leftcenterrightdel
ລາຍງານສະແດງສິລະປະຂໍ່ານັບຮັບຕ້ອນຢູ່ທີ່ງານພົບປະສັງສັນ. ພາບ: qdnd.vn.
leftcenterrightdel
 
leftcenterrightdel
 
leftcenterrightdel
 
leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມງານພົບປະສັງສັນ. ພາບ: qdnd.vn.

ທີ່ງານພົບປະສັງສັນ, ຕາງໜ້າຄະນະພັກ, ຄະນະບັນນາທິການ, ທ່ານພັນເອກພິເສດ ດວ່ານຊວນໂບະ, ຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນຫວຽດນາມ ໄດ້ສົ່ງຄຳອວຍພອນຈົ່ງມີສຸຂະພາບແຂງແຮງ, ສະຫງົບສຸກ, ຄວາມຜາສຸກມາຍັງບັນດາຫົວໜ້າ, ພະນັກງານ, ພາລະກອນຂອງໜັງສືພິມທີ່ໄດ້ຮ່ວມແຮງຮ່ວມໃຈກັນສ້າງເປັນມູນເຊື້ອ, ເຄື່ອງໝາຍການຄ້າຂອງໜັງສືພິມກອງທັບປະຊາຊົນ-ໜັງສືພິມຂອງພັກໃນກໍາລັງປະກອບອາວຸດ, ທີ່ໄດ້ຮັບບັນດາລາງວັນອັນສູງສົ່ງທີ່ສຸດຂອງພັກ, ລັດ, ຄື: ຫຼຽນໄຊດາວຄໍາ, ຫຼຽນໄຊໂຮ່ຈີມິນ, ຫຼຽນໄຊຄວາມດີຄວາມຊອບ, ຫຼຽນໄຊປົກປັກຮັກສາປະເທດຊາດ; ສອງເທື່ອໄດ້ຮັບນາມມະຍົດກົມກອງວິລະຊົນ ແລະກົງກັບເວລາສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອ, ໜັງສືພິມກອງທັບປະຊາຊົນ ໄດ້ຮັບຫຼຽນໄຊອິດສະຫຼະຈາກພັກ, ລັດ.

leftcenterrightdel
ທ່ານພັນເອກພິເສດ ໂດ໋ຟູ໊ເທາະ ມອບດອກໄມ້ໃຫ້ບັນດານັກສິລະປະ. ພາບ: qdnd.vn.

ຕາມທ່ານພັນເອກພິເສດ ດວ່ານຊວນໂບະ ແລ້ວ, ໃນຈໍານວນອົງການສື່ມວນຊົນເກືອບ 1.000 ແຫ່ງ ແລະສື່ສິ່ງພິມຂອງປະເທດເກືອບ 1.500 ຢ່າງ, ຫາຍາກທີ່ຈະມີອົງການສື່ມວນຊົນໃດທີ່ມີປະຫວັດສາດ ແລະທີ່ຕັ້ງພິເສດຄືດັ່ງໜັງສືພິມກອງທັບປະຊາຊົນ. ຖ້ານັບແຕ່ຕົ້ນກຳເນີດຂອງໜັງສືພິມ ສຽງປືນ ໃນປ່າດົງຕຶບໜາເຈິ່ນຮືງດ້າວຂອງເຈົາງວຽນບິ່ງ, ແຂວງກາວບັ່ງ ໃນທ້າຍປີ 1944 ນັ້ນ ໜັງສືພິມກອງທັບປະຊາຊົນ ມີອາຍຸໄດ້ 76 ປີ ແລ້ວ. ຜ່ານຄວາມສະຫງ່າອົງອາດ ແລະທຸກຍາກອຶດຢາກມາບໍ່ຈັກວ່າເທົ່າໃດຈາກໜັງສືພິມ ສຽງປືນ ຈົນເຖິງ ດາວຄໍາ, ໄຊຊະນະ, ກອງທັບປົກປັກຮັກສາປະເທດຊາດ, ທະຫານລາດ, ແລ້ວມາຮອດວັນທີ 20 ຕຸລາ 1950, ໄດ້ສ້າງໜ້າປະຫວັດສາດ, ໜັງສືພິມກອງທັບປະຊາຊົນໄດ້ຮັບການກຳເນີດ. ລຸງໂຮ່  ເປັນຜູ້ຕັ້ງຊື່ໃຫ້ໜັງສືພິມ ແລະເອົາໃຈໃສ່ຕັກເຕືອນເລີ່ມແຕ່ຊຸມວັນທໍາອິດ, ໜັງສືພິມໄດ້ເຕີບໂຕພ້ອມກັບການເຕີບໃຫຍ່ເຂັ້ມແຂງຂອງກອງທັບເຮົາຢ່າງວ່ອງໄວ.

ໃນຕະຫຼອດໄລຍະການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝະລັ່ງ ແລະຈັກກະພັດອາເມລິກາ, ໜັງສືພິມກອງທັບປະຊາຊົນແມ່ນໜຶ່ງເຫຼົ່າຮົບພິເສດ, ປະກອບສ່ວນສໍາຄັນເຂົ້າໃນການຫັນປ່ຽນກໍາລັງແຮງດ້ານຈິດໃຈໃຫ້ກາຍເປັນກໍາລັງແຮງດ້ານວັດຖຸທັງຢູ່ແນວໜ້າ ແລະແນວຫຼັງ; ໃນຊຸມເດືອນປີທີ່ບໍ່ສາມາດຫຼົງລືມໄດ້ນັ້ນ, ໜັງສືພິມຂອງພວກເຮົາກໍ່ແມ່ນສິນຄ້າພິເສດ, ແມ່ນຂອງຂວັນພິເສດ, ແມ່ນຜະລິດຕະພັນດ້ານຈິດໃຈພິເສດທີ່ທະຫານ ແລະປະຊາຊົນໃນທົ່ວປະເທດໄດ້ຊອກຫາມາອ່ານ, ເຄົາລົບນັບຖື, ຖະນຸຖະໜອມ...

leftcenterrightdel
ທ່ານພັນເອກພິເສດ ດວ່ານຊວນໂບະ ກ່າວຄໍາເຫັນທີ່ງານພົບປະ. 

ໃນປະຈຸບັນ, ໜັງສືພິມກອງທັບປະຊາຊົນແມ່ນໜຶ່ງໃນຈໍານວນໜ້ອຍບັນດາອົງການສື່ມວນຊົນຫຼາຍປະເພດ, ຫຼາຍພື້ນຖານ, ຫຼາຍພາສາ ແລະໃນເວລາທີ່ຈະມາເຖິງນີ້ຈະຂໍອະນຸຍາດນຳບັນດາຂັ້ນທີ່ມີສິດອໍານາດຕັດສິນຂະຫຍາຍສອງພາສາຕື່ມອີກ, ນັ້ນແມ່ນພາສາລັດເຊຍ ແລະຝະລັ່ງ. ສະນັ້ນ, ພ້ອມກັບພາສາຫວຽດນາມ, ພາສາລາວ, ພາສາຂະເມແລ້ວ, ໜັງສືພິມກອງທັບປະຊາຊົນຈະມີ 7 ພາສາ.

ທ່ານພັນເອກພິເສດ ດວ່ານຊວນໂບະ ໄດ້ເນັ້ນໜັກວ່າ: “ກິນເຂົ້າຄິດຮອດຄຸນນາ ກິນປ່າຄິດຮອດຄຸນນໍ້າ”. ໂດຍໄດ້ຮັບຜົນງານຄືໃນ ປະຈຸບັນ, ພວກຂ້າພະເຈົ້າຍາມໃດກໍ່ມີຄວາມຮູ້ບຸນຄຸນຕໍ່ຄຸນງາມຄວາມດີ, ພູມປັນຍາ, ເຫື່ອແຮງ, ເລືອດເນື້ອຂອງຄົນລຸ້ນກ່ອນ.

