ພາຍຫຼັງລັດຖະບານອາຍຸການໃໝ່ໄດ້ຮັບການສ້າງຕັ້ງຂຶ້ນ, ລັດເຊຍ ສືບຕໍ່ປັບປຸງພື້ນຖານເສດຖະກິດເປັນເຈົ້າຕົນເອງ, ປະຕິບັດເປົ້າໝາຍພັດທະນາເສດຖະກິດ-ສັງຄົມທີ່ໄດ້ວາງອອກ. ໃນໄລຍະຜ່ານມາ, ເສດຖະກິດລັດເຊຍ ໄດ້ຜ່ານສະພາບຖົດຖອຍ ແລະຟື້ນຟູທ່າເຕີບໂຕ. ໃນປີ 2023, ທ່າເຕີບໂຕເສດຖະກິດຂອງລັດເຊຍ ບັນລຸ 3,6%, ສູງກວ່າລະດັບຄາດຄະເນ ແລະລື່ນກາຍລະດັບເຕີບໂຕເສດຖະກິດຂອງຫຼາຍປະເທດພັດທະນາ. ລັດຖະບານລັດເຊຍ ໄດ້ຜັນຂະຫຍາຍຫຼາຍມາດຕະການ ເພື່ອປັບຕົວກັບບັນດາຄຳສັ່ງຂວ້ຳບາດຢ່າງທັນການ, ກໍານົດທິດຕະຫຼາດຄືນໃໝ່, ພັດທະນາການຜະລິດທົດແທນການນຳເຂົ້າ,...

leftcenterrightdel
ທ່ານ Vladimir Putin ປະທານາທິບໍດີລັດເຊຍ. ພາບ: ສໍານັກຂ່າວສານຫວຽດນາມ

ນັບແຕ່ເມື່ອສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການໃນວັນທີ 30 ມັງກອນ 1950, ການພົວພັນມິດຕະພາບລະຫວ່າງຫວຽດນາມ ແລະສະຫະພາບໂຊວຽດ ໄດ້ພັດທະນານັບມື້ນັບເລິກເຊິ່ງກວ່າອີກ. ໃນຕະຫຼອດຂະບວນການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ ແລະສ້າງສາປະເທດຊາດ, ພັກ, ລັດ ແລະປະຊາຊົນຫວຽດນາມ ຍາມໃດກໍ່ໄດ້ຮັບການສະໜັບສະໜູນ, ການຊ່ວຍເຫຼືອຢ່າງສຸດຈິດສຸດໃຈຈາກລັດຖະບານ ແລະປະຊາຊົນໂຊວຽດ. ການສະໜັບສະໜູນ, ການຊ່ວຍເຫຼືອຮອບດ້ານ, ໃຫຍ່ຫຼວງ ແລະລ້ຳຄ່າຂອງສະຫະພາບໂຊວຽດ ໃນຫຼາຍທົດສະວັດນັ້ນ ແມ່ນປັດໄຈສຳຄັນປະກອບສ່ວນເຂົ້າໃນຜົນສໍາເລັດຂອງພາລະກິດປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ ແລະຮຳບາດແຜສົງຄາມຂອງປະຊາຊົນຫວຽດນາມ.

ບົນພື້ນຖານການພົວພັນມິດຕະພາບທີ່ເປັນມູນເຊື້ອ, ພາຍຫຼັງ ໂຊວຽດ ຖືກແຕກສະຫຼາຍໃນປີ 1991, ການພົວພັນຫວຽດນາມ-ລັດເຊຍ ສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງຢ່າງຕັ້ງໜ້າຈາກການນຳ ແລະປະຊາຊົນສອງປະເທດ. ວັນທີ 16 ມິຖຸນາ ປີ 1994, ສອງປະເທດໄດ້ລົງນາມໃນສົນທິສັນຍາກ່ຽວກັບຫຼັກການພື້ນຖານຂອງການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສາທາລະນະລັດ ສັງຄົມນິຍົມຫວຽດນາມ ແລະສະຫະພັນລັດເຊຍ, ວາງພື້ນຖານນິຕິກຳໃຫ້ແກ່ການພົວພັນໃນໄລຍະພັດທະນາໃໝ່. ປີ 2012 ແມ່ນຂີດໝາຍປະທັບໃຈໃນການພົວພັນລະຫວ່າງສອງຝ່າຍເມື່ອຫວຽດນາມ ແລະລັດເຊຍ ໄດ້ເຫັນດີຍົກລະດັບການພົວພັນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ.

