ສະແດງຄວາມປິຕິຊົມຊື່ນເມື່ອເປັນຄັ້ງທໍາອິດທີ່ໄດ້ຕ້ອນຮັບກໍາປັ່ນທະຫານເຮືອຫວຽດນາມ ມາຢ້ຽມຢາມມຽນມາ, ທ່ານພັນເອກ Tun Lu ຫວັງວ່າຈະມີການຢ້ຽມຢາມຄືດັ່ງກ່າວອີກ, ເພື່ອແນໃສ່ເພີ່ມທະວີການຮ່ວມມືລະຫວ່າງກອງທັບ ແລະທະຫານເຮືອສອງປະເທດ. ຕາມທ່ານພັນເອກ Tun Lu ແລ້ວ, ການຢ້ຽມຢາມ ມຽນມາ ຂອງກໍາປັ່ນໝາຍເລກ 012-ລີ໊ທ໊າຍໂຕ໋ ແມ່ນການເປີດສາກທີ່ດີງາມ, ສ້າງປະຖົມປັດໄຈໃຫ້ແກ່ການຢ້ຽມຢາມ ມຽນມາ ຄັ້ງຕໍ່ໆໄປຂອງກໍາປັ່ນທະຫານເຮືອຫວຽດນາມ, ປະກອບສ່ວນເພີ່ມທະວີນໍ້າໃຈມິດຕະພາບລະຫວ່າງສອງຝ່າຍ.

leftcenterrightdel
ຜູ້ຕາງໜ້າທະຫານເຮືອເຂດ Tanin Tharyi ຂຶ້ນກໍາປັ່ນໝາຍເລກ 012-ລີ໊ທ໊າຍໂຕ໋ ຂໍ່າຮັບຮັບຕ້ອນຄະນະຜູ້ແທນຫວຽດນາມ. ພາບ: ມີ໊ແຮ້ງ.

ໃນວັນດຽວກັນ, ຄະນະປະຕິບັດງານຫວຽດນາມ ນໍາໂດຍທ່ານພັນເອກພິເສດ ຫງວຽນກົງເຊີນ, ຮອງຫົວໜ້າການເມືອງທະຫານເຮືອເຂດ 4 ໄດ້ເຂົ້າຢ້ຽມຂໍ່ານັບທ່ານພົນເຮືອຈັດຕະວາ Zwe Win Myint - ຜູ້ບັນຊາການທະຫານເຮືອເຂດ Tanin Tharyi, ທ່ານພົນຈັດຕະວາ Thaung Htike Shwe - ຜູ້ບັນຊາການທະຫານເຂດແຄມທະເລ Myeik ແລະທ່ານພັນເອກ U Kyaw Zaya - ລັດຖະມົນຕີຮັບຜິດຊອບບັນດາບັນຫາຄວາມໝັ້ນຄົງ ແລະຊາຍແດນເຂດ Tanin Tharyi.

ທີ່ການຕ້ອນຮັບ, ຜູ້ຕາງໜ້າທະຫານເຮືອມຽນມາ ຕີລາຄາຢ່າງຕັ້ງໜ້າເຈດຕະນາດີຂອງທະຫານເຮືອປະຊາຊົນຫວຽດນາມທີ່ຊຸກຍູ້ການຮ່ວມມືມິດຕະພາບລະຫວ່າງທະຫານເຮືອສອງປະເທດ, ເຊິ່ງສະແດງອອກຜ່ານການຈັດສົ່ງກໍາປັ່ນໝາຍເລກ 012-ລີ໊ທ໊າຍໂຕ໋ ມາຢ້ຽມຢາມມຽນມາ ໃນຄັ້ງນີ້. ພ້ອມກັບການພົວພັນດ້ານປ້ອງກັນຊາດທີ່ນັບມື້ນັບໄດ້ຮັບການພັດທະນາລະຫວ່າງສອງຝ່າຍ, ການພົວພັນລະຫວ່າງທະຫານເຮືອຫວຽດນາມ ແລະທະຫານເຮືອມຽນມາ ກໍບັນລຸໄດ້ບັນດາບາດກ້າວຕັ້ງໜ້າຜ່ານບັນດາການຢ້ຽມຢາມ, ພົບປະແລກປ່ຽນນາຍທະຫານທຸກຂັ້ນ. ທ່ານພົນຈັດຕະວາ Thaung Htike Shwe ຢືນຢັນວ່າການພົວພັນລະຫວ່າງ ມຽນມາ ແລະຫວຽດນາມ ພວມພັດທະນາທີ່ດີງາມ. ມຽນມາ ຕີລາຄາສູງຄວາມສາມາດຂອງກອງທັບປະຊາຊົນຫວຽດນາມ.

ໂດຍ: ໄຊນີດາ