ກ່າວຄໍາເຫັນທີ່ພິທີເປີດຊຸດຝຶກອົບຮົມ, ທ່ານພົນຈັດຕະວາ ເຢືອງວັນຖັງ, ຮອງປະທານສານປະຊາຊົນສູງສຸດ, ປະທານສານທະຫານສູນກາງ ເນັ້ນໜັກວ່າ, ການຮ່ວມມືລະຫວ່າງບັນດາອົງການຕຸລາການໃນກອງທັບຫວຽດນາມ ແລະລາວ ໄດ້ມີມູນເຊື້ອເປັນຫຼາຍປີແລ້ວ ແລະບັນລຸໄດ້ໝາກຜົນອັນດີງາມຫຼາຍຢ່າງ. ຊຸດຝຶກອົບຮົມໃນຄັ້ງນີ້ແມ່ນສະແດງໃຫ້ເຫັນການສືບທອດ ແລະເສີມຂະຫຍາຍມູນເຊື້ອອັນດີງາມນັ້ນຢ່າງມີປະສິດທິຜົນ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມພິທີເປີດຊຸດຝຶກອົບຮົມ. ພາບ: ຮວ່າງຫວູ.

ທ່ານພົນຈັດຕະວາ ເຢືອງວັນຖັງ ໃຫ້ຮູ້ວ່າ, ໃນໄລຍະຝຶກອົບຮົມມາເປັນເວລາ 1 ເດືອນນັ້ນ, ພະນັກງານສານທະຫານແຫ່ງ ສປປ ລາວ ຈະຮັບເອົາຄວາມຮູ້, ບົດຮຽນຕ່າງໆໂດຍມີການຄັດເລືອກ ແລະແທດຈິງ, ຮັບໃຊ້ວຽກງານພຶດຕິກຳຕົວຈິງໂດຍກົງ. ນອກຈາກນັ້ນ, ໃນວິວັດການແລກປ່ຽນ, ຮໍ່າຮຽນ, ສານທະຫານສູນກາງກໍ່ໄດ້ມີໂອກາດໄດ້ຮັບເອົາບັນດາບົດຮຽນທີ່ດີຂອງສານທະຫານແຫ່ງ ສປປ ລາວ ເພື່ອສາມາດເພີ່ມຕື່ມເຂົ້າທິດສະດີນິຕິກໍາ ແລະປັບປຸງບົດຮຽນໃນການເຄື່ອນໄຫວພຶດຕິກໍາຕົວຈິງຂອງຕົນ.

ໂດຍ: ເກື່ອງດັ້ງ