leftcenterrightdel
 
leftcenterrightdel
ທ່ານພົນເອກ ໂງຊວນລິກ ແລະທ່ານພົນໂທ ຟານວັນຢາງ ພ້ອມກັບຜູ້ແທນໄປຢ້ຽມຊົມຮູບພາບຂອງບັນດາອົງການສື່ມວນຊົນກອງທັບ. ພາບ: qdnd.vn.
leftcenterrightdel
ທ່ານພົນເອກ ໂງຊວນລິກ ກ່າວຄໍາເຫັນອວຍພອນບັນດາອົງການສື່ມວນຊົນກອງທັບເນື່ອງໃນໂອກາດວັນສື່ມວນຊົນປະຕິວັດຫວຽດນາມ. ພາບ: qdnd.vn.
leftcenterrightdel
ທ່ານພົນຕີ ເຈິ່ນກວາງເຟືອງ ລາຍງານໝາກຜົນການເຄື່ອນໄຫວວຽກງານສື່ມວນຊົນໃນກອງທັບ ແລະແຜນການພັດທະນາສື່ມວນຊົນໃນກອງທັບຮອດປີ 2025. ພາບ: qdnd.vn.

ກ່າວຄໍາເຫັນທີ່ການພົບປະ, ທ່ານພົນເອກ ໂງຊວນລິກ ເນັ້ນໜັກວ່າ, ສື່ມວນຊົນກອງທັບ ຍາມໃດກໍ່ແມ່ນໜຶ່ງໃນບັນດາກຳລັງຫຼັກແຫຼ່ງຂອງສື່ມວນຊົນປະຕິວັດຫວຽດນາມ. ສື່ມວນຊົນກອງທັບ ຍາມໃດກໍ່ໄດ້ໃກ້ຊິດຕິດແທດກັບການນໍາພາຂອງພັກຢ່າງເດັດຂາດ,  ໂດຍກົງແມ່ນຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ແລະການຄຸ້ມຄອງ, ຊີ້ນໍາຂອງກົມໃຫຍ່ການເມືອງ; ມານະພະຍາຍາມແກ້ໄຂຄວາມຫຍຸ້ງຍາກ, ເປັນເຈົ້າການ, ມີຫົວຄິດປະດິດສ້າງໃນວຽກງານໂຄສະນາ, ປະກອບສ່ວນເຂົ້າໄຊຊະນະລວມຂອງກອງທັບ. ສື່ມວນຊົນກອງທັບ ຍາມໃດກໍ່ຮັກສາລັກສະນະກຳນົດທິດດ້ານການເມືອງ, ການເຄື່ອນໄຫວຖືກຕ້ອງຕາມຄະຕິທຳ, ຈຸດປະສົງ, ສ່ອງແສງຢ່າງສັດຊື່, ທັນການ, ມີຊີວິດຊີວາກ່ຽວກັບທຸກດ້ານຊີວິດສັງຄົມ, ເປັນຕົ້ນແມ່ນການເຄື່ອນໄຫວການທະຫານ, ປ້ອງກັນຊາດໃນທົ່ວກອງທັບ...

leftcenterrightdel
ບັນຍາກາດທີ່ການຢ້ຽມຢາມ ແລະອວຍພອນບັນດາອົງການສື່ມວນຊົນໃນກອງທັບເນື່ອງໃນໂອກາດວັນສື່ມວນຊົນປະຕິວັດຫວຽດນາມ. ພາບ: qdnd.vn.
leftcenterrightdel
ບັນດາຜູ້ແທນທີ່ການຢ້ຽມຢາມ ແລະອວຍພອນບັນດາອົງການສື່ມວນຊົນໃນກອງທັບເນື່ອງໃນໂອກາດວັນສື່ມວນຊົນປະຕິວັດຫວຽດນາມ. ພາບ: qdnd.vn.
leftcenterrightdel
ທ່ານພົນເອກ ໂງຊວນລິກ ແລະທ່ານພົນໂທ ຟານວັນຢາງ ມອບຊໍ່ດອກໄມ້ອວຍພອນບັນດາອົງການສື່ມວນຊົນໃນກອງທັບເນື່ອງໃນໂອກາດວັນສື່ມວນຊົນປະຕິວັດຫວຽດນາມ. ພາບ: qdnd.vn.
leftcenterrightdel
ທ່ານພົນເອກ ໂງຊວນລິກ ແລະທ່ານພົນໂທ ຟານວັນຢາງ ພ້ອມກັບບັນດາຜູ້ແທນ ແລະຜູ້ຕາງໜ້າບັນດາອົງການສື່ມວນຊົນໃນກອງທັບຖ່າຍຮູບເປັນທີ່ລະນຶກ. ພາບ: qdnd.vn.

