ຊົມເຊີຍ ແລະຍິນດີຕ້ອນຮັບຄະນະຜູ້ແທນສະພາສູງອາເມລິກາ ທີ່ເດີນທາງມາຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ, ທ່ານພົນໂທ ຟ້າມງອັກມິງ ສະແດງຄວາມເຊື່ອໝັ້ນວ່າການຢ້ຽມຢາມຂອງຄະນະຈະປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ-ອາເມລິກາ ກວ່າອີກ. ທ່ານພົນໂທ ຟ້າມງອັກມິງ ຢັ້ງຢືນວ່າ, ການຮ່ວມມືດ້ານປ້ອງກັນຊາດ ລະຫວ່າງສອງປະເທດໃນໄລຍະຜ່ານມານັບມື້ນັບເຂົ້າສູ່ແທດຈິງ ແລະມີປະສິດທິຜົນ, ສະແດງອອກຜ່ານບາງຂົງເຂດຮ່ວມມື, ຄື: ການແລກປ່ຽນຄະນະຜູ້ແທນ, ການປຶກສາຫາລືສົນທະນາ, ການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ຊອກຫາກູ້ໄພກູ້ຊີບ ແລະຊ່ວຍເຫຼືອດ້ານມະນຸດສະທໍາ, ເສນາຮັກ, ກໍ່ສ້າງ, ແບ່ງປັນບົດຮຽນເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ... 

leftcenterrightdel
ທ່ານພົນໂທ ຟ້າມງອັກມິງ ຕ້ອນຮັບຄະນະຜູ້ແທນສະພາສູງ ອາເມລິກາ. ພາບ: bqp.vn.

ທ່ານພົນໂທ ຟ້າມງອັກມິງ ເນັ້ນໜັກ ແລະຕີລາຄາສູງຕໍ່ຄວາມມານະພະຍາຍາມ ແລະການຮ່ວມມືລະຫວ່າງ ຫວຽດນາມ ແລະອາເມລິກາ ໃນການຜັນຂະຫຍາຍສໍາເລັດໂຄງການກໍາຈັດສະພາບແວດລ້ອມມົນລະພິດດີໂອຊີນຢູ່ສະໜາມບິນດ່ານັ້ງ ແລະເລື່ອງກະຊວງປ້ອງກັນປະເທດອາເມລິກາ ເຂົ້າຮ່ວມການຜັນຂະຫຍາຍໂຄງການທີ່ຄ້າຍຄືກັນຢູ່ສະໜາມບິນບຽນຮວ່າ ໂດຍກົງ.

ທ່ານ Tammy Duckworth  ຫວັງວ່າ, ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ເພີ່ມທະວີບັນດາການຮ່ວມມືໃຫ້ຫຼາຍກວ່ານີ້ອີກບົນພື້ນຖານຂອບເຂດຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດ, ບົດບັນທຶກຊ່ວຍຈໍາກ່ຽວກັບການຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດທີ່ໄດ້ເຊັນໃນປີ 2011 ແລະຖະແຫຼງການວິໄສທັດຮ່ວມກ່ຽວກັບການພົວພັນດ້ານປ້ອງກັນຊາດທີ່ໄດ້ເຊັນໃນປີ 2015; ຕັ້ງໜ້າຊອກຫາ, ເປີດກວ້າງການຮ່ວມມືໄປສູ່ບັນດາຂົງເຂດອື່ນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.

ໂດຍ: ໄຊຊະນະ