ໃນໄລຍະຜ່ານມາ, ໂຮງໝໍກາງສະໜາມຂັ້ນ 2 ເລກ 3 ໄດ້ຈັດຕັ້ງການຝຶກແອບພາສາອັງກິດ ຖືກຕ້ອງຕາມແຜນການໂດຍກົມໃຫຍ່ເສນາທິການຮັບຮອງເອົາ. ປະຈຸບັນ, ພາສາອັງກິດ 7 ຫ້ອງພວມຝຶກແອບໂດຍກົງດ້ວຍຈິດໃຈຕັ້ງໜ້າ, ຮີບດ່ວນ. ສະເພາະຫ້ອງທວນຄືນ IELTS ເລກ 1 ແມ່ນໄດ້ສິ້ນສຸດຫຼັກສູດການຮຽນໃນເດືອນພຶດສະພາ 2020 ດ້ວຍໝາກຜົນ 100% ບັນລຸຄະແນນແຕ່ 5.5 ຂຶ້ນໄປ.

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: ຮຸ່ງຄວາ.

ຄຽງຂ້າງນັ້ນ, ໂຮງໝໍກາງສະໜາມຂັ້ນ 2 ເລກ 3 ຍັງໄດ້ຈັດຕັ້ງການຝຶກແອບ ແລະກວດກາການສຶກສາດ້ານການເມືອງ, ຝຶກແອບ ແລະກວດກາວິຊາງົດງາມ, ຍິງປືນດ້ວຍ 100% ແມ່ນບັນລຸໄດ້ຕາມຄວາມຮຽກຮ້ອງຂຶ້ນໄປ. ສະເພາະດ້ານວິຊາການແພດ, ໂຮງໝໍໄດ້ຜັນຂະຫຍາຍການຝຶກແອບທິດສະດີ ແລະປະຕິບັດຕົວຈິງ, ແບ່ງໜ້າທີ່ວຽກງານໃນການກໍ່ສ້າງຂັ້ນຕອນມາດຕະຖານ ແລະດໍາເນີນການຝຶກແອບພາຍໃນບັນດາຂະແໜງການ, ພະແນກຂອງໂຮງໝໍກາງສະໜາມຂັ້ນ 2 ເລກ 3. ສໍາລັບກໍາລັງທີ່ບັນລຸໄດ້ໃບຢັ້ງຢືນ IELTS ນັ້ນ, ທາງໂຮງໝໍກາງສະໜາມຂັ້ນ 2 ເລກ 3 ຈະຈັດຕັ້ງການຝຶກແອບປະຖົມພະຍາບານປິ່ນປົວສາກົນ (ITLS) ແລະຈັດຕັ້ງບັນດາຫ້ອງຮຽນແປພາສາ, ເຜີຍແຜ່, ແນະນໍາກ່ຽວກັບການເຄື່ອນໄຫວໜູນຊ່ວຍດ້ານການແພດຂອງສະຫະປະຊາຊາດ.

ໂດຍ: ກວຽດເຕິມ