ບັນດາວັດຖຸອຸປະກອນດັ່ງກ່າວສ່ວນຫຼາຍແມ່ນຮັບໃຊ້ໃຫ້ວິວັດການເຂົ້າຮ່ວມການແຂ່ງຂັນ, ການດຳລົງຊີວິດ, ການພົບປະແລກປ່ຽນ, ປະກອບສ່ວນສ້າງຄວາມເປັນເອກະພາບ, ເປັນກຳລັງຫຼວງ ກໍ່ຄືຮັບປະກັນຄວາມປອດໄພດ້ານການແພດໃຫ້ແກ່ບັນດາຄະນະກອງທັບປະຊາຊົນຢູ່ Army Games 2020. ເລື່ອງປະກອບວັດຖຸອຸປະກອນຢ່າງຄົບຖ້ວນໃນຄັ້ງນີ້ໄດ້ສະແດງໃຫ້ເຫັນຄວາມເອົາໃຈໃສ່ອັນໃຫຍ່ຫຼວງຂອງການນໍາກະຊວງປ້ອງກັນປະເທດ ກໍ່ຄືບັນດາອົງການທີ່ກ່ຽວຂ້ອງຂອງກະຊວງປ້ອງກັນປະເທດທີ່ມີຕໍ່ບັນດາຄະນະເຂົ້າຮ່ວມ Army Games 2020.

leftcenterrightdel
ພິທີມອບ-ຮັບວັດຖຸອຸປະກອນໃຫ້ບັນດາຄະນະກອງທັບປະຊາຊົນຫວຽດນາມ ເຂົ້າຮ່ວມ Army Games 2020. ພາບ: ຮຸຍກວນ.

Army Games 2020 ຄັ້ງຈະມາເຖິງໂດຍແມ່ນກະຊວງປ້ອງກັນປະເທດສະຫະພັນລັດເຊຍ ເປັນເຈົ້າພາບຈັດຕັ້ງ ແລະເປັນຄັ້ງທີ 3 ທີ່ກອງທັບປະຊາຊົນຫວຽດນາມ ໄດ້ຈັດສົ່ງກໍາລັງໄປເຂົ້າຮ່ວມ. Army Games 2020 ກໍ່ຈະໄດ້ເຫັນປະຈັກຕາຈໍານວນທີມຂອງກອງທັບປະຊາຊົນຫວຽດນາມ ເຂົ້າຮ່ວມການແຂ່ງຂັນຫຼາຍທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ, ໃນນັ້ນມີຫຼາຍທີມທີ່ເຂົ້າຮ່ວມຄັ້ງທໍາອິດ, ຄື: ທະຫານປືນໃຫຍ່, ໝາວິຊາສະເພາະ, ສື່ສານ. ໃນຕະຫຼອດໄລຍະທີ່ຜ່ານມາ, ບັນດາທີມໄດ້ມານະພະຍາຍາມແກ້ໄຂທຸກຄວາມຫຍຸ້ງຍາກກ່ຽວກັບເງື່ອນໄຂດິນຟ້າອາກາດ, ສະໜາມຫັດແອບ, ອາວຸດ, ອຸປະກອນເຕັກນິກຝຶກແອບທີ່ມີຄວາມແຕກຕ່າງກັນເມື່ອທຽບໃສ່ກັບການແຂ່ງຂັນຕົວຈິງ, ຈູບຈ້າວຫ້າວຫັນຝຶກຊ້ອມດ້ວຍຄວາມຕັດສິນໃຈພະຍາຍາມສູ້ຊົນໃຫ້ບັນລຸໄດ້ຜົນງານສູງທີ່ສຸດຢູ່ Army Games 2020 ເພື່ອກຽດສັກສີຂອງປະເທດຊາດ.

ໂດຍ: ເກື່ອງດັ້ງ