ເວທີປາໄສກ່ຽວກັບຄວາມໝັ້ນຄົງໃຫຍ່ທີ່ສຸດຢູ່ອາຊີ-ປາຊີຟິກ ເຊິ່ງດໍາເນີນແຕ່ວັນທີ 31 ພຶດສະພາ ຫາວັນທີ 2 ມິຖຸນາ 2019 ນີ້ໄດ້ຮັບການລໍຄອຍເພື່ອກໍານົດຂໍ້ຕົກລົງທ່າທີຂອງຝ່າຍຕ່າງໆກ່ຽວກັບບັນດາບັນຫາເຄັ່ງຮ້ອນໃນປັດຈຸບັນ ຄື ຄວາມເປັນລະບຽບຮຽບຮ້ອຍໃນການຮັກສາຄວາມໝັ້ນຄົງທີ່ກໍາລັງປ່ຽນແປງຢູ່ອາຊີ, ການແກ່ງແຍ້ງຍຸດທະສາດລະຫວ່າງບັນດາປະເທດໃຫຍ່, ຄວາມປອດໄພໃນການເດີນທະເລ. ທ່ານພົນເອກ ໂງຊວນລິກ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ນໍາໜ້າຄະນະຜູ້ແທນການທະຫານຂັ້ນສູງຫວຽດນາມ ເຂົ້າຮ່ວມກອງປະຊຸມຄັ້ງນີ້.

leftcenterrightdel
ທ່ານ ລີຊຽນລົງ ນາຍົກລັດຖະມົນຕີ ສິງກະໂປ ກ່າວຄໍາເຫັນແນະນໍາທີ່ກອງປະຊຸມ Shangri-La ຄັ້ງທີ 18. ພາບ: ທູຈາງ.

ໃນບົດກ່າວປາໄສແນະນໍາທີ່ກອງປະຊຸມ Shangri-La, ທ່ານ ລີຊຽນລົງ ນາຍົກລັດຖະມົນຕີ ສິງກະໂປ ໄດ້ຊີ້ແຈ້ງທັດສະນະຂອງສິງກະໂປ ກ່ຽວກັບບັນດາບັນຫາຄວາມໝັ້ນຄົງທີ່ສໍາຄັນຍິ່ງຂອງພາກພື້ນ. ທ່ານນາຍົກລັດຖະມົນຕີ ສິງກະໂປ ຢັ້ງຢືນວ່າ, ສິງກະໂປ ພ້ອມກັບອາຊຽນ ຈະມານະພະຍາຍາມຈົນສຸດຄວາມສາດຂອງຕົນເພື່ອປັບປຸງສັນຕິພາບ, ຊຸກຍູ້ການພັດທະນາຢູ່ພາກພື້ນ... 

ເຂົ້າຮ່ວມກອງປະຊຸມ Shangri-La ປີນີ້ມີລັດຖະມົນຕີກະຊວງປ້ອງກັນປະເທດ ປະມານ 20 ທ່ານ ແລະຜູ້ແທນນັບຫຼາຍຮ້ອຍຄົນລວມມີຫົວໜ້າກົມໃຫຍ່ເສນາທິການ, ຜູ້ບັນຊາການທະຫານສູງສຸດ, ຜູ້ທີ່ປຶກສາຄວາມໝັ້ນຄົງແຫ່ງຊາດ, ສະມາຊິກລັດຖະສະພາ, ນັກຮຽນຮູ້ທີ່ມາຈາກຫຼາຍສິບປະເທດ. ເລື່ອງຄະນະຜູ້ແທນການທະຫານຂັ້ນສູງຫວຽດນາມເຂົ້າຮ່ວມກອງປະຊຸມຄັ້ງນີ້ສືບຕໍ່ສະແດງໃຫ້ເຫັນບົດບາດທີ່ຕັ້ງໜ້າ, ເປັນເຈົ້າການ ແລະມີຄວາມຮັບຜິດຊອບສູງຂອງຫວຽດນາມ  ສໍາລັບບັນດາບັນຫາສາກົນ ແລະພາກພື້ນ. ດ້ວຍນໍ້າໃຈຮັບຜິດຊອບສູງນີ້, ຫວຽດນາມ ຈະສືບຕໍ່ເພີ່ມພູນຄູນສ້າງຄວາມໄວ້ເນື້ອເຊື່ອໃຈ, ປະກອບສ່ວນຢ່າງແທດຈິງໃຫ້ແກ່ສັນຕິພາບ ແລະການຮ່ວມມືຢູ່ພາກພື້ນ ກໍຄືປົກປ້ອງຜົນປະໂຫຍດແຫ່ງຊາດຂອງຊາດທີ່ກອງປະຊຸມ Shangri-La  ປີນີ້.

ພິເສດ, ທີ່ວາລະປະຊຸມຄົບຄະນະດ້ວຍຫົວຂໍ້ “ສະກັດກັ້ນການປະທະກັນໃນບັນດາຂົງເຂດທີ່ມີການແກ່ງແຍ້ງກັນ”, ທ່ານພົນເອກ ໂງຊວນລິກ ຈະມີບົດກ່າວປາໄສທີ່ໄດ້ຮັບການລໍຄອຍໃນສະພາວະທີ່ ຫວຽດນາມ ກໍາລັງອອກສະໝັກເລືອກຕັ້ງເປັນສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ແລະກຽມຮັບຕໍາແໜ່ງເປັນປະທານອາຊຽນ ໃນປີ 2020.

ໂດຍ: ໄຊຊະນະ