ນັບແຕ່ນັ້ນມາ, ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງໃນການພົວພັນ ຫວຽດນາມ-ລັດເຊຍ ໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ. 2 ຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນລະຫວ່າງພັກ, ລັດ, ລັດຖະບານ, ການພົບປະແລກປ່ຽນປະຊາຊົນ... ຫວຽດນາມ ກໍານົດການພົວພັນກັບ ລັດເຊຍ ມີຄວາມສຳຄັນຍຸດທະສາດ, ຖື ລັດເຊຍ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າໃນນະໂຍບາຍການຕ່າງປະເທດຂອງຫວຽດນາມ. ໃນຂະນະນັ້ນ, ລັດເຊຍ ຖື ຫວຽດນາມ ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະແມ່ນໜຶ່ງໃນບັນດາບຸລິມະສິດແຖວໜ້າໃນນະໂຍບາຍການຕ່າງປະເທດຂອງຕົນຢູ່ພາກພື້ນ ອາຊີ-ປາຊີຟິກ. 2 ຝ່າຍສົມທົບກັນຢ່າງແໜ້ນແຟ້ນໃນຂອບເຂດບັນດາອົງການຈັດຕັ້ງສາກົນ ແລະເວທີປາໄສຫຼາຍຝ່າຍດ້ວຍທັດສະນະທີ່ຄ້າຍຄືກັນກ່ຽວກັບຫຼາຍບັນຫາສາກົນ ແລະພາກພື້ນ.

ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນລະຫວ່າງ ຫວຽດນາມ ແລະລັດເຊຍ ໄດ້ດໍາເນີນຢ່າງຟົດຟື້ນໃນໄລຍະຜ່ານມາ ແລະມີທ່າແຮງບົ່ມຊ້ອນຫຼາຍຢ່າງເພື່ອພັດທະນາ, ພິເສດແມ່ນນັບແຕ່ເມື່ອຫວຽດນາມ ກາຍເປັນຄູ່ຮ່ວມມືທຳອິດທີ່ລົງນາມໃນສັນຍາການຄ້າເສລີ (FTA) ກັບສະຫະພັນເສດຖະກິດອາຊີ-ເອີລົບ (EAEU) ເຊິ່ງ ລັດເຊຍ ເປັນສະມາຊິກ. ວົງເງິນການຄ້າສອງຝ່າຍໃນປີ 2021 ບັນລຸໄດ້ເກືອບ 5,5 ຕື້ໂດລາສະຫະລັດ. ຕົວເລກນີ້ຫຼຸດລົງລະດັບ 3,5 ຕື້ໂດລາສະຫະລັດ ໃນປີ 2022 ແລະມີສັນຍານຟື້ນຕົວໃນປີ 2023 ໃນລະດັບ 3,63 ຕື້ໂດລາສະຫະລັດ. ໄລ່ມາຮອດເດືອນເມສາ 2024, ລັດເຊຍ ມີ 186 ໂຄງການລົງທຶນເຂົ້າຫວຽດນາມ ດ້ວຍຍອດຈຳນວນທຶນຈົດທະບຽນ 984,98 ລ້ານໂດລາສະຫະລັດ (ຈັດອັນດັບ 28/145 ປະເທດ ແລະເຂດແຄ້ວນທີ່ລົງທຶນຢູ່ຫວຽດນາມ). ຫວຽດນາມ ມີ 18 ໂຄງການລົງທຶນຢູ່ ລັດເຊຍ ດ້ວຍຍອດຈຳນວນທຶນຈົດທະບຽນ 1,63 ຕື້ໂດລາສະຫະລັດ (ຈັດອັນດັບທີ 4 ໃນຈຳນວນ 80 ປະເທດ ແລະເຂດແຄ້ວນທີ່ມີການລົງທຶນຂອງຫວຽດນາມ). 

