຢາມຖາມຂ່າວ ແລະແບ່ງປັນຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງ ມາຍັງຄອບຄົວບັນດາພະນັກງານ, ນັກຮົບທີ່ເສຍສະຫຼະຊີວິດ; ຫວັງວ່າ ບັນດາຄອບຄົວ, ຍາດຕິພີ່ນ້ອງຈະອົດທົນຕໍ່ຄວາມເຈັບປວດທຸກໂສກ, ການສູນເສຍ, ຮ່ວມແຮງຮ່ວມໃຈຜ່ານຜ່າພາຍຸນໍ້າຖ້ວມ, ດຳລົງຊີວິດໃຫ້ເປັນປົກກະຕິໂດຍໄວ, ສືບຕໍ່ປະກອບສ່ວນເຫື່ອແຮງເພື່ອສ້າງສາບ້ານເກີດເມືອງນອນ, ປະເທດຊາດ.

ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ໄດ້ຮັບຮູ້ຜົນງານ, ການເສຍສະຫຼະອັນໃຫຍ່ຫຼວງຂອງ 22 ສະຫາຍ-ເຊິ່ງແມ່ນບັນດາພະນັກງານ, ນັກຮົບທີ່ອົງອາດກ້າຫານ, ກຽມພ້ອມຊ່ວຍເຫຼືອພໍ່ແມ່ປະຊາຊົນຢູ່ເຂດຫ່າງໄກສອກຫຼີກ, ເຂດຊາຍແດນ ເພື່ອປະຕິບັດໜ້າທີ່ໃນເງື່ອນໄຂທີ່ຫຍຸ້ງຍາກລໍາບາກ, ອັນຕະລາຍ. ພະນັກງານ, ນັກຮົບທົ່ວກອງທັບສະໝັກໃຈຮໍ່າຮຽນ, ປະຕິບັດຕາມແບບຢ່າງການເສຍສະຫຼະຢ່າງອົງອາດກ້າຫານຂອງບັນດາສະຫາຍ, ຍົກສູງເຈດຈໍານົງ, ຄວາມຕັດສິນໃຈ, ສືບຕໍ່ຄຽງບ່າຄຽງໄຫຼ່, ຮ່ວມແຮງຮ່ວມໃຈພ້ອມກັບພໍ່ແມ່ປະຊາຊົນພາກກາງ ແລະປະຊາຊົນໃນທົ່ວປະເທດ ຜ່ານຜ່າໄລຍະພົບກັບຄວາມຫຍຸ້ງຍາກນີ້ໄປໃຫ້ໄດ້; ຕັ້ງໜ້າປ້ອງກັນ, ຕ້ານໄພພິບັດທາງທໍາມະຊາດ, ຊອກຫາ, ກູ້ຊີບ-ກູ້ໄພ, ຮັບປະກັນຄວາມປອດໄພທາງດ້ານຊີວິດ, ຊັບສິນ ແລະຊີວິດການເປັນຢູ່ທີ່ສະຫງົບສຸກຂອງປະຊາຊົນ; ສົມກັບຄວາມເຊື່ອໝັ້ນຮັກແພງຂອງພັກ, ລັດ ແລະປະຊາຊົນ.

ດ້ວຍຄວາມຮັກແພງ!

ໂດຍ: ທະນາພອນ