leftcenterrightdel
ທີມລົດຕັງກອງທັບປະຊາຊົນຫວຽດນາມ ກ່ອນເມື່ອເຂົ້າຮ່ວມການແຂ່ງຂັນ. ພາບ: qdnd.vn.

ໝາກຜົນສຸດທ້າຍຂອງຮອບຊີງຊະນະເລີດ ສາຍ 2 ໂດຍຄະນະຈັດຕັ້ງ ແລະຄະນະກໍາມະການປະກາດພາຍຫຼັງການແຂ່ງຂັນສິ້ນສຸດວ່າ: ລົດຕັງກອງທັບປະຊາຊົນຫວຽດນາມ ໄດ້ເຂົ້າສູ່ເສັ້ນໄຊເປັນທີມທໍາອິດດ້ວຍເວລາແຂ່ງຂັນຂອງທັງ 3 ຈຸລົດແມ່ນ 2 ຊົ່ວໂມງ 12 ນາທີ 42 ວິນາທີ. 

leftcenterrightdel
ລົດຕັງກອງທັບປະຊາຊົນຫວຽດນາມ ໄດ້ເຂົ້າສູ່ເສັ້ນໄຊເປັນທີມທໍາອິດ. ພາບ: qdnd.vn.
leftcenterrightdel
ທີມລົດຕັງກອງທັບປະຊາຊົນຫວຽດນາມ ສະຫຼອງໄຊຊະນະພາຍຫຼັງສິ້ນສຸດການແຂ່ງຂັນ. ພາບ: qdnd.vn.
leftcenterrightdel
ລົດຕັງຫວຽດນາມ ເຂົ້າຮ່ວມການແຂ່ງຂັນ. ພາບ: qdnd.vn.
leftcenterrightdel
 

ທີມລົດຕັງຂອງລາວ ມາມືດໃນຮອບຊີງຊະນະເລີດໄດ້ເຂົ້າສູ່ເສັ້ນໄຊເປັນທີມທີ 2 ດ້ວຍຜົນງານການແຂ່ງຂັນຂອງທັງ 3 ຈຸລົດ ແມ່ນ 2 ຊົ່ວໂມງ 22 ນາທີ 47 ວິນາທີ. ຕໍ່ຈາກນັ້ນແມ່ນທີມລົດຕັງຂອງຕາຈີກິດສະຖານ ເຂົ້າເສັ້ນໄຊເປັນທີມທີ 3 ດ້ວຍຜົນງານການແຂ່ງຂັນຂອງທັງ 3 ຈຸລົດ ແມ່ນ 2 ຊົ່ວໂມງ 32 ນາທີ 37 ວິນາທີ. ທີມລົດຕັງຂອງມຽນມາ ເຂົ້າສູ່ເສັ້ນໄຊເປັນທີມສຸດທ້າຍດ້ວຍຜົນງານການແຂ່ງຂັນຂອງທັງ 3 ຈຸລົດ ແມ່ນ 2 ຊົ່ວໂມງ 35 ນາທີ 7 ວິນາທີ.

leftcenterrightdel
ທີມລົດຕັງກອງທັບປະຊາຊົນຫວຽດນາມ ແລະທີມລົດຕັງຂອງລາວ ໄດ້ມີການແຂ່ງຂັນໃຫ້ສໍາເລັດຜົນ. ພາບ: qdnd.vn.
leftcenterrightdel
ລົດຕັງລາວ ເຂົ້າຮ່ວມການແຂ່ງຂັນ. ພາບ: qdnd.vn.

ພິທີມອບ-ຮັບ ລາງວັນທີ 1, ທີ 2, ທີ 3 ຂອງຮອບຊີງຊະນະເລີດ ສາຍ 2 ລາຍການແຂ່ງຂັນ “ລົດຕັງເຄື່ອນທີ່” ຈະຈັດຂຶ້ນໃນເວລາ 15 ໂມງ (ຕາມເວລາທ້ອງຖິ່ນ) ໃນວັນທີ 4 ກັນຍາ ຢູ່ສວນສາທາລະນະ Patriot.

ໂດຍ: ຈາງຫງວຽນ