ກອງປະຊຸມເພື່ອແນໃສ່ເພີ່ມທະວີ ແລະຍົກສູງກໍາລັງຄວາມສາມາດເຮັດວຽກເປັນກຸ່ມກໍ່ຄືສົ່ງເສີມບັນດາການເຄື່ອນໄຫວແບ່ງປັນ, ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບຄວາມໝັ້ນຄົງໃນການເດີນທະເລ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ມິແຮ້ງ.

ກ່າວຄໍາເຫັນທີ່ພິທີໄຂ, ທ່ານພົນຈັດຕະວາ ບຸ໋ຍຈູງຢູງ, ຮອງຜູ້ບັນຊາການກອງບັນຊາການຕໍາຫຼວດທະເລຫວຽດນາມ ຢັ້ງຢືນວ່າ, ກອງປະຊຸມແມ່ນກາລະໂອກາດທີ່ດີເພື່ອໃຫ້ບັນດາກໍາລັງປະຕິບັດກົດໝາຍຂອງບັນດາປະເທດພາຍໃນ ແລະນອກພາກພື້ນມີເງື່ອນໄຂພົບປະ, ແລກປ່ຽນບົດຮຽນກ່ຽວກັບການຮັບມືຢ່າງວ່ອງໄວ, ທັນການຕໍ່ໜ້າບັນດາອຸບັດເຫດ, ການລະເມີດໂດຍບັງເອີນທີ່ອາດຈະເກີດຂຶ້ນໃນທຸກໆເວລາ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມຖ່າຍຮູບລວມ. ພາບ: ມິແຮ້ງ.

ທີ່ກອງປະຊຸມ, ຫວຽດນາມໄດ້ແບ່ງປັນບາງບົດຮຽນ, ມາດຕະການກ່ຽວກັບການຕ້ານ, ສະກັດກັ້ນໂຈນສະລັດ ແລະພວກປຸ້ນປະກອບອາວຸດໂຕ້ຕ້ານກໍາປັ່ນ, ເຮືອ. ຫວຽດນາມ ໄດ້ ແລະພວມປັບປຸງນະໂຍບາຍ, ກົດໝາຍວ່າດ້ວຍການຕ້ານ, ສະກັດກັ້ນໂຈນສະລັດ ແລະພວກປຸ້ນປະກອບອາວຸດໂຕ້ຕ້ານກໍາປັ່ນ, ເຮືອໃຫ້ສົມບູນ; ເພີ່ມທະວີການຮ່ວມມືກັບສາກົນ, ສົມທົບກັນລະຫວ່າງຂະແໜງລະຫວ່າງບັນດາອົງການ, ກໍາລັງພາຍໃນປະເທດ...

ເປັນໜ້າເອົາໃຈໃສ່ທີ່ສຸດແມ່ນບັນດາຜູ້ແທນໄດ້ປຶກສາຫາລືເປັນກຸ່ມ ເພື່ອຊອກຫາວິທີການຊຸກຍູ້ການເຄື່ອນໄຫວແບ່ງປັນ, ລາຍງານບັນດາກໍລະນີຢ່າງວ່ອງໄວທີ່ສຸດ ເພື່ອແນໃສ່ຍົກສູງປະສິດທິຜົນໃນການຮັບມືກັບບັນດາບັນຫາຄວາມໝັ້ນຄົງໃນການເດີນທະເລຢູ່ອາຊີ ແລະການປະສານສົມທົບລະຫວ່າງບັນດາສູນຫົວເງື່ອນແບ່ງປັນຂໍ້ມູນຂ່າວສານ, ກໍ່ຄືລະຫວ່າງບັນດາອົງການປະຕິບັດກົດໝາຍບົນທະເລໃນພາກພື້ນ.

ໂດຍ: ທະນາພອນ