leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: qdnd.vn.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ຫງວຽນຊວນຟຸກ ສະເໜີໃຫ້ທົ່ວກອງທັບຍົກສູງຈິດໃຈລະວັງຕົວປະຕິວັດ, ເປັນເຈົ້າການກໍາແໜ້ນ, ຕີລາຄາ, ຄາດຄະເນສະພາບການຢ່າງຖືກຕ້ອງ, ເປັນເສນາທິການໃຫ້ພັກ, ລັດ ກ່ຽວກັບນະໂຍບາຍແກ້ໄຂບັນດາສະຖານະການດ້ານການທະຫານ, ການປ້ອງກັນຊາດຢ່າງທັນການ.

ຄຽງຂ້າງນັ້ນ, ກະຊວງປ້ອງກັນປະເທດສືບຕໍ່ຊາບຊຶມແນວທາງພົວພັນຕ່າງປະເທດເປັນເອກະລາດ, ເປັນເຈົ້າຕົນເອງຂອງພັກຢ່າງເລິກເຊິ່ງ, ຍົກສູງປະສິດທິຜົນວຽກງານພົວພັນຕ່າງປະເທດດ້ານປ້ອງກັນຊາດ; ປະກອບສ່ວນປົກປັກຮັກສາເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດໄວ້ຢ່າງໝັ້ນຄົງ; ກະກຽມຢ່າງລອບຄອບຖີ່ຖ້ວນ, ຈັດຕັ້ງບັນດາການເຄື່ອນໄຫວປ້ອງກັນຊາດ, ການທະຫານໃນປີ 2020 ເມື່ອຫວຽດນາມ ເປັນປະທານອາຊຽນ; ຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດກັບປະເທດຕ່າງໆ, ເປັນຕົ້ນແມ່ນບັນດາປະເທດບ້ານໃກ້ເຮືອນຄຽງ, ບັນດາປະເທດອາຊຽນ ແລະເພື່ອນມິດທີ່ເປັນມູນເຊື້ອ. ເປັນເຈົ້າການເຂົ້າຮ່ວມບັນດາກົນໄກຮ່ວມມືດ້ານປ້ອງກັນຊາດຫຼາຍຝ່າຍ, ເປີດກວ້າງການຮ່ວມມືກັບສະຫະພາບເອີລົບ; ສືບຕໍ່ເຂົ້າຮ່ວມບັນດາການເຄື່ອນໄຫວຮັກສາສັນຕິພາບ, ຍົກສູງທີ່ຕັ້ງບົດບາດ, ອິດທິພົນຊື່ສຽງສາກົນຂອງປະເທດ ແລະກອງທັບ.

leftcenterrightdel
ທ່ານພົນເອກ ໂງຊວນລິກ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: qdnd.vn.
leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ຖ່າຍຮູບເປັນທີ່ລະນຶກກັບບັນດາຜູ້ແທນ. ພາບ: qdnd.vn.

ກ່າວຄໍາເຫັນສະຫຼຸບກອງປະຊຸມ, ທ່ານພົນເອກ ໂງຊວນລິກ ເນັ້ນໜັ້ກວ່າ, ຕໍ່ໜ້າຄວາມຮຽກຮ້ອງໃໝ່ຂອງໜ້າທີ່ກໍ່ສ້າງກອງທັບ, ປົກປັກຮັກສາປະເທດຊາດ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດຫວຽດນາມ ຮຽກຮ້ອງທົ່ວກອງທັບຊາບຊຶມ, ປະຕິບັດບັນດາມະຕິ, ຄຳສັ່ງຂອງຂັ້ນເທິງ, ເປັນຕົ້ນແມ່ນມະຕິນໍາພາໜ້າທີ່ປີ 2020 ຂອງຄະນະພັກການທະຫານສູນກາງຢ່າງມີປະສິດທິຜົນ; ເປັນເຈົ້າການກຳແໜ້ນ ແລະຄາດຄະເນສະພາບການຢ່າງຖືກຕ້ອງເພື່ອເປັນເສນາທິການຍຸດທະສາດໃຫ້ພັກ, ລັດ ຢ່າງທັນການ ເພື່ອມີນະໂຍບາຍແກ້ໄຂບັນດາສະຖານະການເກີດຂຶ້ນຢ່າງມີໄຊ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບໂດຍບັງເອີນ, ເປັນຕົ້ນແມ່ນບັນດາກໍລະນີຢູ່ທະເລ.

ໂດຍ: ເຈິ່ນຮວ່ຽນ