leftcenterrightdel
ບັນຍາກາດທີ່ກອງປະຊຸມໃຫຍ່. ພາບ: ຮວ່າງຫວູ໋.

ເຂົ້າຮ່ວມກອງປະຊຸມໃຫຍ່ມີທ່ານພົນໂທ ຫວໍວັນຕ໊ວນ, ອະດີດຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ; ທ່ານ ຈີ້ງກ໊ວກແຄ໊ງ ຮອງປະທານຜູ້ປະຈຳການສະມາຄົມມິດຕະພາບຫວຽດນາມ-ລັດເຊຍ ພ້ອມກັບຜູ້ແທນແມ່ນບັນດານັກຮົບເກົ່າ ຂຶ້ນກັບເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ ທີ່ເຄີຍຮໍ່າຮຽນຢູ່ໂຊວຽດ/ສະຫະພັນລັດເຊຍ, ບັນດານັກຮົບເກົ່າ ທີ່ເຄີຍຮໍ່າຮຽນ ແລະເຮັດວຽກກັບບັນດານັກຊ່ຽວຊານການທະຫານໂຊວຽດ ຢູ່ຫວຽດນາມ ເກືອບ 200 ຄົນ.

leftcenterrightdel
ຄະນະບໍລິຫານງານສະມາຄົມມິດຕະພາບ ຫວຽດນາມ-ລັດເຊຍ ສາຂາເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ. ພາບ: ບຸ່ຍດຶ໊ກ.

ກອງປະຊຸມໃຫຍ່ໄດ້ເລືອກຕັ້ງຄະນະບໍລິຫານງານສະມາຄົມມິດຕະພາບ ຫວຽດນາມ-ລັດເຊຍ ສາຂາເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ ອາຍຸການ 2019-2024. ກອງປະຊຸມໃຫຍ່ໄດ້ເຫັນດີເປັນເອກະພາບຈັດຕັ້ງ ແລະຂົນຂວາຍບັນດາສະມາຊິກສະມາຄົມຕັ້ງໜ້າເຂົ້າຮ່ວມການຮັກສາ ແລະສ້າງຕັ້ງສາຍພົວພັນມິດຕະພາບກັບອົງການຈັດຕັ້ງນັກຮົບເກົ່າໂຊວຽດ ທີ່ເຄີຍປະຕິບັດງານ ແລະສູ້ຮົບຢູ່ຫວຽດນາມ, ບັນດາໂຮງຮຽນກໍ່ສ້າງນັກສໍາມະນາກອນປ້ອງກັນອາກາດ-ທະຫານອາກາດ ຢູ່ສະຫະພັນລັດເຊຍ ແນໃສ່ປະກອບສ່ວນປະຕິບັດບັນດາລາຍການຂອງສູນກາງສະມາຄົມມິດຕະພາບ ຫວຽດນາມ-ລັດເຊຍ, ຊຸກຍູ້ການພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງປະຊາຊົນ ແລະບັນດາຄູ່ຮ່ວມມືຂອງສອງປະເທດກ່ຽວກັບດ້ານເສດຖະກິດ-ການຄ້າ, ການສຶກສາ-ກໍ່ສ້າງ, ວິທະຍາສາດ-ເຕັກໂນໂລຢີ, ວັດທະນະທໍາ, ການທ່ອງທ່ຽວ...

ໂດຍ: ຄໍາແພງ