ຮັບຮູ້ ແລະຊົມເຊີຍບັນດາໝາກຜົນ, ຜົນງານ ເຊິ່ງກຳລັງປະກອບອາວຸດທະຫານເຂດ 1 ບັນລຸໄດ້ໃນໄລຍະຜ່ານມາ, ທ່ານພົນເອກ ເລືອງເກື່ອງ ສະເໜີຄະນະພັກ, ກອງບັນຊາ ການທະຫານເຂດ 1 ສືບຕໍ່ຊາບຊຶມ, ຜັນຂະຫຍາຍການປະຕິບັດບັນດາຄຳສັ່ງ, ມະຕິຂອງຂັ້ນເທິງເປັນຢ່າງດີ; ຮັກສາລະບອບປະຈຳການກຽມພ້ອມສູ້ຮົບຢ່າງເຂັ້ມງວດ, ຈຸດສຸມ ແມ່ນວຽກງານປ້ອງກັນກອງປະຊຸມໃຫຍ່ຄະນະພັກທຸກຂັ້ນ ແລະບັນດາການເຄື່ອນໄຫວໃນປີ ຫວຽດນາມ ແມ່ນປະທານອາຊຽນ; ສືບຕໍ່ສຸມໃສ່ຍົກສູງຄວາມສາມາດນຳພາຮອບ ດ້ານ, ກຳລັງສູ້ຮົບຂອງບັນດາຄະນະພັກ, ອົງການຈັດຕັ້ງພັກ; ຕິດພັນກັບການກໍ່ສ້າງບັນດາອົງການຈັດຕັ້ງພັກໃຫ້ປອດໃສໝັ້ນຄົງເຂັ້ມແຂງກັບການກໍ່ສ້າງກົມກອງໝັ້ນຄົງເຂັ້ມແຂງຮອບດ້ານ.

leftcenterrightdel
ທ່ານພົນເອກ ເລືອງເກື່ອງ ພ້ອມກັບການນຳ, ຜູ້ບັນຊາການກອງບັນຊາການທະຫານເຂດ 1. ພາບ: qdnd.vn.

ກະກຽມກອງປະຊຸມໃຫຍ່ອົງຄະນະພັກກອງທັບ ຄັ້ງທີ XI, ກ້າວໄປເຖິງກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ, ທ່ານພົນເອກ ເລືອງເກື່ອງ ເນັ້ນໜັກວ່າ: ຄະນະພັກ, ກອງບັນຊາ ການທະຫານເຂດ 1 ສືບຕໍ່ຊາບຊຶມບັນດາຄຳສັ່ງກ່ຽວກັບກອງປະຊຸມໃຫຍ່ຄະນະພັກທຸກຂັ້ນຢ່າງເຂັ້ມງວດ. ເອົາໃຈໃສ່ຊີ້ນຳ, ນຳພາເຮັດວຽກງານກະກຽມເປັນຢ່າງດີ, ໂດຍສະເພາະແມ່ນວຽກງານບຸກຄະລາກອນ ແລະເອກະສານກອງປະຊຸມໃຫຍ່. ເພື່ອປະຕິບັດເນື້ອໃນນີ້ໄດ້ເປັນຢ່າງດີ, ຄະນະພັກ, ກອງບັນຊາການທະຫານເຂດ 1 ຕ້ອງສືບຕໍ່ຮັກສາ ແລະເສີມຂະຫຍາຍຫຼັກການລວມສູນປະຊາທິປະໄຕ; ສ້າງຈິດໃຈສາມັກຄີ, ເປັນເອກະພາບສູງ; ເສີມຂະຫຍາຍລັກສະນະນຳໜ້າ, ເປັນແບບຢ່າງຂອງຖັນແຖວພະນັກງານ, ສະມາຊິກພັກ, ກ່ອນອື່ນໝົດແມ່ນພະນັກງານນຳພາ, ຜູ້ບັນຊາການທຸກຂັ້ນ.

leftcenterrightdel
ທ່ານພົນເອກ ເລືອງເກື່ອງ ກ່າວຄຳເຫັນທີ່ການເຮັດວຽກ. ພາບ: qdnd.vn.

ເນື່ອງໃນໂອກາດນີ້, ທ່ານພົນເອກ ເລືອງເກື່ອງ ພ້ອມກັບຄະນະປະຕິບັດງານໄດ້ຖະຫວາຍທູບທຽນຢູ່ຫ້ອງອະນຸສອນສະຖານປະທານໂຮ່ຈິມິນ ແລະປູກຕົ້ນໄມ້ເປັນທີ່ລະນຶກໃນ ເຂດກອງບັນຊາການທະຫານເຂດ 1.

ໂດຍ: ຄຳສີ