ທ່ານພົນຈັັດຕະວາ ຮວ່າງກິມຟຸ້ງ, ຫົວໜ້າກົມຮັກສາສັນຕິພາບຫວຽດນາມ ໄດ້ລາຍງານໝາກຜົນການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ ແລະວຽກງານກຽມພ້ອມສູ້ຮົບຂອງກົມກອງໃນຍາມປີໃໝ່. ທ່ານ ໃຫ້ຮູ້ວ່າ, ໜ້າທີ່ຈຸດສຸມໃນປີ 2020 ຂອງກົມກອງລວມມີ: ການຝຶກແອບ ແລະຜັນຂະຫຍາຍໂຮງໝໍກາງສະໜາມຂັ້ນ 2 ເລກ 3 ໄປແທນໂຮງໝໍກາງສະໜາມຂັ້ນ 2 ເລກ 2 ທີ່ພວມປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານຢູ່ຊູດັງໃຕ້; ຊຸກຍູ້ການສ້າງມະຕິສະພາແຫ່ງຊາດເພື່ອໃຫ້ມີເອກະສານນິຕິກໍາປັບປຸງບັນດາການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ.

leftcenterrightdel
ພະນັກງານ, ພາລະກອນກົມຮັກສາສັນຕິພາບສະຫະປະຊາຊາດຫວຽດນາມ ຕ້ອນຮັບທ່ານພົນເອກ ໂງຊວນລິກ ແລະຄະນະປະຕິບັດງານ. ພາບ: ໝີແຫ້ງ.

ໄປຢ້ຽມຢາມຮາກຖານ ແລະກວດກາສະພາບການປະຕິບັດໜ້າທີ່ຢູ່ກົມຮັກສາສັນຕິພາບຫວຽດນາມ, ທ່ານພົນເອກ ໂງຊວນລິກ ໄດ້ຮັບຮູ້, ຍ້ອງຍໍຊົມເຊີຍບັນດາຄວາມມານະພະຍາຍາມຂອງໝູ່ຄະນະພະນັກງານ, ນັກຮົບ ແລະພາລະກອນກົມກອງທີ່ໄດ້ຜ່ານຜ່າຄວາມທຸກຍາກຫຼາຍຢ່າງ, ສໍາເລັດໜ້າທີ່ວຽກງານດ້ານຕ່າງໆ. ທ່ານພົນເອກ ໂງຊວນລິກ ໄດ້ຕີລາຄາກົມຮັກສາສັນຕິພາບ ຫວຽດນາມ ໄດ້ເປັນເຈົ້າການ, ຕັ້ງໜ້າ, ມີຄວາມຮັບຜິດຊອບດ້ານການເມືອງສູງໃນວຽກງານເປັນເສນາທິການຍຸດທະສາດກ່ຽວກັບເລື່ອງ ຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ; ຈັດຕັ້ງສໍາເລັດການຜັນຂະຫຍາຍໂຮງໝໍກາງສະໜາມຂັ້ນ 2 ເລກ 1 ຢູ່ຄະນະປະຕິບັດງານຢູ່ຊູດັງໃຕ້. ໂຮງໝໍໄດ້ສໍາເລັດໜ້າທີ່ເປັນຢ່າງດີ ແລະກັບຄືນເມືອປະເທດ ແລະໂຮງໝໍກາງສະໜາມຂັ້ນ 2 ເລກ 2 ຫາກໍ່ໄປປ່ຽນແທນເພື່ອສືບຕໍ່ປະຕິບັດພາລະກໍາຮັກສາສັນຕິພາບສະຫະປະຊາຊາດ.

