1. ໃນປີ 2019, ກະຊວງປ້ອງກັນປະເທດ ແລະບັນດາອົງການ, ກົມກອງ, ກໍາລັງ ໄດ້ຈັດຕັ້ງກອງປະຊຸມສໍາມະນາວິທະຍາສາດທີ່ມີຄຸນນະພາບຫຼາຍຢ່າງ, ດຶງດູດຄວາມເອົາໃຈໃສ່, ການປະກອບຄໍາຄິດເຫັນຈາກບັນດານາຍພົນ, ນັກວິທະຍາສາດ, ນັກຄົ້ນຄວ້າພາຍໃນ ແລະນອກກອງທັບເປັນຈໍານວນຫຼວງຫຼາຍ. ພົ້ນເດັ່ນແມ່ນ: ວັນທີ 29 ພະຈິກ, ກະຊວງປ້ອງກັນປະເທດ ໄດ້ສົມທົບກັບຄະນະໂຄສະນາສຶກສາສູນກາງ ຈັດຕັ້ງກອງປະຊຸມສໍາມະນາພາຍໃຕ້ຫົວຂໍ້: “ເສີມຂະຫຍາຍບົດບາດຫຼັກແຫຼ່ງຂອງກອງທັບວິລະຊົນ, ກໍ່ສ້າງພື້ນຖານທົ່ວປວງຊົນປ້ອງກັນຊາດໃຫ້ໝັ້ນຄົງເຂັ້ມແຂງ”. ກອງປະຊຸມສໍາມະນາ ໄດ້ສຸມໃສ່ເຮັດໃຫ້ ບັນດາບັນຫາທີ່ມີລັກສະນະກົດເກນ, ລັກສະນະຫຼັກການກ່ຽວກັບໄຊຊະນະເລິກເຊິ່ງກວ່າອີກ, ຖອດຖອນບົດຮຽນໃນວິວັດແຫ່ງການກໍ່ສ້າງ, ສູ້ຮົບ, ເຕີບໃຫຍ່ຂອງກອງທັບປະຊາຊົນຫວຽດນາມ; ເປັນການຢັ້ງຢືນບົດບາດ, ຜົນງານຂອງວັນບຸນທົ່ວປວງຊົນປ້ອງກັນຊາດ ທີ່ມີຕໍ່ພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ...

leftcenterrightdel
ບັນດາຜູ້ແທນແລກປ່ຽນຢູ່ນອກກອງປະຊຸມສໍາມະນາ “ເສີມຂະຫຍາຍບົດບາດຫຼັກແຫຼ່ງຂອງກອງທັບວິລະຊົນ, ກໍ່ສ້າງພື້ນຖານທົ່ວປວງຊົນປ້ອງກັນຊາດໃຫ້ໝັ້ນຄົງເຂັ້ມແຂງ”. ພາບ: qdnd.vn.

2. ປີ 2019, ບັນດາອົງການ, ກົມກອງຂຶ້ນກັບຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງກອງປະຊຸມໃຫຍ່ແຂ່ງຂັນຍາດເອົາໄຊຊະນະ (ໄລຍະ 2014-2019); ປະເມີນຜົນບັ້ນຂົນຂວາຍ 50 (ໄລຍະ 2015-2019)... ໃນນັ້ນ, ຢ້ັງຢືນບັນດາອົງການ, ກົມກອງໄດ້ຈັດຕັ້ງຂະບວນການເສີມຂະຫຍາຍຂໍ້ລິເລີ່ມ, ດັດແປງເຕັກນິກ, ຄົ້ນຄວ້າວິທະຍາສາດຢ່າງຟົດຟື້ນ, ທົ່ວເຖິງ, ເຊິ່ງໄດ້ດຶງດູດພະນັກງານ, ພາລະກອນ, ຜູ້ອອກແຮງງານເຂົ້າຮ່ວມເປັນຈໍານວນຫຼວງຫຼາຍ.

