leftcenterrightdel
ກຳປັ່ນຍົກພົນຂຶ້ນບົກ HMAS Canberra ເຂົ້າທຽບທ່າກໍາປັ່ນສາກົນກາມແຣງ. ພາບ: ຮວ່າງຫວຽດ.

ການຢ້ຽມຢາມຫວຽດນາມ ຄັ້ງນີ້ຂອງກໍາປັ່ນສອງລໍາຂອງທະຫານເຮືອອົດສະຕາລີ ແມ່ນນອນໃນຂອບເຂດການເຄື່ອນໄຫວຄວາມມານະພະຍາຍາມມະຫາສະໝຸດອິນເດຍ-ປາຊີຟິກ ປີ 2019 (IPE19). ນີ້ແມ່ນການເຄື່ອນໄຫວປະຈໍາປີເພື່ອແນໃສ່ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດໃນພາກພື້ນຂອງ ອົດສະຕາລີ, ເພື່ອແນໃສ່ມຸ່ງໄປເຖິງພາກພື້ນແຫ່ງຄວາມໝັ້ນຄົງ, ສັນຕິພາບກໍ່ຄືກໍ່ສ້າງສາຍພົວພັນຄູ່ຮ່ວມມືຫຼາຍຝ່າຍ ແລະສອງຝ່າຍກັບປະເທດຕ່າງໆ.

leftcenterrightdel
ກໍາປັ່ນປົກປ້ອງລູກສອນໄຟ HMAS Newcastle. ພາບ: ຮວ່າງຫວຽດ.

ການຢ້ຽມຢາມປະກອບສ່ວນເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືລະຫວ່າງປະຊາຊົນ ແລະກອງທັບສອງປະເທດ, ສອດຄ່ອງກັບການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ອົດສະຕາລີ; ຜັນຂະຫຍາຍບັນດາເນື້ອໃນໃນຂອບເຂດບົດບັນທຶກຊ່ວຍຈໍາກ່ຽວກັບການຮ່ວມມືດ້ານປ້ອງກັນຊາດປີ 2010 ແລະຖະແຫຼງການວິໄສທັດຮ່ວມກ່ຽວກັບການຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດປີ 2018 ລະຫວ່າງກະຊວງປ້ອງກັນປະເທດສອງປະເທດຢ່າງມີປະສິດທິຜົນ; ຢັ້ງຢືນຄໍາໝັ້ນສັນຍາຂອງສອງປະເທດແມ່ນສະໜັບສະໜູນບັນດາຄວາມມານະພະຍາຍາມຮ່ວມມື ເພື່ອສັນຕິພາບ, ສະຖຽນລະພາບ, ການພັດທະນາລວມຢູ່ພາກພື້ນ ແລະໃນໂລກ.

leftcenterrightdel
ພິທີຕ້ອນຮັບກໍາປັ່ນຢູ່ທ່າກໍາປັ່ນສາກົນກາມແຣງ. ພາບ: ຮວ່າງຫວຽດ.
leftcenterrightdel
ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ. ​ພາບ: ຮວ່າງຫວຽດ.

ຄາດຄະເນວ່າໃນໄລຍະຢູ່ຢ້ຽມຢາມຫວຽດນາມ, ຄະນະນາຍທະຫານ ແລະລູູກເຮືອຈະເຂົ້າຢ້ຽມຂໍ່ານັບການນໍາຄະນະກໍາມະການປະຊາຊົນແຂວງແຄ໋ງຮວ່າ, ຢ້ຽມຢາມກອງບັນຊາການທະຫານເຮືອເຂດ 4... ແຂ່ງຂັນກິລາມິດຕະພາບກັບພະນັກງານ, ນັກຮົບທະຫານເຮືອເຂດ 4; ສະແດງດົນຕີທີ່ສະໜາມຫຼວງ 2-4 ແລະເຂົ້າຮ່ວມການເຄື່ອນໄຫວປະຊາຄົມຈຳນວນໜຶ່ງຢູ່ທ້ອງຖິ່ນ.

ໂດຍ: ໄຊນີດາ