ໜັງສືພິມກອງທັບປະຊາຊົນຫວຽດນາມອອນໄລ ຂໍແນະນໍາເຖິງເພື່ອນຜູ້ອ່ານບາງຮູບພາບກ່ຽວກັບບັນດາກົມກອງກອງທັບທີ່ຕິດພັນ, ຮ່ວມເດີນທາງກັບຄະນະພັກ, ອໍານາດການປົກຄອງທ້ອງຖິ່ນພ້ອມກັບປະຊາຊົນກໍ່ສ້າງຊົນນະບົດໃໝ່, ຈັດຕັ້ງບັນດາການເຄື່ອນໄຫວຮັບປະກັນຊີວິດສັງຄົມ...

leftcenterrightdel
ບັນດາແພດທະຫານຂອງໂຮງໝໍເສນາຮັກ 110 (ພະແນກພະລາທິການ, ທະຫານເຂດ 1) ກວດພະຍາດໃຫ້ແກ່ພໍ່ແມ່ປະຊາຊົນຕາແສງທ໋າຍບີ່ງ, ເມືອງດິ່ງເລິບ, ແຂວງລ້າງເຊີນ. ພາບ: qdnd.vn.
leftcenterrightdel
ພະນັກງານ, ພາລະກອນ, ນັກຮົບສາງ J102 (ກົມລົດ-ເຄື່ອງຈັກ, ກົມໃຫຍ່ເຕັກນິກ) ຊ່ວຍປະຊາຊົນຕາແສງແທັກບີ່ງ, ເມືອງຍໍກວານ, ແຂວງນີງບີ່ງ ຂຸດຄອງເໝືອງລະບາຍນໍ້າ. ພາບ: qdnd.vn.
leftcenterrightdel
ພະນັກງານ, ນັກຮົບຄ້າຍທະຫານຊາຍແດນບ໋າວເລິມ, ທະຫານຊາຍແດນແຂວງລ້າງເຊີນ ຊ່ວຍປະຊາຊົນທ້ອງຖິ່ນກໍ່ສ້າງທາງຄົມມະນາຄົມຊົນນະບົດ. ພາບ: qdnd.vn.
leftcenterrightdel
ກໍາປັ່ນຂອງກອງເຮືອ 311, ກອງພົນນ້ອຍ 161, ທະຫານເຮືອເຂດ 3 ສົ່ງຂອງຂວັນມອບໃຫ້ປະຊາຊົນເມືອງເກາະກົນກໍ໊, ແຂວງກວ໋າງຈີ້. ພາບ: qdnd.vn.
leftcenterrightdel
ຜູ້ຕາງໜ້າກອງບັນຊາການຕໍາຫຼວດທະເລເຂດ 2 ມອບຂອງຂວັນໃຫ້ປະຊາຊົນເກາະກູລາວຈ່າມ (ຕາແສງເຕິນຮຽບ, ນະຄອນໂຮ້ຍອານ, ແຂວງກວ໋າງນາມ) ໃນລາຍການ “ຕໍາຫຼວດທະເລຮ່ວມເດີນທາງກັບຊາວປະມົງ”. ພາບ: qdnd.vn.

ໂດຍ: ທະນາພອນ