3. ກົມໃຫຍ່ເຕັກນິກ ໄດ້ສົມທົບກັບບັນດາອົງການ, ຂະແໜງການ ປັບປຸງແຜນການຜັນຂະຫຍາຍການປະຕິບັດບົດສະຫຼຸບສະບັບເລກທີ  44-TB/TW ລົງໃນວັນທີ 1 ກຸມພາ 2018 ຂອງກົມການເມືອງ. ຈາກນັ້ນ, ເຮັດລະບຽບການຍື່ນສະເໜີຕໍ່ນາຍົກລັດຖະມົນຕີ ອະນຸມັດຜ່ານແຜນຮ່າງ 324-KT “ກ່ຽວກັບງົບປະມານຮັບປະກັນດ້ານເຕັກນິກໄລຍະ 2018-2030 ໃຫ້ແກ່ການຊື້ອາວຸດຍຸດທະພັນເຕັກນິກປະເພດຕ່າງໆ ແຕ່ປີ 2001 ມາຮອດປັດຈຸບັນ”. ນອກຈາກນັ້ນ, ກົມໃຫຍ່ເຕັກນິກ ໄດ້ຍື່ນສະເໜີຕໍ່ຫົວໜ້າກະຊວງປ້ອງກັນປະເທດ ອະນຸມັດຜ່ານແຜນການປະຕິບັດແຜນຮ່າງ  KA-10; ສ້າງແຜນຮ່າງ 08-KT...

leftcenterrightdel
ແຜນຮ່າງ 324-KT ຊ່ວຍໃຫ້ກອງທັບມີອາວຸດ, ອຸປະກອນທັນສະໄໝຫຼາຍຕື່ມອີກ, ຍົກສູງຄວາມສາມາດໃນການຝຶກແອບ, ກຽມພ້ອມສູ້ຮົບ. ພາບ: qdnd.vn.

4. ທົ່ວກອງທັບຈັດຕັ້ງວຽກງານຮັບປະກັນອຸປະກອນ, ເຕັກນິກໃຫ້ແກ່ໜ້າທີ່ຝຶກແອບ, ຝຶກຊ້ອມຂັ້ນກະຊວງ ແລະຝຶກຊ້ອມເຂດປ້ອງກັນຢູ່ແຂວງຕ່າງໆເປັນຢ່າງດີ. ໃນປີ 2019, ກົມໃຫຍ່ເຕັກນິກ ໄດ້ຈັດຕັ້ງງານປະກວດດ້ານເຕັກນິກຂັ້ນທົ່ວກອງທັບຫຼາຍຢ່າງ; ຈັດຕັ້ງຮັບປະກັນວຽກງານເຕັກນິກ, ຝຶກແອບເປັນຢ່າງດີໃຫ້ແກ່ບັນດາທີມທີ່ເຂົ້າຮ່ວມງານມະຫາກໍາກິລາການທະຫານສາກົນ  (Army Games) ບັນລຸໝາກຜົນສູງ. ພິເສດ, ເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ ໄດ້ຈັດຕັ້ງການຍິງລູກປືນແທ້ແນໃສ່ກວດກາອາວຸດປະເພດຕ່າງໆ, ອຸປະກອນເຕັກນິກຢ່າງຮອບດ້ານ, ເປັນຕົ້ນແມ່ນບາງປະເພດລູກສອນໄຟທັນສະໄໝ ທີ່ຫາກໍ່ໄດ້ຮັບການປະກອບ.

leftcenterrightdel
ເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ ຈັດຕັ້ງການຍິງລູກປືນແທ້ ປີ 2019 ບັນລຸໝາກຜົນທີ່ດີ. ພາບ: qdnd.vn.

5. ກອງທັບຈັດຕັ້ງການຊື້, ຮັບເອົາ, ປະກອບອາວຸດຍຸດທະພັນເຕັກນິກກ້າວໜ້າ, ທັນສະໄໝຫຼາຍປະເພດ. ຂະແໜງອຸດສາຫະກໍາປ້ອງກັນຊາດ ດໍາເນີນຕໍ່ກໍາປັ່ນສູ້ຮົບ, ກໍາປັ່ນລາດຕະເວນ, ກໍາປັ່ນກູ້ໄພກູ້ຊີບລໍາໃໝ່. ພິເສດ, ວັນທີ 4 ທັນວາ 2019, ຢູ່ໂຮງງານ Z189 ໄດ້ດໍາເນີນພິທີປ່ອຍກໍາປັ່ນດຳນ້ຳຊອກຫາກູ້ຊີບ MSSARS 9316. ນີ້ແມ່ນກໍາປັ່ນດໍານໍ້າກູ້ຊີບລຳທຳອິດທີ່ໄດ້ຮັບການຕໍ່ຢູ່ຫວຽດນາມ.

leftcenterrightdel
ພິທີປ່ອຍກໍາປັ່ນດໍານໍ້າຊອກຫາກູ້ຊີບ MSSARS 9316 ລົງໜ້ານ້ຳຢູ່ໂຮງງານ Z189. ພາບ: qdnd.vn.

ໂດຍ: ທູຈາງ