ສົກຮຽນ 2019-2020, ໂຮງຮຽນນາຍທະຫານສື່ສານ ໄດ້ປະຕິບັດສໍາເລັດການກໍ່ສ້າງນັກຮຽນກວ່າ 2.000 ຄົນ ທີ່ບັນລຸໄດ້ໝາກຜົນດີສົມຄວນ; ກະກຽມໄດ້ດີທຸກດ້ານເພື່ອບໍາລຸງສ້າງນາຍທະຫານບັນຊາການເສນາທິການຂັ້ນພົນລະພາກຍ່ອຍ ທີ່ມີລະດັບປະລິນຍາຕີລົງເລິກຂະແໜງການສື່ສານທະຫານບົກ, ການສື່ສານທະຫານເຮືອ, ການສື່ສານທະຫານປ້ອງກັນອາກາດ-ທະຫານອາກາດ ແລະບໍາລຸງສ້າງນາຍທະຫານບັນຊາການເສນາທິການສູ້ຮົບທາງເຄືອຂ່າຍອິນເຕີແນັດ.

leftcenterrightdel
ບັນດາໝູ່ຄະນະ, ບຸກຄົນດີເດັ່ນໄດ້ຮັບໃບຍ້ອງຍໍໃນສົກຮຽນ 2019-2020. ພາບ: qdnd.vn.

ວຽກງານກໍ່ສ້າງ ແລະບໍາລຸງສ້າງຖັນແຖວຄູອາຈານ, ພະນັກງານຄຸ້ມຄອງການສຶກສາໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກໂຮງຮຽນ ແລະບັນລຸໄດ້ໝາກຜົນທີ່ດີຫຼາຍຢ່າງ. ລະບອບແບບແຜນໃນທົ່ວໂຮງຮຽນໄດ້ຮັກສາໄວ້ຕາມລະບຽບຫຼວງ. ວຽກງານພັກ, ວຽກງານການເມືອງໄດ້ຮັບການຜັນຂະຫຍາຍຢ່າງຮອບດ້ານ, ຄົບຊຸດ ແລະເຂົ້າສູ່ລວງເລິກ, ມີຄຸນນະພາບ, ປະກອບສ່ວນກໍ່ສ້າງໂຮງຮຽນໝັ້ນຄົງເຂັ້ມແຂງທາງດ້ານການເມືອງ, ແນວຄິດ ແລະການຈັດຕັ້ງ.

ໂດຍ: ທູຈາງ