ຄະນະຜູ້ແທນຂັ້ນສູງພັກກອມມູນິດຫວຽດນາມ ໄປຢ້ຽມຢາມຢູ່ ສ.ເກົາຫຼີ
ກປ.ອອນໄລ - ວັນທີ 1 ສິງຫາ, ໃນຂອບເຂດການຢ້ຽມຢາມ ສ.ເກົາຫຼີ, ຄະນະຜູ້ແທນຂັ້ນສູງພັກກອມມູນິດຫວຽດນາມ ນໍາໂດຍທ່ານ ຫວໍ້ວັນເຖືອງ ກໍາມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ໄດ້ມີການພົບປະກັບທ່ານ Han Duck-soo ນາຍົກລັດຖະມົນຕີ ສ.ເກົາຫຼີ.
ທີ່ການພົບປະ, ທ່ານ ຫວໍ້ວັນເຖືອງ ຕີລາຄາສູງການພັດທະນາຢ່າງຮອບດ້ານ, ມີປະສິດທິຜົນຂອງການພົວພັນສອງປະເທດ, ຢັ້ງຢືນວ່າ ພັກ, ລັດຫວຽດນາມ ຖືເປັນສໍາຄັນເລື່ອງສືບຕໍ່ພັດທະນາການພົວພັນລະຫວ່າງສອງປະເທດ ຂຶ້ນສູ່ລະດັບສູງໃໝ່. ທ່ານ ຫວໍ້ວັນເຖືອງ ໄດ້ຍົກອອກບັນດາຂໍ້ສະເໜີເພື່ອແນໃສ່ເພີ່ມທະວີການພົວພັນສອງປະເທດ, ໃນນັ້ນມີເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ, ພັດທະນາການພົວພັນລະຫວ່າງພັກກອມມູນິດຫວຽດນາມ ກັບບັນດາພັກການເມືອງຂອງ ສ.ເກົາຫຼີ, ເປີດກວ້າງການຮ່ວມມືລະຫວ່າງກະຊວງ, ຂະແໜງການ, ທ້ອງຖິ່ນ, ການພົບປະແລກປ່ຽນປະຊາຊົນ, ຊຸກຍູ້ວິສາຫະກິດ ສ.ເກົາຫຼີ ລົງທຶນເຂົ້າຫວຽດນາມ, ເອົາໃຈໃສ່ເຖິງການຖ່າຍທອດເຕັກໂນໂລຢີ ແລະພັດທະນາອຸດສາຫະກໍາສຳຮອງ, ພັດທະນາການຄ້າສອງຝ່າຍຕາມທິດສົມດຸນກັນ, ເປີດກວ້າງການຮ່ວມມືດ້ານແຮງງານ, ເອົາໃຈໃສ່ເຖິງພົນລະເມືອງຫວຽດນາມ.
    |
 |
ທ່ານ Han Duck-soo ນາຍົກລັດຖະມົນຕີ ສ.ເກົາຫຼີ ຕ້ອນຮັບທ່ານ ຫວໍ້ວັນເຖືອງ ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານ Han Duck-soo ຕີລາຄາສູງບັນດາຜົນງານພັດທະນາຂອງຫວຽດນາມ, ຢັ້ງຢືນວ່າ ສ.ເກົາຫຼີ ຖືຫວຽດນາມ ເປັນຈຸດສຸມໃນນະໂຍບາຍຂອງ ສ.ເກົາຫຼີ ສໍາລັບອາຊຽນ, ເຫັນດີເປັນເອກະພາບກັບບັນດາຂໍ້ສະເໜີ ໂດຍຫົວໜ້າຄະນະຜູ້ແທນຫວຽດນາມ ຍົກອອກມາ, ເນັ້ນໜັກວ່າ ການຮ່ວມມືກັບຫວຽດນາມ ໄດ້ກາຍເປັນແບບຢ່າງໃນການຮ່ວມມືກັບບັນດາປະເທດກໍາລັງພັດທະນາ, ພ້ອມທັງສະແດງຄວາມປາດຖະໜາວ່າ ສອງຝ່າຍຈະສືບຕໍ່ຊຸກຍູ້ສາຍພົວພັນສອງຝ່າຍກວ່າອີກ.
ໃນວັນດຽວກັນ, ທ່ານ ຫວໍ້ວັນເຖືອງ ໄດ້ຕ້ອນຮັບ ແລະເຮັດວຽກກັບທ່ານປະທານກອງທຶນພົບປະແລກປ່ຽນສາກົນ ສ.ເກົາຫຼີ (KF), ກຸ່ມບັນດາຜູ້ທີ່ມີອິດທິພົນ ສ.ເກົາຫຼີ-ຫວຽດນາມ (EPG), ຢ້ຽມຢາມ ແລະລະດົມກຳລັງໃຈພະນັກງານ, ພາລະກອນສະຖານທູດຫວຽດນາມ ປະຈໍາ ສ. ເກົາຫຼີ.
ໂດຍ: ຈາງຫງວຽນ