ທີມລົດຕັງກອງທັບປະຊາຊົນຫວຽດນາມ ຍາດໄດ້ອັນດັບທີສອງໃນຮອບຊີງຊະນະເລີດຂອງກຸ່ມ 2, ລວມມີບັນດາທີມ: ຫວຽດນາມ, ອຸຊເບກິສຖານ, ກູບາ ແລະອູກັນດາ ຢູ່ສະໜາມຝຶກຊ້ອມ Alabino, ຊານນະຄອນຫຼວງມົດສະກູ (ສະຫະພັນລັດເຊຍ). ຕາມໜັງສືພິມດາວແດງ ຂອງກໍາລັງປະກອບອາວຸດລັດເຊຍ, ໃນຮອບຊີງຊະນະເລີດຂອງກຸ່ມ 2, ທີມລົດຕັງກອງທັບປະຊາຊົນຫວຽດນາມ ໄດ້ແຂ່ງຂັນເປັນຢ່າງດີໃນການຍິງເປົ້າໝາຍ ແລະຂ້າມຜ່ານບັນດາສິ່ງກີດຂວາງຢ່າງຄ່ອງແຄ່ວ. ໜັງສືພິມດາວແດງ ກໍ່ໃຫ້ຂໍ້ສັງເກດວ່າ,  ຜ່ານການແຂ່ງຂັນຕ່າງໆ, ທີມລົດຕັງຫວຽດນາມ ນັບມື້ນັບເສີມຂະຫຍາຍຄວາມສາມາດບົ່ມຊ້ອນຂອງຕົນ. ໃນຂະນະນັ້ນ, ຕາມ Rg.ru ແລ້ວ, ເຖິງວ່າທີມລົດຕັງຫວຽດນາມ ຍັງບໍ່ມີບົດຮຽນໃນການນໍາໃຊ້ລົດຕັງ T-72 ກໍ່ຕາມ, ແຕ່ເມື່ອເຂົ້າຮ່ວມການແຂ່ງຂັນໄດ້ລຶ້ງເຄີຍກັບລົດຕັງປະເພດໃໝ່ນີ້ຢ່າງວ່ອງໄວ.

leftcenterrightdel
ເພື່ອນມິດສາກົນອວຍພອນທີມລົດຕັງຫວຽດນາມ. ພາບ: ໝີແຮ້ງ.

ທີ່ສະໜາມຝຶກຊ້ອມ Korla (Xinjiang, ປະເທດຈີນ), ທີມເຄມີ ກອງທັບປະຊາຊົນຫວຽດນາມ ຍາດໄດ້ລາງວັນທີສາມໃນການແຂ່ງຂັນຈຸລົດສືບສວນສອດແນມປະຕິບັດໜ້າທີ່ “ສະພາບແວດລ້ອມປອດໄພ” ໃນຂອບເຂດ Army Games 2019. ແລກປ່ຽນກັບຊ່ອງໂທລະພາບ Tvzvezda ຂອງກໍາລັງປະກອບອາວຸດລັດເຊຍ, ຮັບຮູ້ ແລະຕີລາຄາສູງໝາກຜົນຂອງທີມເຄມີຫວຽດນາມ, ທ່ານ Alexander Peryazev ກໍາມະການຂອງ Army Games 2019 ເນັ້ນໜັກວ່າ: “ລາງວັນທີສາມເຊິ່ງທີມເຄມີຫວຽດນາມຍາດມາໄດ້. ເຂົາເຈົ້າແມ່ນບັນດາທະຫານໜຸ່ມ ແລະໄດ້ຮັບການຝຶກອົບຮົມເປັນຢ່າງດີ. ເຖິງວ່າການແຂ່ງຂັນຄັ້ງນີ້ດໍາເນີນໃນເງື່ອນໄຂຂ້ຽວຂາດ, ອຸນຫະພູມກາງແຈ້ງສູງແຕ່ທີມເຄມີຫວຽດນາມ ໄດ້ສໍາເລັດການແຂ່ງຂັນ”.

