ຕາງໜ້າການນໍາກະຊວງປ້ອງກັນປະເທດຫວຽດນາມ, ທ່ານພົນຕີ ເຈິ່ນກວາງເຟືອງ ຢັ້ງຢືນວ່າ, ຫວຽດນາມ ຖືເປັນສໍາຄັນການພົວພັນຮ່ວມມືຖານບ້ານໃກ້ເຮືອນຄຽງມິດຕະພາບກັບ ຈີນ. ໃນບັນດາການພົບປະ, ການນໍາສອງປະເທດ ລ້ວນແຕ່ເຫັນດີເປັນເອກະສັນເພີ່ມທະວີການພົວພັນຮ່ວມມືມິດຕະພາບຍາວນານລະຫວ່າງຫວຽດນາມ ແລະຈີນ, ໃນນັ້ນມີການພົວພັນຮ່ວມມືດ້ານປ້ອງກັນຊາດ. ການພົວພັນດ້ານປ້ອງກັນຊາດສອງປະເທດບັນລຸໄດ້ບັນດາບາດກ້າວພັດທະນາຢ່າງຕັ້ງໜ້າ, ສະແດງໃຫ້ເຫັນຜ່ານເລື່ອງການນໍາຂັ້ນສູງກອງທັບສອງປະເທດ ໄດ້ມີການພົບປະກັນເປັນປະຈໍາ, ບັນດາເນື້ອໃນຮ່ວມມືໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ, ນັບມ້ືນັບເຂົ້າສູ່ແທດຈິງ, ໃນນັ້ນມີການຮ່ວມມືໃນຂົງເຂດວຽກງານພັກ, ວຽກງານການເມືອງ - ເຊິ່ງເປັນຂົງເຂດສະເພາະຂອງກອງທັບສອງປະເທດ.

leftcenterrightdel
ທ່ານພົນຕີ ເຈິ່ນກວາງເຟືອງ ແລະທ່ານພັນເອກພິເສດ Pu Duanhua. ພາບ: ແຮ້ງງວຽນ. 

ທີ່ການຕ້ອນຮັບ, ທ່ານພັນເອກພິເສດ Pu Duanhua ໄດ້ກ່າວຄໍາຂອບໃຈທ່ານພົນຕີ ເຈິ່ນກວາງເຟືອງ ທີ່ໄດ້ສະຫຼະເວລາຕ້ອນຮັບຄະນະ, ພ້ອມທັງລາຍງານຜົນການຢ້ຽມຢາມ ແລະເຮັດວຽກຢູ່ວິທະຍາຄານການເມືອງກອງທັບປະຊາຊົນຫວຽດນາມ. ທ່ານພັນເອກພິເສດ Pu Duanhua ຖືວ່າ, ການຢ້ຽມຢາມຫວຽດນາມ ຂອງທ່ານ ອວຍເພິງເຂືອ ລັດຖະມົນຕີກະຊວງປ້ອງກັນປະເທດຈີນ ທີ່ຜ່ານມາໄດ້ສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການພົວພັນຮ່ວມມືດ້ານປ້ອງກັນຊາດສອງປະເທດ ກໍຄືການຮ່ວມມືລະຫວ່າງສອງວິທະຍາຄານ, ພ້ອມທັງເຊື່ອໝັ້ນວ່າການພົວພັນຮ່ວມມືດ້ານປ້ອງກັນຊາດສອງຝ່າຍຈະພັດທະນາຢ່າງດີງາມ.

ໂດຍ: ໄຊຊະນະ