ຕາງໜ້າໃຫ້ພະນັກງານ, ນັກຂ່າວລຸ້ນກ່ອນ, ທ່ານພົນຕີ ເລຟຸກງວຽນ ອະດີດຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນໄດ້ສະແດງຄວາມປິຕິຊົມຊື່ນ ແລະມີຄວາມສຸກທີ່ສຸດໃນມື້ນີ້, ໃນງານພົບປະສັງສັນນີ້, ພວກຂ້າພະເຈົ້າໄດ້ພົບປະກັບບັນດານັກຂ່າວລຸ້ນ ກ່ອນທີ່ເຮັດວຽກຢູ່ໜັງສືພິມກອງທັບປະຊາຊົນໂດຍກົງແຕ່ຊຸມປີທໍາອິດຕັ້ງແຕ່ຕອນໜັງສືພິມຫາກໍ່ໄດ້ກຳເນີດ, ໄດ້ພົບປະກັບບັນດານັກຂ່າວໜັງສືພິມກອງທັບປະຊາຊົນຄືນໃໝ່ໃນຕະຫຼອດໄລຍະຂອງການຕໍ່ສູ້ຕ້ານຝະລັ່ງ, ອາເມລິກາ, ບັນດາການສົງຄາມປົກປັກຮັກສາປະເທດຊາດ, ຈົນມາຮອດສະໄໝປ່ຽນແປງໃໝ່ປະເທດຊາດໃນສະໄໝສັນຕິພາບ... ພວກເຮົາມີໂອກາດພົບປະກັບບັນດາພະນັກງານ, ພາລະກອນ, ນັກຮົບທີ່ເຄີຍເຮັດວຽກຢູ່ໜັງສືພິມໃນໄລຍະທີ່ແຕກຕ່າງກັນ.

leftcenterrightdel
ທ່ານພົນຕີ ເລຟຸກງວຽນ ກ່າວຄໍາເຫັນທີ່ງານພົບປະສັງສັນ. ພາບ: qdnd.vn. 

ໃນຕະຫຼອດໄລຍະ 70 ປີຜ່ານມາ, ພາຍໃຕ້ການຊີ້ນໍາ ນໍາພາຂອງພັກ, ລັດ, ລຸງໂຮ່, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ເຊິ່ງໂດຍກົງແມ່ນກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ, ບັນດານັກຂ່າວເຮັດວຽກຢູ່ໜັງສືພິມກອງທັບລຸ້ນຕ່າງໆໄດ້ມີຄວາມສາມັກຄີ, ຮ່ວມແຮງຮ່ວມໃຈ, ຜ່ານຜ່າທຸກຄວາມຫຍຸ້ງຍາກ, ພູມປັນຍາ, ເຫື່ອແຮງ ແລະເລືອດເນື້ອ ເພື່ອນໍາໜັງສືພິມສືບຕໍ່ພັດທະນາ. ຈາກໜັງສືພິມທີ່ໄດ້ພິມຢູ່ເຮືອນຕູບມຸງຫຍ້າຢູ່ບ້ານເຄົາຢ່ຽວ, ຕາແສງດ້ິງບຽນ, ເມືອງດ້ິງຮວ໊າ, ແຂວງທ໊າຍງວຽນ, ມາປະຈຸບັນນີ້ພວກເຮົາມີອົງການສື່ມວນຊົນຫຼາຍປະເພດ, ດ້ວຍໜັງສືພິມລາຍວັນ, ລາຍອາທິດ, ລາຍເດືອນ; ດ້ວຍໜັງສືພິມອອນລາຍທີ່ອັບເດດຂໍ້ມູນຂ່າວສານຢ່າງຕໍ່ເນື່ອງ, ໃຫ້ຂ່າວດ້ວຍຫຼາຍພາສາ, ຢູ່ບັນດາພື້ນຖານລະບົບເຕັກໂນໂລຢີທີ່ແຕກຕ່າງກັນ ແລະໃຫ້ຂ່າວຢູ່ອິນເຕີແນັດໃນທົ່ວໂລກ. ບັນດານັກຂ່າວຂອງໜັງສືພິມກອງທັບປະຊາຊົນລຸ້ນປະຈຸບັນກໍາລັງເປັນເຈົ້າຂອງບັນດາເຕັກໂນໂລຢີເຮັດຂ່າວໃຫ້ມີຄວາມທັນສະໄໝ, ເສີມຂະຫຍາຍມູນເຊື້ອ ແລະບົດຮຽນຂອງບັນດານັກຂ່າວລຸ້ນກ່ອນ, ສ້າງໜັງສືພິມກອງທັບປະຊາຊົນໃຫ້ ກາຍເປັນໜັງສືພິມການເມືອງແຖວໜ້າຂອງປະເທດ, ມີບົດບາດກໍານົດຫາງສຽງໃນສັງຄົມ, ແມ່ນອົງການຂອງຄະນະພັກການທະຫານສູນກາງ ແລະກະຊວງປ້ອງກັນປະເທດ, ແມ່ນສຽງເວົ້າຂອງບັນດາກໍາລັງປະກອບອາວຸດ ແລະປະຊາຊົນຫວຽດນາມ.

ໂດຍ: ເກື່ອງດັ້ງ