ໂດຍເສີມຂະຫຍາຍມູນເຊື້ອ “ເປີດເສັ້ນທາງໄຊຊະນະ”, ທີ່ນະຄອນ Tyumen, ສະຫະພັນລັດເຊຍ, ທີມຊ່າງແສງກອງທັບປະຊາຊົນຫວຽດນາມ ຍາດໄດ້ລາງວັນທີສາມໃນຮອບຊີງຊະນະເລີດການແຂ່ງຂັນທີມລົດຊ່າງແສງ “ເສັ້ນທາງປອດໄພ”. ເວັບໄຊ t-l.ru ຂອງນະຄອນ Tyumen ໄດ້ຍ້ອງຍໍເຈດຈໍານົງແຂ່ງຂັນຂອງທະຫານຊ່າງແສງຫວຽດນາມ ໃນໄລຍະເຂົ້າຮ່ວມການແຂ່ງຂັນ. ຕາມໜັງສືພິມດາວແດງ ຂອງກໍາລັງປະກອບອາວຸດລັດເຊຍ, ເຖິງວ່າແມ່ນຄັ້ງທໍາອິດທີ່ເຂົ້າຮ່ວມການແຂ່ງຂັນແຕ່ທີມຊ່າງແສງຫວຽດນາມ ຍາດໄດ້ຜົນງານທີ່ດີ, ສ້າງຄວາມປະທັບໃຈໃຫ້ແກ່ເພື່ອນມິດສາກົນ.

ທີມແພດທະຫານກອງທັບປະຊາຊົນຫວຽດນາມ ກໍ່ໄດ້ຮັບຄໍາຍ້ອງຍໍຈາກສື່ມວນຊົນລັດເຊຍ. ສຳນັກຂ່າວສານ RIA Novosti ຂອງລັດເຊຍ ຄັດສະເໜີຂ່າວຈາກສູນສື່ມວນຊົນ Army Games ໃຫ້ຮູ້ວ່າ, ບັນດາແພດທະຫານຫວຽດນາມ ໄດ້ນໍາໃຊ້ເຕັກນິກບີບເສັ້ນເພື່ອຊ່ວຍບັນດານັກກິລາຟື້ນຟູສຸຂະພາບພາຍຫຼັງສໍາເລັດການແຂ່ງຂັນຂ້າມຜ່ານສິ່ງກີດຂວາງທີ່ສະໜາມຝຶກຊ້ອມ Forish (ອຸຊເບກິສຖານ).

ໃນຂະນະນັ້ນ, ທີມຍິງບັ່ນທອນກອງທັບປະຊາຊົນຫວຽດນາມ ໄດ້ຮັບລາງວັນທີສາມໃນການແຂ່ງຂັນ “ຍິງບັ່ນທອນໃນກ້າວເດີນ” ຂອງກຸ່ມ A2. ໃນເວັບໄຊ Mil.by  ຂອງກະຊວງປ້ອງກັນປະເທດເບລາຣຸດ, ທ່ານພັນເອກ Vladimir Bely, ຮອງຜູ້ບັນຊາການກໍາລັງສູ້ຮົບພິເສດເບລາຣຸດ, ກໍາມະການການແຂ່ງຂັນໄດ້ຮັບຮູ້ຄຸນນະທາດຂອງນັກຍິງປືນຫວຽດນາມ. ຕາມທ່ານ Vladimir Bely, ທີມຍິງບັ່ນທອນກອງທັບປະຊາຊົນຫວຽດນາມ ໄດ້ຂ້າມຜ່ານບັນດາຄູ່ແຂ່ງທີ່ເຄີຍບັນລຸໄດ້ຜົນງານດີທີ່ Army Games 2018.

ເລື່ອງບັນດາທີມຂອງກອງທັບປະຊາຊົນຫວຽດນາມ ເຂົ້າຮ່ວມ Army Games 2019 ແມ່ນການເຄື່ອນໄຫວການພົວພັນຕ່າງປະເທດດ້ານປ້ອງກັນຊາດທີ່ສໍາຄັນແມ່ນຈຸດພົ້ນເດັ່ນໃນຂອບເຂດປີຫວຽດນາມ-ລັດເຊຍ 2019-2020. ຮູບພາບທະຫານກອງທັບປະຊາຊົນຫວຽດນາມ ໄດ້ຮັບຜົນດີທີ່ການແຂ່ງຂັນ Army Games ໄດ້ປະກອບສ່ວນໂຄສະນາເຜີຍແຜ່ກ່ຽວກັບປະເທດຊາດ, ຄົນ ແລະກອງທັບປະຊາຊົນຫວຽດນາມ ໃນດວງຕາເພື່ອນມິດສາກົນ.

ໂດຍ: ຈາງຫງວຽນ