leftcenterrightdel
ການນໍາກອງບັນຊາການພົນລະພາກຫຼວງ 12 ຕ້ອນຮັບທ່ານພົນເອກ ໂງຊວນລິກ. ພາບ: ຝູເຊີນ.

ໃນຊຸມປີຜ່ານມາ, ພິເສດແມ່ນໄລຍະ 6 ເດືອນຕົ້ນປີ 2019, ພົນລະພາກຫຼວງ 12 ໄດ້ຊາບຊຶມທິດນໍາການຊີ້ນໍາຂອງກະຊວງປ້ອງກັນປະເທດ, ໃກ້ຊິດຕິດແທດກັບສະພາບການຕົວຈິງຢູ່ກົມກອງ, ຮັກສາກົດຄໍາສັ່ງ, ລະບຽບວິໄນກອງທັບ ແລະລະບອບປະຈໍາການຕາມຂໍ້ກໍານົດຢ່າງເຂັ້ມງວດ. ພົນລະພາກຫຼວງ ໄດ້ເລີ່ມປະຕິບັດແຜນຮ່າງສ້າງໂຄງປະກອບຄືນໃໝ່, ປ່ຽນແປງໃໝ່, ຍົກສູງປະສິດທິຜົນການເຄື່ອນໄຫວຂອງບໍລິສັດໃຫຍ່ເຖິງປີ 2020 ຕາມແຜນຮ່າງເລກທີ 80 ຂອງລັດຖະບານ. ກ່ຽວກັບໜ້າທີ່ຜະລິດດໍາເນີນທຸລະກິດ, ພົນລະພາກຫຼວງໄດ້ປະຕິບັດສໍາເລັດບັນດາຄາດໝາຍ, ແຜນການທີ່ກະຊວງປ້ອງກັນປະເທດມອບໝາຍໃຫ້...

leftcenterrightdel
ທ່ານພົນເອກ ໂງຊວນລິກ ລົງຢ້ຽມຢາມຫໍພິພິທະພັນເສັ້ນທາງໂຮ່ຈີມິນ. ພາບ: ຝູເຊີນ.
leftcenterrightdel
ທ່ານພົນເອກ ໂງຊວນລິກ ສະຫຼຸບການເຮັດວຽກ. ພາບ: ຝູເຊີນ.

ທ່ານພົນເອກ ໂງຊວນລິກ ໄດ້ຊົມເຊີຍບັນດາໝາກຜົນເຊິ່ງພະນັກງານ, ລັດຖະກອນ, ພາລະກອນ, ນັກຮົບ ແລະຜູ້ອອກແຮງງານຂອງພົນລະພາກຫຼວງ 12 - ບໍລິສັດໃຫຍ່ກໍ່ສ້າງເຈື່ອງເຊີນ ບັນລຸໄດ້ໃນໄລຍະຜ່ານມາ. ພ້ອມກັນນັ້ນ, ທ່ານພົນເອກ ໂງຊວນລິກ ໄດ້ຮຽກຮ້ອງໃຫ້ຄະນະພັກ, ກອງບັນຊາການພົນລະພາກຫຼວງ 12 ໃນໄລຍະຈະມາເຖິງຄວນຮັກສາ ແລະເສີມຂະຫຍາຍມູນເຊື້ອຂອງກົມກອງ, ຮັກສາຈິດໃຈສາມັກຄີ, ເຈດຈໍານົງຕັດສິນໃຈ, ເປັນເຈົ້າການແກ້ໄຂຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ປະຕິບັດສໍາເລັດໜ້າທີ່ກຽມພ້ອມສູ້ຮົບເປັນຢ່າງດີ. ພົນລະພາກຫຼວງຄວນສືບຕໍ່ມີບັນດາແຜນນະໂຍບາຍ, ວິທີການແກ້ໄຂຢ່າງລະອຽດ ເພື່ອແນໃສ່ຮັກສາຄວາມໝັ້ນຄົງ, ການພັດທະນາ, ສ້າງວຽກເຮັດງານທໍາ ແລະລາຍຮັບໃຫ້ແກ່ຜູ້ອອກແຮງງານ... ຄະນະພັກ, ກອງບັນຊາການພົນລະພາກຫຼວງ ໄດ້ເອົາໃຈໃສ່ເປັນພິເສດຕໍ່ການລົງທຶນຍົກສູງສະມັດຕະພາບ, ຄຸນນະພາບ, ປະສິດທິຜົນວຽກງານ; ເບິ່ງແຍງດູແລຜູ້ອອກແຮງງານເປັນຢ່າງດີ, ຮັບປະກັນລາຍຮັບໃຫ້ແກ່ຜູ້ອອກແຮງງານ...

ໂດຍ: ທະນາພອນ