ທີ່ການຕ້ອນຮັບ, ທ່ານພົນໂທ ຟານວັນຢາງ ເນັ້ນໜັກວ່າ, ໃນໄລຍະເກືອບ 50 ປີນັບແຕ່ເມື່ອສ້າງຕັ້ງການພົວພັນທາງການທູດມາຮອດປະຈຸບັນ, ການພົວພັນຫວຽດນາມ-ສີລັງກາ ໄດ້ຮັບການປັບປຸງ ແລະພັດທະນາຢ່າງບໍ່ຢຸດຢັ້ງໃນຫຼາຍຂົງເຂດ, ຄື: ການເມືອງ, ການພົວພັນທາງການທູດ, ເສດຖະກິດ, ການຄ້າ, ການປ້ອງກັນຊາດ...

leftcenterrightdel
ທ່ານພົນໂທ ຟານວັນຢາງ ຕ້ອນຮັບທ່ານ Prasanna Gamage. ພາບ: ເຟືອງລິງ.

ທ່ານພົນໂທ ຟານວັນຢາງ ຖືວ່າ, ຄວາມສາມາດບົ່ມຊ້ອນໃນການຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ ແລະສີລັງກາ ແມ່ນໃຫຍ່ຫຼວງ, ດັ່ງນັ້ນສອງຝ່າຍຄວນມີບາດກ້າວເດີນທີ່ສອດຄ່ອງ. ໃນຕໍ່ໜ້າ, ສອງຝ່າຍຄວນດໍາເນີນການແລກປ່ຽນຄະນະຜູ້ແທນທຸກຂັ້ນ ເພື່ອຊອກຮູ້ກົນໄກ, ແນະນໍາຄວາມຮຽກຮ້ອງຕ້ອງການ ແລະຄວາມສາມາດຕອບສະໜອງຂອງແຕ່ລະຝ່າຍ; ຊຸກຍູ້ການຮ່ວມມືໃນບັນດາຂົງເຂດເສນາຮັກ, ພະລາທິການ; ແລກປ່ຽນບົດຮຽນເຂົ້າຮ່ວມບັນດາການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ, ໜູນຊ່ວຍມະນຸດສະທໍາ ແລະກູ້ໄພກູ້ຊີບໄພພິບັດທໍາມະຊາດ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ; ການຮ່ວມມືອຸດສາຫະກໍາປ້ອງກັນຊາດ ແລະບໍາລຸງສ້າງ (ພາສາ, ເສນາຮັກ).

ທ່ານພົນໂທ ຟານວັນຢາງ ເນັ້ນໜັກວ່າ, ປີ 2020, ຫວຽດນາມ ເປັນປະທານອາຊຽນ, ສະນັ້ນ, ຈະມີການເຄື່ອນໄຫວຫຼາຍຢ່າງ, ເຊິ່ງລວມມີບັນດາກອງປະຊຸມ, ກອງປະຊຸມສໍາມະນາໂດຍກະຊວງປ້ອງກັນປະເທດຫວຽດນາມ ຈັດຕັ້ງ. ທ່ານພົນໂທ ຟານວັນຟາງ ຫວັງວ່າຝ່າຍສີລັງກາ ຈະເຂົ້າຮ່ວມຢ່າງຕັ້ງໜ້າໃນຂອບເຂດເຊິ່ງສອງຝ່າຍພ້ອມເຂົ້າຮ່ວມ.

ທ່ານ Prasanna Gamage ໄດ້ຂອບອົກຂອບໃຈຕໍ່ທ່ານພົນໂທ ຟານວັນຢາງ ໄດ້ສະຫຼະເວລາຕ້ອນຮັບຄະນະ ແລະທ່ານໄດ້ຢັ້ງຢືນວ່າ, ໃນອາຍຸການຂອງຕົນຈະມານະພະຍາຍາມຊຸກຍູ້ການຮ່ວມມືຫຼາຍດ້ານລະຫວ່າງສີລັງກາ ແລະຫວຽດນາມ, ພິເສດແມ່ນໃນຂົງເຂດປ້ອງກັນຊາດ.

ໂດຍ: ໄຊນີດາ