ເຂົ້າຮ່ວມພິທີ, ຝ່າຍຫວຽດນາມມີທ່ານ ເຈືອງຮວ່າບິ່ງ,  ກໍາມະການກົມການເມືອງ, ຮອງນາຍົກລັດຖະມົນຕີຜູ້ປະຈໍາການ; ທ່ານພົນໂທ ຫງວຽນຈີ໊ວິ້ງ, ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າອົງການປະຈໍາຄະນະຊີ້ນໍາແຫ່ງຊາດກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກ ແລະທາດພິດເຄມີທີ່ຕົກຄ້າງຫຼັງສົງຄາມຢູ່ຫວຽດນາມ (ຄະນະຊີ້ນໍາ 701) ພ້ອມດ້ວຍຜູ້ຕາງໜ້າການນໍາບັນດາກະຊວງ, ຄະນະ, ຂະແໜງການສູນກາງ ແລະແຂວງດົ່ງນາຍ ເຂົ້າຮ່ວມ. ຝ່າຍອາເມລິກາ ມີທ່ານ Patrick Leahy  ສະມາຊິກສະພາສູງອາເມລິກາ, ທ່ານ Daniel J.Kritenbrink  ເອກອັກຄະລັດຖະທູດອາເມລິກາ ປະຈໍາ ຫວຽດນາມ ແລະທ່ານ Michael Greene ຜູ້ອໍານວຍການ USAID ປະຈໍາ ຫວຽດນາມ. 

leftcenterrightdel
ບັນດາຜູ້ແທນປະຕິບັດພິທີເລີ່ມປະຕິບັດໂຄງການ. ພາບ: qdnd.vn
leftcenterrightdel
ທ່ານພົນໂທ ຫງວຽນຈີ໊ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ກ່າວຄໍາເຫັນທີ່ພິທີ. ພາບ: qdnd.vn.

ກ່າວຄໍາເຫັນທີ່ພິທີ, ທ່ານພົນໂທ ຫງວຽນຈີ໊ວິ້ງ ເນັ້ນໜັກວ່າ: ນີ້ແມ່ນເຫດການສໍາຄັນເພື່ອແນໃສ່ຫັນເນື້ອໃນຖະແຫຼງການຮ່ວມຂອງການນໍາຂັ້ນສູງຫວຽດນາມ ແລະອາເມລິກາ ໃນການຢ້ຽມຢາມຫວຽດນາມຢ່າງເປັນທາງການຂອງທ່ານປະທານາທິບໍດີອາເມລິກາ Donald Trump ໃຫ້ປະກົດຜົນເປັນຈິງ. ນີ້ແມ່ນໜຶ່ງໃນບັນດາໂຄງການທີ່ມີຂອບຂະໜາດໃຫຍ່ສຸດໃນໂລກກ່ຽວກັບການກໍາຈັດທາດພິດເຄມີ/ດີໂອຊິນ, ດ້ວຍຄ່າໃຊ້ຈ່າຍທັງໝົດຄາດວ່າຫຼາຍກວ່າ 390 ລ້ານໂດລາສະຫະລັດ.

leftcenterrightdel
ທ່ານຮອງນາຍົກລັດຖະມົນຕີຜູ້ປະຈໍາການ ເຈືອງຮວ່າບິ່ງ ກ່າວຄໍາເຫັນທີ່ພິທີ. ພາບ: qdnd.vn.
leftcenterrightdel
ທ່ານ ເຈືອງຮວ່າບິ່ງ ຮອງນາຍົກລັດຖະມົນຕີ ແລະທ່ານ Patrick Leahy  ສະມາຊິກສະພາສູງອາເມລິກາ ພ້ອມດ້ວຍບັນດາຜູ້ແທນປະຕິບັດພິທີເລີ່ມຕົ້ນໂຄງການ. ພາບ: qdnd.vn.

ກ່າວຄໍາເຫັນທີ່ພິທີ, ທ່ານ ເຈືອງຮວ່າບິ່ງ, ຫົວໜ້າຄະນະຊີ້ນໍາ 701 ໄດ້ຕີລາຄາສູງການກະກຽມ, ຄວາມມານະພະຍາຍາມຂອງທັງສອງຝ່າຍເພື່ອເລີ່ມປະຕິບັດໂຄງການ. ທ່ານຮອງນາຍົກລັດຖະມົນຕີ ຢັ້ງຢືນວ່າ: ພັກ, ລັດ ແລະລັດຖະບານຫວຽດນາມ ຍາມໃດກໍກໍານົດວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກທາດພິດເຄມີທີ່ຕົກຄ້າງຫຼັງສົງຄາມ ແມ່ນໜ້າທີ່ອັນຮີບດ່ວນ, ສະແດງໃຫ້ເຫັນນໍ້າໃຈມະນຸດສະທໍາອັນເລິກເຊິ່ງ, ປະກອບສ່ວນປົກປ້ອງຊີວິດອິນຊີ, ສຸຂະພາບ, ຄວາມປອດໄພໃຫ້ແກ່ປະຊາຊົນ, ເຮັດໃຫ້ສະພາບແວດລ້ອມສະອາດ, ປອດໂປ່ງ, ສ້າງເງື່ອນໄຂສະດວກໃຫ້ແກ່ການພັດທະນາເສດຖະກິດ, ສັງຄົມແບບຍືນຍົງ...

ໂດຍ: ໄຊຊະນະ