ທີ່ກອງປະຊຸມ, ກົມເສນາຮັກ (ກົມໃຫຍ່ພະລາທິການ) - ອົງການປະຈໍາການຂອງຄະນະຊີ້ນໍາການປ້ອງກັນ, ສະກັດກັ້ນພະຍາດໂຄວິດ-19 ຂອງກະຊວງປ້ອງກັນປະເທດ ໄດ້ລາຍງານສະພາບພະຍາດໂຄວິດ-19 ໃນໂລກ ແລະພາຍໃນປະເທດ; ການເຄື່ອນໄຫວປ້ອງກັນ, ສະກັດກັ້ນພະຍາດໂຄວິດ-19 ຢູ່ຫວຽດນາມ ແລະຂອງກອງທັບ; ບັນດາມາດຕະການຈັດຕັ້ງປະຕິບັດ ແລະຂໍ້ສະເໜີກ່ຽວກັບການປ້ອງກັນ, ສະກັດກັ້ນພະຍາດໂຄວິດ-19 ໃນຕໍ່ໜ້າ ກໍຄືໃນໄລຍະຈະມາເຖິງຂອງກະຊວງປ້ອງກັນປະເທດ ແລະບັນດາອົງການ, ກົມກອງ. ບັນດາສະມາຊິກຄະນະຊີ້ນໍາການປ້ອງກັນ, ສະກັດກັ້ນພະຍາດໂຄວິດ-19 ຂອງກະຊວງປ້ອງກັນປະເທດ ໄດ້ປຶກສາຫາລື, ເປັນເສນາທິການ, ສະເໜີບັນດາມາດຕະການປ້ອງກັນ, ສະກັດກັ້ນພະຍາດໂຄວິດ-19, ຮັບປະກັນຄວາມປອດໄພທາງດ້ານສຸຂະພາບໃຫ້ແກ່ທະຫານ ແລະປະຊາຊົນ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ງວຽນຫາຍ.

ສະຫຼຸບກອງປະຊຸມ, ທ່ານພົນໂທ ເຈິ່ນເດີນ ສະເໜີໃຫ້ສະມາຊິກຄະນະຊີ້ນໍາການປ້ອງກັນ, ສະກັດກັ້ນພະຍາດໂຄວິດ-19 ຂອງກະຊວງປ້ອງກັນປະເທດ ຈົ່ງຄົ້ນຄວ້າ, ຜັນຂະຫຍາຍບັນດາມາດຕະການປ້ອງກັນ, ສະກັດກັ້ນພະຍາດໂຄວິດ-19 ຢ່າງວ່ອງໄວ, ຂ້ຽວຂາດ ແລະຄົບຊຸດ. ຮຽກຮ້ອງໃຫ້ບັນດາກົມກອງ ກວດກາຄືນ, ແຈ້ງອາການສຸຂະພາບສຳລັບບັນດາກໍລະນີທີ່ມາແຕ່ດ່ານັ້ງ ນັບຕັ້ງແຕ່ວັນທີ 1 ກໍລະກົດ 2020 ແລະບັນດາສະຖານທີ່ທີ່ມີຄວາມສ່ຽງຕິດເຊື້ອພະຍາດ. ບັນດາກົມກອງອີງໃສ່ລະດັບຄວາມສ່ຽງຕິດເຊື້ອພະຍາດຂອງກົມກອງຕົນເອງ ເພື່ອຜັນຂະຫຍາຍບັນດາມາດຕະການປ້ອງກັນ, ສະກັດກັ້ນພະຍາດໂຄວິດ-19 ໃຫ້ສອດຄ່ອງ, ທັງສະກັດກັ້ນ, ທັງປະຕິບັດບັນດາໜ້າທີ່ການທະຫານ, ການປ້ອງກັນຊາດ, ໂດຍສະເພາະແມ່ນຈັດຕັ້ງກອງປະຊຸມໃຫຍ່ພັກ ທຸກຂັ້ນໃນກອງທັບ ໃຫ້ເປັນຢ່າງດີ.

ສະເພາະບັນດາກົມກອງທີ່ຕັ້ງທັບຢູ່ດ່ານັ້ງ ຕ້ອງປະຕິບັດການຮັກສາໄລຍະຫ່າງທາງສັງຄົມຕາມຄໍາສັ່ງເລກທີ 16 ຂອງນາຍົກລັດຖະມົນຕີ. ບັນດາກົມກອງຕັ້ງທັບໃນບໍລິເວນທີ່ມີເຊື້ອພະຍາດໂຄວິດ-19 ແຜ່ລະບາດ ຕ້ອງປະຕິບັດຕາມຄໍາສັ່ງເລກທີ 19 ຂອງນາຍົກລັດຖະມົນຕີ ແລະບັນດາຄໍາຊີ້ນໍາຂອງຄະນະຊີ້ນໍາການປ້ອງກັນ, ສະກັດກັ້ນພະຍາດໂຄວິດ-19 ຂອງກະຊວງປ້ອງກັນປະເທດ. ສົມທົບກັນຢ່າງແໜ້ນແຟ້ນລະຫວ່າງບັນດາອົງການ, ກົມກອງພາຍໃນ ແລະນອກກອງທັບ ເພື່ອເພີ່ມທະວີການໂຄສະນາຍົກສູງຄວາມຮັບຮູ້ກ່ຽວກັບພະຍາດໂຄວິດ-19, ຮັບປະກັນໃຫ້ທະຫານ ແລະປະຊາຊົນ ບໍ່ໄດ້ເຜີຕົວ ແລະປະໝາດຢ່າງເດັດຂາດ, ແຕ່ກໍບໍ່ຄວນວິຕົກກັງວົນຫຼາຍເກີນໄປຕໍ່ການຜັນແປໃໝ່ຂອງພະຍາດໂຄວິດ-19, ມີສະຕິຕື່ນຕົວ, ເປັນແບບຢ່າງໃນການປະຕິບັດບັນດາຂໍ້ກໍານົດ ແລະບັນດາມາດຕະການປ້ອງກັນ, ສະກັດກັ້ນພະຍາດໂຄວິດ-19 ໃຫ້ເປັນຢ່າງດີ.

ໂດຍ: ໄຊຊະນະ