ທີ່ການຕ້ອນຮັບ, ທ່ານພົນເອກ ໂງຊວນລິກ ຢັ້ງຢືນວ່າ, ໃນຊຸມປີມໍ່ໆມານີ້, ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈ, ຄວາມເຂົ້າໃຈ ແລະການສະໜັບສະໜູນເຊິ່ງກັນແລະກັນ, ການພົວພັນລະຫວ່າງສອງປະເທດນັບມື້ນັບພັດທະນາຮອບດ້ານ. ລັດຖະບານ ແລະປະຊາຊົນຫວຽດນາມ ຍາມໃດກໍຖືການພັດທະນາການພົວພັນຮອບດ້ານ, ມີເນື້ອແທ້ກັບຍີ່ປຸ່ນ ເປັນສຳຄັນ ແລະຖືວ່າການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງສອງປະເທດ ຈະປະກອບສ່ວນສໍາຄັນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະຄວາມວັດທະນາຖາວອນລວມຂອງພາກພື້ນ ແລະໃນໂລກ.

leftcenterrightdel
ທ່ານພົນເອກ ໂງຊວນລິກ ຕ້ອນຮັບທ່ານເອກອັກຄະລັດຖະທູດ ຍີ່ປຸ່ນ Yamada Takio. ພາບ: ວັນຮ໊ຽວ.

ໂອກາດນີ້, ທ່ານພົນເອກ ໂງຊວນລິກ ສະແດງຄວາມຂອບໃຈຕໍ່ລັດຖະບານຍີ່ປຸ່ນ ທີ່ໄດ້ໜູນຊ່ວຍຫວຽດນາມ ຈໍານວນເງິນ 1,8 ລ້ານກວ່າໂດລາສະຫະລັດ ເພື່ອຕ້ານພະຍາດໂຄວິດ-19 ແລະຫວັງວ່າຈະສືບຕໍ່ໄດ້ຮັບການໜູນຊ່ວຍຈາກຝ່າຍຍີ່ປຸ່ນ ໃນໄລຍະຈະມາເຖິງຕື່ມອີກ. ນອກນີ້, ທ່ານພົນເອກ ໂງຊວນລິກ ກໍ່ແຈ້ງສະພາບພະຍາດໂຄວິດ-19 ຢູ່ຫວຽດນາມໃຫ້ທ່ານ Yamada Takio ໄດ້ຮັບຊາບ, ພ້ອມທັງຢັ້ງຢືນວ່າ ວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງຫວຽດນາມ ໄດ້ ແລະກໍາລັງຜັນຂະຫຍາຍຢ່າງແຮງ, ຕະຫຼອດ ແລະມີປະສິດທິຜົນ...

leftcenterrightdel
ທ່ານພົນເອກ ໂງຊວນລິກ ມອບຂອງຂວັນທີ່ລະນຶກໃຫ້ທ່ານເອກອັກຄະລັດຖະທູດຍີ່ປຸ່ນ Yamada Takio. ພາບ: ວັນຮ໊ຽວ.

ທ່ານພົນເອກ ໂງຊວນລິກ ເນັ້ນໜັກວ່າ ໃນໄລຍະຜ່ານມາ, ການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດນັບມື້ນັບໄດ້ຮັບການເປີດກວ້າງ, ເຂົ້າສູ່ລວງເລິກ ແລະນັບມື້ນັບນໍາມາເຊິ່ງປະສິດທິຜົນທີ່ແທດຈິງ, ໂດຍສະເພາະແມ່ນໃນບັນການຂົງເຂດ, ຄື: ການແລກປ່ຽນຄະນະຜູ້ແທນ, ການເຈລະຈານະໂຍບາຍປ້ອງກັນຊາດຂັ້ນຮອງລັດຖະມົນຕີ, ການບໍາລຸງສ້າງ, ແບ່ງປັນວິຊາສະເພາະ, ເສນາຮັກ, ການຮັກສາສັນຕິພາບ ສປຊ... ສອງຝ່າຍບັນລຸໄດ້ຄວາມເຫັນດີເຫັນພ້ອມໃນຫຼາຍບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີບັນດາເນື້ອໃນກ່ຽວກັບການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ ກໍຄືໃນເວທີປາໄສຫຼາຍຝ່າຍ...

ສ່ວນທ່ານເອກອັກຄະລັດຖະທູດ Yamada Takio ກໍ່ຂອບໃຈທ່ານພົນເອກ ໂງຊວນລິກ ທີ່ໄດ້ສະຫຼະເວລາຕ້ອນຮັບ, ເຫັນດີກັບການຕີລາຄາຂອງທ່ານພົນເອກ ໂງຊວນລິກ, ພ້ອມທັງຢັ້ງຢືນວ່າ ໃນໜ້າທີ່ວຽກງານໃໝ່ ທ່ານ ຈະສືບຕໍ່ມີການປະກອບສ່ວນທີ່ຕັ້ງໜ້າເຂົ້າໃນການຊຸກຍູ້ ແລະພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດອັນເລິກເຊິ່ງກວ້າງຂວາງລະຫວ່າງສອງປະເທດຫວຽດນາມ ແລະຍີ່ປຸ່ນ, ໃນນັ້ນມີການຮ່ວມມືດ້ານປ້ອງກັນຊາດ.

ໂດຍ: ໄຊຊະນະ