ທ່ານພົນເອກ ໂງຊວນລິກ ສະເໜີວ່າ, ສື່ມວນຊົນກອງທັບເຮັດໃຫ້ເປັນຢ່າງດີ ແລະຄວນສືບຕໍ່ເຮັດໃຫ້ເປັນຢ່າງດີກວ່າອີກໃນວຽກງານໂຄສະນາ. ພ້ອມທັງເປັນເຈົ້າການສຳຜັດກັບວິທີການສື່ສານທັນສະໄໝ, ມານະພະຍາຍາມຊອກຫາ, ປ່ຽນແປງໃໝ່, ມີຫົວຄິດປະດິດສ້າງທັງດ້ານຮູບການ ແລະເນື້ອໃນເພື່ອທັງປະຕິບັດໜ້າທີ່ການສື່ສານ, ການໂຄສະນາຖືກຕ້ອງຕາມການກໍານົດທິດດ້ານການເມືອງ, ທັງມີກຳລັງດຶງດູດ, ຈັບອົກຈັບໃຈ. ຢາກປະຕິບັດໄດ້ສິ່ງດັ່ງກ່າວ, ທ່ານພົນເອກ ໂງຊວນລິກ ຮຽກຮ້ອງບັນດາອົງການສື່ມວນຊົນກອງທັບຄວນເອົາໃຈໃສ່ກໍ່ສ້າງອົງການຈັດຕັ້ງພັກໃຫ້ປອດໃສ, ເຂັ້ມແຂງກ່ຽວກັບດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະຄຸນສົມບັດ; ຮັບປະກັນການຊີ້ນໍານໍາພາຢ່າງທັນການ, ມີຄວາມເປັນເອກະພາບໃນວຽກງານກໍານົດທິດການສື່ສານ, ໂຄສະນາ.

leftcenterrightdel
ທ່ານພົນເອກ ໂງຊວນລິກ ພ້ອມກັບບັນດາຜູ້ແທນໂອ້ລົມກັບພະນັກງານ, ນັກຂ່າວບັນດາອົງການສື່ມວນຊົນໃນກອງທັບ. ພາບ: qdnd.vn.
leftcenterrightdel
ທ່ານພົນຈັດຕະວາ ຟ້າມວັນຮ໊ວນ, ຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນຫວຽດນາມ ຕາງໜ້າການນໍາບັນດາອົງການສື່ມວນຊົນໃນກອງທັບກ່າວຄໍາເຫັນ. ພາບ: qdnd.vn.

ທ່ານພົນເອກ ໂງຊວນລິກ ເຊື່ອໝັ້ນວ່າ, ດ້ວຍຄວາມຮັບຮູ້ຖືກຕ້ອງ ແລະປະຕິບັດພາລະໜ້າທີ່ຂອງຕົນເປັນຢ່າງດີ, ສື່ມວນຊົນກອງທັບຈະປະກອບສ່ວນສ້າງຫາງສຽງສັງຄົມຕັ້ງໜ້າ ເພື່ອທະວີຄູນກຳລັງແຮງຈິດໃຈແຫ່ງຊາດ ແລະຊຸກຍູ້ປະເທດຊາດພັດທະນາເປັນປົກກະຕິ, ຮັ່ງມີເຂັ້ມແຂງ, ຍືນຍົງ; ພ້ອມທັງປະກອບສ່ວນສ້າງກອງທັບປະຊາຊົນຫວຽດນາມ ປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝເທື່ອລະກ້າວ, ປະຕິບັດໜ້າທີ່ເຊິ່ງພັກ, ລັດ ແລະປະຊາຊົນມອບໝາຍໃຫ້ຢ່າງມີໄຊ.

leftcenterrightdel
ທ່ານພົນຕີ ເຈິ່ນກວາງເຟືອງ ກ່າວຄໍາເຫັນອວຍພອນໜັງສືພິມກອງທັບປະຊາຊົນຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 94 ປີແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ (21-6-1925/21-6-2019). ພາບ: qdnd.vn.

ກ່ອນໜ້ານັ້ນ, ທ່ານພົນຕີ ເຈິ່ນກວາງເຟືອງ ຮອງຫົວໜ້າກົມໃຫຍ່ການເມືອງຫວຽດນາມ ໄດ້ມາຢ້ຽມຢາມ ແລະອວຍພອນໜັງສືພິມກອງທັບປະຊາຊົນຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 94 ປີແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ (21-6-1925/21-6-2019).

ໂດຍ: ເຈິ່ນຮວ່ຽນ