ຕອນຄໍ່າ, ຢູ່ຕູບຫຼັງໜຶ່ງທີ່ນອນເລິກໃນພູເຂົາເຂດໄບ໋ນຸ໊ຍ (ແຂວງອານຢາງ), ພວກຂ້າພະເຈົ້າສັງເກດນັກຮົບໜ່ວຍໜຶ່ງກຳລັງເມົາມົວກັບການປະກອບບັນດາຮູບແບບຕັ້ງຢູ່ເທິງໂຕະ. ແຕ່ລະຄົນລ້ວນແຕ່ກໍ່ມີຜະລິດຕະພັນສະເພາະຂອງຕົນ, ເຂົາເຈົ້າເຮັດວຽກຢ່າງລະອຽດລະອໍ, ທັງເຮັດວຽກ, ທັງແລກປ່ຽນໂອ້ລົມກັນ, ໜ້າຕາຜູ້ໃດກໍ່ສະແດງໃຫ້ເຫັນຄວາມເມົາມົວພິເສດ. ເຖິງວ່າການຜະລິດບໍ່ທັນສໍາເລັດ, ແຕ່ຂ້າພະເຈົ້າເຫັນຢູ່ໂຕະຮູບແບບໝາກຫົວໃຈສອງໜ່ວຍສະຫຼັບກັນ, ເຮືອນຫຼັງນ້ອຍ, ຕົ້ນດອກເໝີຍ... ເຂົາເຈົ້າຕື່ນເຕັ້ນໃຈເມື່ອພະນັກງານກອງຮ້ອຍຍ່າງເຂົ້າ, ຜູ້ໃດກໍ່ “ອວດ” ແນວຄວາມຄິດຂອງຕົນເມື່ອເຮັດຂອງຂວັນ. ນັ້ນແມ່ນກົມກອງສັງກັດກອງພົນນ້ອຍຊ່າງແສງ 25 (ທະຫານເຂດ 9) ທີ່ພວມກໍ່ສ້າງກິດຈະກໍາປ້ອງກັນຊາດ. ບຸນເຕັດປີນີ້, ໃນກົມກອງມີນັກຮົບຫຼາຍຄົນຈະອອກຈາກກອງທັບ. “ບຸນເຕັດປີກາຍ, ພວກຂ້າພະເຈົ້າເຮັດຂອງຂວັນລະດູບານໃໝ່ເພື່ອມອບໃຫ້ກັນ ແລະມອບໃຫ້ກົມກອງ, ສ່ວນປີນີ້ເຮັດຂອງຂວັນແມ່ນເພື່ອມອບໃຫ້ຍາດຕິພີ່ນ້ອງ”.

leftcenterrightdel
ບັນດາຂອງຂວັນລະດູບານໃໝ່ຂອງນັກຮົບກອງພັນ 519, ກອງພັນໃຫຍ່ 893 (ກອງບັນຊາການທະຫານແຂວງກຽນຢາງ). ພາບ: ຮົ່ງດັງ.

ໃນຊຸມວັນທ້າຍປີ 2019, ເມື່ອມາຢາມບັນດາກົມກອງສັງກັດທະຫານເຂດ 9, ຖ້າຖາມບັນດານັກຮົບວ່າ, ບຸນເຕັດປີນີ້ພວກເຈົ້າຈະເຮັດຂອງຂວັນມອບໃຫ້ຄົນຮັກຫຼືບໍ່, ເຂົາເຈົ້າລ້ວນແຕ່ຍິ້ມຫົວແລ້ວງຶກຫົວຢັ້ງຢືນ. ຢູ່ກົມກອງຕ່າງໆ, ຂ້າພະເຈົ້າຄິດວ່າເລື່ອງເຮັດຂອງຂວັນບຸນເຕັດບໍ່ມີໃຜບອກສອນແນະນຳໃຫ້ໃຜ, ຫາກເບື້ອງຕົ້ນແມ່ນເລີ່ມຕົ້ນຈາກຄວາມຕ້ອງການຂອງບາງຄົນເທົ່ານັ້ນ. ຜ່ານຫຼາຍຮຸ່ນຄົນ, ຄວາມຊິນເຄີຍນັ້ນໄດ້ກາຍເປັນຈຸດວັດທະນະທໍາທີ່ດີງາມ ແລະມີກຳລັງແຜ່ຂະຫຍາຍຢ່າງກວ້າງຂວາງ.

