leftcenterrightdel
ທ່ານພົນເອກ ໂງຊວນລິກ ສົ່ງຄໍາອວຍພອນບຸນປີໃໝ່ປະຈໍາຊາດ ເຖິງພະນັກງານ, ນັກຮົບທະຫານຊາຍແດນ. ພາບ: ຈູແອັງ.

ທ່ານພົນຕີ ຮ່ວາງຊວນຈ໊ຽນ, ຜູ້ບັນຊາການທະຫານຊາຍແດນ ໃຫ້ຮູ້ວ່າ: ກ່ຽວກັບວຽກງານກະກຽມຕ້ອນຮັບບຸນປີໃໝ່ປະຈໍາຊາດ 2020, ຄະນະພັກ, ກອງບັນຊາການທະຫານຊາຍແດນ ໄດ້ຊີ້ນໍາບັນດາອົງການ, ກົມກອງເພີ່ມທະວີວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ, ປະຕິບັດວຽກງານສຶກສາອົບຮົມດ້ານການເມືອງ, ແນວຄິດ, ລະບຽບວິໄນເປັນຢ່າງດີ, ຮັບປະກັນຄວາມປອດໄພ, ຈັດຕັ້ງການຕ້ອນຮັບບຸນເຕັດໃຫ້ມີຄວາມເບີກບານມ່ວນຊື່ນ, ປອດໄພ, ປະຢັດ, ກຽມພ້ອມສູ້ຮົບສູງ.

leftcenterrightdel
ທ່ານພົນເອກ ໂງຊວນລິກ ແລະຄະນະປະຕິບັດງານ ພ້ອມດ້ວຍພະນັກງານ, ນັກຮົບກອງບັນຊາການທະຫານຊາຍແດນ. ພາບ: ຈູແອັງ.
leftcenterrightdel
ທ່ານພົນເອກ ໂງຊວນລິກ ພ້ອມດ້ວຍຄະນະປະຕິບັດງານ ປູກຕົ້ນໄມ້ເປັນທີ່ລະນຶກຢູ່ສໍານັກງານກອງບັນຊາການທະຫານຊາຍແດນ. ພາບ: ຈູແອັງ.

ພາຍຫຼັງສົ່ງຄໍາອວຍພອນບຸນປີໃໝ່ປະຈໍາຊາດເຖິງພະນັກງານ, ນັກຮົບທ່ົວກໍາລັງທະຫານຊາຍແດນ, ທ່ານພົນເອກ ໂງຊວນລິກ ຮຽກຮ້ອງໃຫ້ພະນັກງານ, ນັກຮົບກໍາລັງທະຫານຊາຍແດນ ຄວນຊາບຊຶມ ແລະສຸມໃສ່ປະຕິບັດໜ້າທີ່ປົກປັກຮັກສາຊາຍແດນແຫ່ງຊາດຢ່າງຄົບຊຸດ, ມີປະສິດທິຜົນຕາມບັນດາມະຕິຂອງພັກ. ໂຄງການດໍາເນີນງານ, ແຜນຮ່າງວຽກງານຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ໂດຍສະເພາະແມ່ນເລື່ອງຜັນຂະຫຍາຍການປະຕິບັດມະຕິຂອງກົມການເມືອງ ກ່ຽວກັບຍຸດທະສາດປົກປັກຮັກສາຊາຍແດນແຫ່ງຊາດ ຢ່າງມີປະສິດທິຜົນດ້ວຍບັນດາມາດຕະການ, ການກະທໍາຢ່າງແທດຈິງ, ລະອຽດ ແລະທັນການ. ເພີ່ມທະວີວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ, ຄວບຄຸມດ່ານຊາຍແດນ, ຕໍ່ສູ້ຕ້ານອາດຊະຍາກໍາ; ຜັນຂະຫຍາຍການປະຕິບັດແຜນການຕໍ່ສູ້ຕ້ານ ແລະສະກັດກັ້ນການຄ້າເຖື່ອນ, ການສໍ້ໂກງການຄ້າຢ່າງມີປະສິດທິຜົນ, ໂດຍສະເພາະແມ່ນໃນໂອກາດບຸນປີໃໝ່ປະຈໍາຊາດ 2020.

ໂດຍ: ທູຈາງ