ທ່ານພົນຕີ ຟ້າມງອັກຮຸ່ງ, ຫົວໜ້າກົມໃຫຍ່ II, ປະທານ AMIM, ເປັນປະທານກອງປະຊຸມຢູ່ສະຖານທີ່ຖ່າຍທອດສົດຢູ່ຮ່າໂນ້ຍ. ເຂົ້າຮ່ວມກອງປະຊຸມຢູ່ສະຖານທີ່ຖ່າຍທອດສົດຕ່າງໆທີ່ມີຫົວໜ້າອົງການສືບຂ່າວປ້ອງກັນຊາດບັນດາປະເທດອາຊຽນ.

leftcenterrightdel
ທ່ານພົນຕີ ຟ້າມງອັກຮຸ່ງ, ຫົວໜ້າກົມໃຫຍ່ II, ປະທານ AMIM, ເປັນປະທານກອງປະຊຸມຢູ່ສະຖານທີ່ຖ່າຍທອດສົດຢູ່ຮ່າໂນ້ຍ. ພາບ: ວັນຮ໊ຽວ.

ທີ່ກອງປະຊຸມ, ທ່ານພົນຕີ ຟ້າມງອັກຮຸ່ງ ໄດ້ມີບົດກ່າວປາໄສ, ໃນນັ້ນເຕື້ອງເຖິງບັນດາບັນຫາ ຄື: ສະພາບພະຍາດໂຄວິດ-19, ຄວາມໝັ້ນຄົງແຫຼ່ງນໍ້າແມ່ນໍ້າຂອງ, ສະພາບທະເລຕາເວັນອອກ, ຂໍ້ລິເລີ່ມສ້າງຕັ້ງປະຊາຄົມສືບຂ່າວປ້ອງກັນຊາດອາຊຽນ (AMIC) ຂອງຫວຽດນາມ. ຕາມນັ້ນແລ້ວ, ຫວຽດນາມ ສະເໜີສ້າງຕັ້ງ AMIC ເພື່ອແນໃສ່ເພີ່ມທະວີການແລກປ່ຽນ, ແບ່ງປັນ ແລະຮ່ວມມືດ້ານສືບຂ່າວປ້ອງກັນຊາດ, ການທະຫານລະຫວ່າງບັນດາປະເທດສະມາຊິກອາຊຽນ ໃຫ້ມີເນື້ອແທ້, ມີປະສິດທິຜົນ, ເປັນເສນາທິການຊ່ວຍໃຫ້ລັດຖະບານ, ກະຊວງປ້ອງກັນປະເທດແກ້ໄຂບັນດາບັນຫາຄວາມໝັ້ນຄົງຢ່າງມີປະສິດທິຜົນ ແລະໜູນຊ່ວຍກໍ່ສ້າງປະຊາຄົມອາຊຽນ.

leftcenterrightdel
ບັນຍາກາດທີ່ກອງປະຊຸມຢູ່ຮ່າໂນ້ຍ. ພາບ: ວັນຮ໊ຽວ.

ໃນຂອບເຂດກອງປະຊຸມ, ບັນດາຫົວໜ້າຄະນະໄດ້ສຸມໃສ່ແລກປ່ຽນ, ຕີລາຄາສະພາບຄວາມໝັ້ນຄົງຢູ່ພາກພື້ນ, ຈາກນັ້ນວາງອອກບັນດາມາດຕະການເພີ່ມທະວີການຮ່ວມມືລະຫວ່າງບັນດາອົງການສືບຂ່າວປ້ອງກັນຊາດ ເພື່ອເປັນເຈົ້າການໃນການຮັບມືກັບບັນດາສິ່ງທ້າທາຍ; ພ້ອມທັງພິຈາລະນາຮັບຮອງເອົາເອກະສານຄວາມສໍານຶກວ່າດ້ວຍການສ້າງຕັ້ງ AMIC ແລະເຫັນດີເປັນເອກະພາບຕໍ່ເນື້ອໃນຮ່າງຖະແຫຼງການຮ່ວມກອງປະຊຸມຜູ້ບັນຊາການກໍາລັງປ້ອງກັນປະເທດບັນດາປະເທດອາຊຽນ ຄັ້ງທີ 17 (ACDFM-17) ເພື່ອຍື່ນສະເໜີຕໍ່ກອງປະຊຸມ ACDFM-17 ເຊັນອະນຸມັດ.

ສິ້ນສຸດກອງປະຊຸມ, ທ່ານພົນຕີ ຟ້າມງອັກຮຸ່ງ ໄດ້ມອບຕໍາແໜ່ງປະທານ AMIM ໃຫ້ຜູ້ຕາງໜ້າກອງທັບ ບຣູໄນ.

 

ໂດຍ: ໄຊຊະນະ