ທ່ານພົນໂທ ຟານວັນຢາງ, ຫົວໜ້າກົມໃຫຍ່ເສນາທິການ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, ຫົວໜ້າຄະນະຊີ້ນໍາກ່ຽວກັບການສ້າງຍຸດທະສາດເປັນປະທານກອງປະຊຸມ.

leftcenterrightdel
ທ່ານພົນໂທ ຟານວັນຢາງ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: qdnd.vn.

ບົດລາຍງານທີ່ກອງປະຊຸມ, ທ່ານພົນຈັດຕະວາ ຫງວຽນວັນເທິນ, ຮອງຫົວໜ້າສະຖາບັນຍຸດທະສາດແຫ່ງຊາດ-ອົງການປະຈໍາການຄະນະຊີ້ນໍາກ່ຽວກັບການສ້າງຍຸດທະສາດໃຫ້ຮູ້ວ່າ ໂດຍປະຕິບັດຕາມການຊີ້ນໍາຂອງການນໍາກະຊວງປ້ອງກັນປະເທດ, ການນໍາກົມໃຫຍ່ເສນາທິການ, ຄະນະຮຽບຮຽງໄດ້ຜັນຂະຫຍາຍການສ້າງໂຄງຮ່າງພື້ນຖານ, ໂຄງຮ່າງລະອຽດຂອງຮ່າງແຜນຍຸດທະສາດປ້ອງກັນພົນລະເຮືອນ. ມາຮອດປະຈຸບັນ, ຄໍາເຫັນປະກອບສ່ວນຫຼາຍລ້ວນແຕ່ເຫັນດີເປັນເອກະພາບຕໍ່ຄວາມຈໍາເປັນຕ້ອງສ້າງແຜນຍຸດທະສາດ; ເຫັນດີເປັນເອກະສັນກັບໂຄງປະກອບຂອງຮ່າງແຜນຍຸດທະສາດ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ. ພາບ: qdnd.vn.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານພົນໂທ ຟານວັນຢາງ ໄດ້ຍ້ອງຍໍຊົມເຊີຍ, ຮັບຮູ້ຄວາມມານະພະຍາຍາມ, ຄວາມຮັບຜິດຊອບຂອງຄະນະຮຽບຮຽງໃນການຈັດຕັ້ງ, ຜັນຂະຫຍາຍຮ່າງແຜນຍຸດທະສາດ; ພ້ອມທັງຮຽກຮ້ອງໃຫ້ຄະນະຮຽບຮຽງສືບຕໍ່ຍູ້ແຮງຄວາມຄືບໜ້າໃນການສ້າງສໍາເລັດຮ່າງແຜນຍຸດທະສາດ. ທ່ານພົນໂທ ຟານວັນຢາງ ກໍ່ສະເໜີໃຫ້ຄະນະຮຽບຮຽງຄວນເປີດກວ້າງບາງເປົ້າໝາຍ, ເນື້ອໃນໃນຮ່າງແຜນຍຸດທະສາດ, ມີສາຍເຫດມາຈາກທໍາມະຊາດ, ມະນຸດ ຫຼື ພະຍາດທີ່ເຄີຍເກີດຂຶ້ນມາແລ້ວ ແລະຫາກໍ່ເກີດຂຶ້ນໃໝ່. ສ້າງແຜນການ ແລະຈັດຕັ້ງການກວດກາ, ວຽກງານຮັບປະກັນ. ພ້ອມທັງມີໜັງສືທາງການຂໍຄໍາເຫັນປະກອບ ແລະສະເໜີໃຫ້ທຸກໆຄະນະ, ຂະແໜງການພ້ອມກັນເຂົ້າຮ່ວມ; ຮັບເອົາຄໍາຄິດເຫັນຂອງຜູ້ແທນຢູ່ກອງປະຊຸມ...

ໂດຍ: ທະນາພອນ