ທີ່ການພົບປະກັບທ່ານພົນເອກ Chaichan Changmongkol, ທ່ານພົນເອກ ໂງຊວນລິກ ໄດ້ຂອບໃຈ ໄທ ທີ່ໄດ້ສະໜັບສະໜູນຫວຽດນາມ ໃນປີເປັນປະທານອາຊຽນ 2020, ຂອບໃຈໄທ ໄດ້ສ້າງເງື່ອນໄຂໃຫ້ຫວຽດນາມ ຮໍ່າຮຽນ, ແລກປ່ຽນບົດຮຽນກ່ຽວກັບການຈັດຕັ້ງບັນດາການເຄື່ອນໄຫວ, ກອງປະຊຸມດ້ານປ້ອງກັນຊາດ, ການທະຫານໃນປີ 2020.

leftcenterrightdel
ທ່ານພົນເອກ ໂງຊວນລິກ ພົບປະສອງຝ່າຍກັບທ່ານພົນເອກ Chaichan Changmongkol ຮອງລັດຖະມົນຕີກະຊວງປ້ອງກັນປະເທດໄທ. ພາບ: qdnd.vn.

ທ່ານພົນເອກ Chaichan Changmongkol ຕີລາຄາສູງວຽກງານກະກຽມຂອງປະເທດເຈົ້າພາບຫວຽດນາມ ກໍ່ຄືຜົນສໍາເລັດຂອງກອງປະຊຸມ ADMM ວົງແຄບ. ກ່ຽວກັບຫົວຂໍ້ບັນດາການເຄື່ອນໄຫວ, ກອງປະຊຸມດ້ານປ້ອງກັນຊາດ, ການທະຫານອາຊຽນ ໃນປີ 2020 ແມ່ນ “ການຮ່ວມມືດ້ານປ້ອງກັນຊາດເພື່ອອາຊຽນ ສະໜິດຕິດພັນ ແລະເປັນເຈົ້າການປັບຕົວ” ເຊິ່ງກະຊວງປ້ອງກັນປະເທດຫວຽດນາມ ໄດ້ກໍານົດ, ທ່ານພົນເອກ Chaichan Changmongkol ໃຫ້ຮູ້ວ່າໄທ ຖືນີ້ແມ່ນການກໍານົດທິດທີ່ດີເພື່ອໃຫ້ການຮ່ວມມືດ້ານປ້ອງກັນຊາດໃນຂອບເຂດ ADMM ແລະ ADMM+ ນັບມື້ນັບພັດທະນາ. ໃນໄລຍະຈະມາເຖິງ, ທ່ານພົນເອກ ໂງຊວນລິກ ແລະທ່ານພົນເອກ Chaichan Changmongkol ເຫັນດີເປັນເອກະພາບຈະສືບຕໍ່ຜັນຂະຫຍາຍບັນດາເນື້ອໃນການຮ່ວມມືຢ່າງຄົບຖ້ວນ ແລະມີປະສິດທິຜົນ, ຄື: ການແລກປ່ຽນຄະນະຜູ້ແທນ, ການພົບປະແລກປ່ຽນນາຍທະຫານໜຸ່ມ, ການເຈລະຈານະໂຍບາຍປ້ອງກັນຊາດ, ຮ່ວມມືປ້ອງກັນຄວາມສະຫງົບທາງທະເລ…

ທີ່ການພົບປະກັບເລຂາທິການໃຫຍ່ກະຊວງປ້ອງກັນປະເທດອິນໂດເນເຊຍ, ສອງຝ່າຍຕີລາຄາສູງບັນດາໝາກຜົນທີ່ບັນລຸໄດ້ໃນການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃນໄລຍະຜ່ານມາ, ພົ້ນເດັ່ນແມ່ນບັນດາຂົງເຂດ, ຄື: ແລກປ່ຽນຄະນະຜູ້ແທນ, ການຮ່ວມມືກໍ່ສ້າງ, ແລກປ່ຽນຂໍ້ມູນຂ່າວສານ, ການຮ່ວມມືລະຫວ່າງບັນດາເຫຼົ່າທັບ, ເຫຼົ່າຮົບ. ດ້ວຍຄວາມຫວັງວ່າການຮ່ວມມືດ້ານປ້ອງກັນຊາດສອງປະເທດໃນໄລຍະຈະມາເຖິງສືບຕໍ່ພັດທະນາຢ່າງຮອບດ້ານ, ແທດຈິງ, ທ່ານພົນເອກ ໂງຊວນລິກ ແລະທ່ານພົນໂທ Agus Setiadji ເລຂາທິການໃຫຍ່ກະຊວງປ້ອງກັນປະເທດອິນໂດເນເຊຍ ເຫັນດີເປັນເອກະພາບສືບຕໍ່ຮັກສາການແລກປ່ຽນຄະນະຜູ້ແທນທຸກຂັ້ນ; ຍົກສູງປະສິດທິຜົນບັນດາກົນໄກການເຈລະຈາທີ່ມີຢູ່ແລ້ວໃນປະຈຸບັນ; ຍູ້ແຮງການເຄື່ອນໄຫວຮ່ວມມືລະຫວ່າງບັນດາເຫຼົ່າທັບເຫຼົ່າຮົບ; ສືບຕໍ່ສົມທົບກັນ ແລະສະໜັບສະໜູນເຊິ່ງກັນ ແລະກັນໃນບັນດາເວທີປາໄສຫຼາຍຝ່າຍ, ໂດຍສະເພາະແມ່ນບັນດາການເຄື່ອນໄຫວ, ກອງປະຊຸມປ້ອງກັນຊາດ, ການທະຫານໂດຍກະຊວງປ້ອງກັນປະເທດຫວຽດນາມ ຮັບຜິດຊອບຈັດຕັ້ງໃນປີປະທານອາຊຽນ 2020. ທ່ານພົນໂທ Agus Setiadji ຕີລາຄາສູງຂໍ້ສະເໜີແນະ ແລະຂໍ້ລິເລີ່ມຂອງຫວຽດນາມ ໃນການອອກຖະແຫຼງການລວມຂອງລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດອາຊຽນ ກ່ຽວກັບການຮ່ວມມືດ້ານປ້ອງກັນຊາດໃນການປ້ອງກັນ, ຕ້ານ ໂລກພະຍາດ, ໃຫ້ຄໍາໝັ້ນສັນຍາຈະປະຕິບັດບັນດາເນື້ອໃນຂອງຖະແຫຼງການນີ້ຢ່າງຄົບຖ້ວນ.

ໂດຍ: ຈາງຫງວຽນ