ພົນທະຫານຊັ້ນ 1 ແທັ້ກແທັງໂຕ (ນັກຮົບສື່ສານ, ກອງພັນ 16, ກອງພັນໃຫຍ່ 1, ກອງພົນ 330) ແບ່ງປັນວ່າ: “ກ່ອນບຸນເຕັດສອງສາມເດືອນ, ພວກຂ້າພະເຈົ້າໄດ້ຄິດໃນໃຈວ່າຕົນຈະເຮັດຂອງຂວັນຄືແນວໃດໃຫ້ມີຄວາມໝາຍ ແລະສວຍງາມ. ໃນການເຄື່ອນທັບພ້ອມກັບກົມກອງຕ່າງໆ, ໄປຝຶກແອບຢູ່ພູເຂົາ, ພວກຂ້າພະເຈົ້າເຄີຍຍາດເວລາພັກຜ່ອນ, ຊອກຫາເລືອກເອົາບັນດາພຸ່ມໄມ້ທີ່ມີຮູບຊົງເໝາະສົມເພື່ອເຮັດຂອງຂວັນ. ດອກໄມ້ເຮັດດ້ວຍຜ້າ, ໃຊ້ຢາງກາວ, ນ້ຳສີ... ເວົ້າລວມແລ້ວວັດຖຸດິບລ້ວນແຕ່ຊື້ຢູ່ຕະຫຼາດໄດ້, ຫຼັງຈາກນັ້ນແມ່ນອີງຕາມແນວຄວາມຄິດ ແລະຄວາມຄ່ອງແຄ່ວຂອງແຕ່ລະຄົນຈະສ້າງເປັນຂອງຂວັນລະດູບານໃໝ່”. ສ່ວນນັກຮົບ ເຈິ່ນຮວ່າງຄ໋າຍ (ກອງຮ້ອຍ 1,  ກອງພັນ 3, ກອງພັນໃຫຍ່ 152, ທະຫານເຂດ 9) ແບ່ງປັນວ່າ: "ຍ້ອນຕັ້ງທັບຢູ່ຫ່າງໄກດິນຕໍ່ແຜ່ນ ແລະຮຽນຕາມເພື່ອນຮ່ວມກົມກອງລຸ້ນກ່ອນ, ພວກຂ້າພະເຈົ້າໄດ້ເຮັດຂອງຂວັນຈາກປະກາລັງ ແລະເປືອກຫອຍທະເລ. ບໍ່ຮູ້ວ່າມັນຈະສວຍງາມ, ຫຼືຂີ້ຮ້າຍຄືແນວໃດ, ແຕ່ເມື່ອເຮັດສຳເລັດແລ້ວແມ່ນຢາກມີຍາດຕິພີ່ນ້ອງຢູ່ທີ່ນີ້ເພື່ອພ້ອມກັນ... ຊົມເບິ່ງ".

ມັນແມ່ນແນວນັ້ນແທ້, ຜ່ານຝ່າມືບັນດານັກຮົບ, ງ່າໄມ້ແຫ້ງ, ເປືອກຫອຍພັດ, ໄມ້ຈິ້ມແຂ້ວ, ປະກາລັງ... ກໍ່ລ້ວນແຕ່ກາຍເປັນຂອງຂວັນທີ່ສ້າງຄວາມດຶງດູດທີ່ສຸດ.

ໂດຍ: ເຈິ່ນຮວ່ຽນ