leftcenterrightdel
ທ່ານພົນຕີ ຟ້າມຮວ່າຍນາມ ຜູ້ບັນຊາການເຫຼົ່າທັບເຮືອ ລາຍງານກ່ຽວກັບສະພາບການປະຕິບັດໜ້າທີ່ຂອງເຫຼົ່າທັບເຮືອ. ພາບ: ຈູແອັງ.

ເມື່ອລາຍງານຕໍ່ກັບຄະນະປະຕິບັດງານ, ທ່ານພົນຕີ ຟ້າມຮວ່າຍນາມ, ຜູ້ບັນຊາການເຫຼົ່າທັບເຮືອ ຊີ້ແຈ້ງວ່າໃນໄລຍະຜ່ານມາ, ຄະນະພັກ, ກອງບັນຊາການທະຫານເຮືອ ໄດ້ສຸມໃສ່ນໍາພາ, ຊີ້ນໍາບັນດາກໍາລັງເພີ່ມທະວີສົມທົບກັນລາດຕະເວນ, ດໍາເນີນການສອດແນມໃນບໍລິເວນກວ້າງ, ຄຸ້ມຄອງ, ຕິດຕາມ, ກໍາແໜ້ນສະພາບການທາງອາກາດ, ທາງທະເລແຕ່ໄກ, ເປັນຕົ້ນແມ່ນບັນດາເຂດທະເລຈຸດສຸມ; ເປັນເຈົ້າການໃນການເປັນເສນາທິການ, ສະເໜີ, ລາຍງານຕໍ່ກັບຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ເພື່ອແກ້ໄຂບັນດາກໍລະນີເກີດຂຶ້ນຢູ່ທະເລຢ່າງທັນການ, ມີປະສິດທິຜົນ, ຖືກກັບຍຸດໂທບາຍ,  ບໍ່ປະໃຫ້ຕົກຢູ່ໃນທ່າຮັບໂດຍບັງເອີນ. ທົ່ວເຫຼົ່າທັບໄດ້ຜັນຂະຫຍາຍກໍາລັງ, ພາຫະນະປະຕິບັດບັນດາໜ້າທີ່ທີ່ໄດ້ຮັບມອບໝາຍໃຫ້ເປັນຢ່າງດີ, ມີມາດຕະການເພື່ອແນໃສ່ປ່ຽນແປງໃໝ່, ຍົກສູງຄຸນນະພາບຂອງວຽກງານຝຶກແອບ, ກຽມພ້ອມສູ້ຮົບ, ຝຶກຊ້ອມ, ຊອກຫາກູ້ໄພກູ້ຊີບ ຢ່າງຮອບດ້ານ. ບັນດາອົງການ, ກົມກອງປະຕິບັດວຽກງານກະກຽມໃຫ້ເຫດການພົວພັນຕ່າງປະເທດ; ເຂົ້າຮ່ວມປະຕິບັດບັນດາການເຄື່ອນໄຫວກັບທະຫານເຮືອສາກົນ ແລະພາກພື້ນໄດ້ເປັນຢ່າງດີ.

leftcenterrightdel
ທ່ານພົນຕີ ຫງວຽນເຕິນເກືອງ ກ່າວຄໍາເຫັນສະຫຼຸບການເຮັດວຽກກັບກອງບັນຊາການທະຫານເຮືອ. ພາບ: ຈູແອັງ.

ກ່າວຄໍາເຫັນສະຫຼຸບການເຮັດວຽກ, ທ່ານພົນຕີ ຫງວຽນເຕິນເກືອງ ຮຽກຮ້ອງໃຫ້ຄະນະພັກ, ກອງບັນຊາການທະຫານເຮືອ, ຜູ້ບັນຊາການຂັ້ນຕ່າງໆ ຈົ່ງສືບຕໍ່ສຸມໃສ່ຍົກສູງກໍາລັງຄວາມສາມາດໃນການຄຸ້ມຄອງ, ປົກປັກຮັກສາເຂດທະເລ, ເປັນເສນາທິການຢ່າງທັນການໃຫ້ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ເພື່ອແກ້ໄຂບັນດາກໍລະນີ, ປະກອບສ່ວນປົກປັກຮັກສາເອກະລາດ, ອະທິປະໄຕໝູ່ເກາະທະເລຂອງປະເທດຊາດໄວ້ໃຫ້ໝັ້ນຄົງ...

ທ່ານພົນຕີ ຫງວຽນເຕິນເກືອງ ກໍ່ສະເໜີໃຫ້ເຫຼົ່າທັບເຮືອ ສືບຕໍ່ປ່ຽນແປງໃໝ່ຍົກສູງຄຸນນະພາບການຝຶກແອບ, ຝຶກຊ້ອມ, ຍົກສູງກໍາລັງຄວາມສາມາດຂຸດຄົ້ນ,  ນໍາໃຊ້ຊໍານິຊໍານານອາວຸດຍຸດໂທປະກອນໃໝ່, ຄວາມສາມາດໃນການກຽມພ້ອມສູ້ຮົບ, ປະສານສົມທົບກັບເຫຼົ່າທັບ, ເຫຼົ່າຮົບຕ່າງໆ, ປະຕິບັດວຽກງານຮ່ວມມືກັບສາກົນໃຫ້ເປັນຢ່າງດີ, ປະກອບສວ່ນຍົກສູງຖານະບົດບາດ ແລະທີ່ຕັ້ງຂອງທະຫານເຮືອຫວຽດນາມ ຢູ່ພາກພື້ນ ແລະໃນໂລກ.

ໂດຍ: ທູຈາງ