ພ້ອມກັນນັ້ນ, ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ກໍ່ໄດ້ຮັບການຮັກສາໄວ້. ການຮ່ວມມືດ້ານນ້ຳມັນ, ອາຍແກັດ ແລະພະລັງງານສືບຕໍ່ແມ່ນຂົງເຂດຮ່ວມມືຍຸດທະສາດ ແລະມີປະສິດທິຜົນ. ການຮ່ວມມືດ້ານການສຶກສາ-ບຳລຸງສ້າງ, ວິທະຍາສາດ-ເຕັກໂນໂລຊີ ໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າ; ການພົບປະແລກປ່ຽນປະຊາຊົນໄດ້ຮັບການເພີ່ມທະວີຢ່າງບໍ່ຢຸດຢັ້ງ. ປະຊາຄົມຊາວຫວຽດນາມ ອາໄສຢູ່ ລັດເຊຍ ປະຈຸບັນມີປະມານ 60.000 ຄົນ, ປະກອບສ່ວນຫຼາຍຢ່າງໃຫ້ແກ່ປະເທດ ແລະປະເທດປະຈໍາຖິ່ນ, ປະກອບສ່ວນປັບປຸງການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ.

ໃນປີ 2024, 2 ປະເທດສະເຫຼີມສະຫຼອງ 12 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ (2012-2024), 30 ປີແຫ່ງວັນລົງນາມໃນສົນທິສັນຍາກ່ຽວກັບຫຼັກການພື້ນຖານໃນການພົວພັນມິດຕະພາບລະຫວ່າງ ສສ ຫວຽດນາມ ແລະສະຫະພັນລັດເຊຍ (1994-2024), ເພື່ອມຸ່ງໄປເຖິງການ ສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1950-2025). ໃນສະພາບການນັ້ນ, ການຢ້ຽມຢາມຂອງທ່ານປະທານາທິບໍດີ Vladimir Putin ມີຄວາມໝາຍສຳຄັນພິເສດ, ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດເລິກເຊິ່ງກວ່າອີກ, ເພື່ອເປົ້າໝາຍພັດທະນາປະເທດຊາດ, ປະກອບສ່ວນເພື່ອສັນຕິພາບ ແລະການຮ່ວມມື ແລະການພັດທະນາຢູ່ພາກພື້ນ ແລະໃນໂລກ. ເຫດການນີ້ກໍ່ແມ່ນໂອກາດເພື່ອໃຫ້ຫວຽດນາມ ຢືນຢັນນະໂຍບາຍການຕ່າງປະເທດທີ່ສະເໝີຕົ້ນສະເໝີປາຍຕາມແຜນນະໂຍບາຍຂອງກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ກ່ຽວກັບເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ການຮ່ວມມື ແລະພັດທະນາ, ຫັນການພົວພັນຕ່າງປະເທດເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ, ໃນນັ້ນບຸລິມະສິດໃຫ້ບັນດາປະເທດທີ່ມີການພົວພັນມິດຕະພາບ.  ຫວຽດນາມ ຍາມໃດກໍ່ສະໜັບສະໜູນຊຸກຍູ້ການພົວພັນສັນຕິພາບ, ມິດຕະພາບ ແລະການຮ່ວມມືກັບບັນດາຄູ່ຮ່ວມມື, ແກ້ໄຂການຂັກແຍ້ງກັນໂດຍສັນຕິວິທີ ເພື່ອຜົນປະໂຫຍດອັນຊອບທໍາຂອງບັນດາຝ່າຍທີ່ກ່ຽວຂ້ອງ, ສອດຄ່ອງກັບກົດບັດສະຫະປະຊາຊາດ ແລະກົດໝາຍສາກົນ.

ພວກເຮົາ ເຊື່ອໝັ້ນວ່າ ການຢ້ຽມຢາມຫວຽດນາມ ຂອງທ່ານປະທານາທິບໍດີ Vladimir Putin ຈະປະສົບຜົນສຳເລັດຢ່າງຈົບງາມ, ປະກອບສ່ວນເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ລັດເຊຍ ສືບຕໍ່ພັດທະນາ, ເພີ່ມພູນຄູນສ້າງນໍ້າໃຈມິດຕະພາບທີ່ເປັນມູນເຊື້ອ ແລະຄວາມສະໜິດຕິດພັນອັນຍາວນານລະຫວ່າງ 2 ປະເທດ ແລະສອງຊາດ.

ໂດຍ: ທະນາພອນ