ທ່ານພົນເອກ ເລືອງເກື່ອງ ເປັນປະທານວາລະປະຊຸມຄະນະຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ
    
    
    
        
            
ກປ.ອອນໄລ - ວັນທີ 19 ກັນຍາ, ທ່ານພົນເອກ ເລືອງເກື່ອງ, ຫົວໜ້າກົມໃຫຍ່ການເມືອງ (ກະຊວງປ້ອງກັນປະເທດຫວຽດນາມ) ໄດ້ເປັນປະທານວາລະປະຊຸມຄະນະຫົວໜ້າກົມໃຫຍ່ການເມືອງ, ຮັບຟັງບົດລາຍງານກ່ຽວກັບການກະກຽມກອງປະຊຸມໃຫຍ່ອົງຄະນະພັກກອງທັບ ຄັ້ງທີ XI. ເຂົ້າຮ່ວມການເຮັດວຽກຍັງມີບັນດາຮອງຫົວໜ້າກົມໃຫຍ່ການເມືອງ ແລະຜູ້ຕາງໜ້າບັນດາອົງການທີ່ກ່ຽວຂ້ອງຂຶ້ນກັບກົມໃຫຍ່ການເມືອງ.
        
        
        
            
	ຜ່ານການຮັບຟັງບັນດາຄໍາເຫັນທີ່ການເຮັດວຽກ, ທ່ານພົນເອກ ເລືອງເກື່ອງ ຕີລາຄາສູງຕໍ່ວຽກງານກະກຽມໃຫ້ກອງປະຊຸມໃຫຍ່ອົງຄະນະພັກກອງທັບ ຄັ້ງທີ XI ທີ່ບັນດາອົງການທີ່ກ່ຽວຂ້ອງຂຶ້ນກັບກົມໃຫຍ່ການເມືອງດໍາເນີນຢ່າງເຂັ້ມງວດ, ມີຄວາມຮັບຜິດຊອບ, ເລິກເຊິ່ງລະອຽດຮອບຄອບ, ມີລັກສະນະສັງລວມຊ່ວຍຄະນະປະຈໍາຄະນະພັກການທະຫານສູນກາງ.
	
		
			|     | 
		
			|  | 
		
			| ທ່ານພົນເອກ ເລືອງເກື່ອງ ເປັນປະທານການເຮັດວຽກ. ພາບ: ມິງແມ້ງ | 
	
	ທ່ານພົນເອກ ເລືອງເກື່ອງ ໄດ້ມອບໜ້າທີ່ໃຫ້ບັນດາອົງການຂອງກົມໃຫຍ່ການເມືອງ, ນັ້ນແມ່ນກ່ອນວັນທີ 25 ກັນຍາ ຕ້ອງໃຫ້ສໍາເລັດການກວດກາຄືນ, ສໍາເລັດບັນດາເອກະສານກອງປະຊຸມໃຫຍ່; ສົມທົບກັບຫ້ອງການຄະນະພັກການທະຫານສູນກາງເພື່ອລົງພິມ, ແຈກຢາຍເອກະສານກອງປະຊຸມໃຫຍ່; ສ້າງກົດລະບຽບ, ໂຄງການດໍາເນີນງານ, ຕາຕະລາງບໍລິຫານກອງປະຊຸມໃຫຍ່ໃຫ້ສົມບູນແບບ; ສໍາເລັດການສັງລວມຄວາມເຫັນປະກອບຂອງກອງປະຊຸມໃຫຍ່ບັນດາອົງຄະນະພັກຂຶ້ນກັບຄະນະພັກການທະຫານສູນກາງເຂົ້າໃນຮ່າງບັນດາເອກະສານສູນກາງທີ່ຍື່ນສະເໜີຕໍ່ກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ; ຍູ້ແຮງວຽກງານຖະແຫຼງຂ່າວ, ໂຄສະນາເຜີຍແຜ່ກ່ຽວກັບກອງປະຊຸມໃຫຍ່…
	ໂດຍ: ຈາງຫງວຽນ