ທ່ານພົນເອກ ໂງຊວນລິກ ໄດ້ຊີ້ນໍາກົມຮັກສາສັນຕິພາບຫວຽດນາມ ຄວນເຮັດວຽກງານເສນາທິການໃຫ້ເປັນຢ່າງດີ, ປະກອບສ່ວນປະຕິບັດບັນດາຄໍາໝັ້ນສັນຍາຂອງຫວຽດນາມ ເຂົ້າຮ່ວມໃຫ້ນັບມື້ນັບເລິກເຊິ່ງກວ້າງຂວາງ ແລະມີປະສິດທິຜົນຕໍ່ການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ, ເໝາະສົມກັບຄວາມສາມາດຂອງຫວຽດນາມ, ຂອງກອງທັບ. 

ເມື່ອໄປຢ້ຽມຢາມໂຮງຮຽນນາຍທະຫານການເມືອງ, ທ່ານພົນເອກ ໂງຊວນລິກ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ບັນດາໝາກຜົນການບຳລຸງ  ແລະກໍ່ສ້າງກົມກອງເຊິ່ງໂຮງຮຽນບັນລຸໄດ້ໃນປີຜ່ານມາ. ປີ 2019, ໂຮງຮຽນໄດ້ສໍາເລັດບັນດາໜ້າທີ່ຢ່າງຮອບດ້ານ, ແມ່ນໜຶ່ງໃນບັນດາກົມກອງແຖວໜ້າໃນກຸ່ມໂຮງຮຽນທ່ົວກອງທັບ.

leftcenterrightdel
ທ່ານພົນເອກ ໂງຊວນລິກ ຢ້ຽມຢາມ ແລະອວຍພອນບຸນເຕັດໂຮງຮຽນນາຍທະຫານການເມືອງ. ພາບ: ໝີແຫ້ງ.

ທ່ານລັດຖະມົນຕີ ໄດ້ຍ້ອງຍໍຊົມເຊີຍໂຮງຮຽນນາຍທະຫານການເມືອງ ໄດ້ປະຕິບັດໜ້າທີ່ການເມືອງ, ໄປຄຽງຄູ່ກັບການເບິ່ງແຍງດູແລ, ຍົກສູງຊີວິດດ້ານວັດຖຸ, ຈິດໃຈໃຫ້ແກ່ພະນັກງານ, ຄູອາຈານ, ນັກສຶກສາ, ນັກຄົ້ນຄວ້າ. ທ່ານພົນເອກ ໂງຊວນລິກ ຊົມເຊີຍໂຮງຮຽນໃນປີຜ່ານມາໄດ້ເອົາໃຈໃສ່ປະຕິບັດ 3 ຂອດບຸກທະລຸ: ຍົກສູງຄຸນນະພາບການສຶກສາ-ກໍ່ສ້າງ; ບໍາລຸງສ້າງ, ກໍ່ສ້າງຖັນແຖວພະນັກງານ; ສ້າງເປັນກຳລັງຫຼວງ ແລະຝຶກຝົນຫຼໍ່ຫຼອມລະບຽບວິໄນ. ທ່ານພົນເອກ ໂງຊວນລິກ ໃສ່ໃຈວ່າໂຮງຮຽນນາຍທະຫານການເມືອງຕ້ອງເອົາໃຈໃສ່ກວ່າອີກເຖິງວຽກງານຍົກສູງຄຸນນະພາບການກໍ່ສ້າງ, ຕິດພັນກັບການສິດສອນໃນໂຮງຮຽນກັບພຶດຕິກຳຕົວຈິງ.

ຕາງໜ້າຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ທ່ານລັດຖະມົນຕີໄດ້ມອບຂອງຂວັນ ແລະອວຍພອນໃຫ້ພະນັກງານ, ຄູອາຈານ, ນັກສຶກສາ, ນັກຄົ້ນຄວ້າຂອງໂຮງຮຽນ ປີໃໝ່ຈົ່ງມີສຸຂະພາບແຂງແຮງ, ມີຄວາມສາມັກຄີ, ມານະພະຍາຍາມສ້າງໂຮງຮຽນໃຫ້ນັບມື້ນັບມີຄວາມກ້າວໜ້າ.

ໂດຍ: ເກື່ອງດັ້ງ