ກອງປະຊຸມສຸດຍອດພິເສດສະເຫຼີມສະຫຼອງ 50 ປີແຫ່ງການພົວພັນ ອາຊຽນ - ອົດສະຕາລີ ດໍາເນີນໄປໃນສະພາບການໂລກ ແລະພາກພື້ນ ສືບຕໍ່ຜັນແປຢ່າງສັບສົນ, ຄາດຄະເນໄດ້ຍາກ; ເສດຖະກິດທົ່ວໂລກປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ; ສິ່ງທ້າທາຍດ້ານຄວາມປອດໄພບໍ່ເປັນການທະຫານ, ພິເສດແມ່ນການປ່ຽນແປງຂອງດິນຟ້າອາກາດ, ຄວາມໝັ້ນຄົງດ້ານພະລັງງານ, ຄວາມໝັ້ນຄົງດ້ານສະບຽງອາຫານ… ນັບມື້ນັບເພີ່ມຂຶ້ນ, ສົ່ງຜົນກະທົບຢ່າງຫຍໍ້ທໍ້ຕໍ່ສະຖຽນລະພາບ ແລະການພັດທະນາໃນຫຼາຍພາກພື້ນ. ທີ່ກອງປະຊຸມ, ບັນດາການນຳຈະປຶກສາຫາລືກ່ຽວກັບການເພີ່ມທະວີການຮ່ວມມືອາຊຽນ - ອົດສະຕາລີ, ວິໄສທັດຂອງສອງຝ່າຍຕໍ່ອະນາຄົດຂອງພາກພື້ນ ແລະວິທີທີ່ອາຊຽນ - ອົດສະຕາລີ ສາມາດຮ່ວມມືກັນເພື່ອແກ້ໄຂບັນດາສິ່ງທ້າທາຍຮ່ວມ.

ອົດສະຕາລີ ເປັນໜຶ່ງໃນ 5 ຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າຂອງອາຊຽນ; ມີການເຄື່ອນໄຫວຮ່ວມມືຕົວຈິງຫຼາຍຢ່າງເພື່ອສະໜັບສະໜູນອາຊຽນ ໃນການສ້າງປະຊາຄົມ, ສະໜັບສະໜູນບົດບາດໃຈກາງຂອງອາຊຽນ, ເຂົ້າຮ່ວມຢ່າງຕັ້ງໜ້າ ແລະມີປະສິດທິຜົນໃນບັນດາກົນໄກ, ເວທີປາໄສໂດຍອາຊຽນ ລິເລີ່ມ ແລະນຳພາ ຄື: ກອງປະຊຸມສຸດຍອດອາຊີ ຕາເວັນອອກ (EAS), ເວທີປາໄສພາກພື້ນອາຊຽນ (ARF) ແລະກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ເປີດກວ້າງ (ADMM+)...

ໃນໄລຍະມໍ່ໆນີ້, ການພົວພັນສອງຝ່າຍມີການພັດທະນາທີ່ຂະຫຍັນຂັນເຂື່ອນໃນຫຼາຍຂົງເຂດຄື: ການເມືອງ, ຄວາມໝັ້ນຄົງ, ເສດຖະກິດ, ວັດທະນະທຳ, ສັງຄົມ ແລະການຮ່ວມມືພັດທະນາ. ອາຊີຕາເວັນອອກສ່ຽງໃຕ້ ໄດ້ກາຍເປັນພາກສ່ວນໜຶ່ງທີ່ຂາດບໍ່ໄດ້ຂອງພື້ນຖານເສດຖະກິດ ກໍ່ຄືຮູບພາບສັງຄົມທີ່ມີຫຼາຍຮູບຫຼາຍແບບຂອງອົດສະຕາລີ. ຕາມຂໍ້ມູນໃນໄລຍະມໍ່ໆມານີ້, ອາຊຽນ ກວມເອົາເກືອບ 15% ຍອດວົງເງິນການຄ້າຂອງອົດສະຕາລີ. ຕົວເລກນີ້ແມ່ນໃຫຍ່ກວ່າການຄ້າສອງຝ່າຍລະຫວ່າງອົດສະຕາລີ ກັບຍີ່ປຸ່ນ, ສະຫະລັດອາເມລີກາ ຫຼືສະຫະພາບເອີລົບ (ອີຢູ). ປີ 2022, ການຄ້າສອງສົ້ນລະຫວ່າງ ອາຊຽນ ແລະ ອົດສະຕາລີ ບັນລຸເຖິງ 100 ຕື້ໂດລາສະຫະລັດ ແລະການລົງທຶນໂດຍກົງຈາກອົດສະຕາລີເຂົ້າອາຊຽນ ບັນລຸປະມານ 2 ຕື້ໂດລາສະຫະລັດ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະພັນລະຍາ. ພາບ: tuoitre.vn

ດ້ວຍຫົວຂໍ້ “ຄູ່ຮ່ວມມືໃຫ້ອະນາຄົດ”, ກອງປະຊຸມສຸດຍອດພິເສດສະເຫຼີມສະຫຼອງ 50 ປີແຫ່ງການພົວພັນອາຊຽນ-ອົດສະຕາລີ ໄດ້ຮັບຄວາມຫວັງວ່າ ຈະສ້າງກາລະໂອກາດໃຫ້ 2 ຝ່າຍທົບທວນຄືນການພົວພັນໃນ 50 ປີຜ່ານມາ, ກຳນົດທິດທາງຊຸກຍູ້ການພົວພັນພັດທະນາຢ່າງແທດຈິງ, ມີປະສິດທິຜົນກ່ວາອີກ ໃນໄລຍະຈະມາເຖິງ, ເໝາະສົມກັບຂອບເຂດຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ໄດ້ຮັບການສ້າງຕັ້ງ.

ການເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ທີ່ກອງປະຊຸມມີຄວາມໝາຍສໍາຄັນ, ປະກອບສ່ວນຢືນຢັນແນວທາງ, ແຜນນະໂຍບາຍສະເໝີຕົ້ນສະເໝີຢາຍຂອງຫວຽດນາມ ໃນການຍູ້ແຮງການພົວພັນຕ່າງປະເທດ, ສົ່ງສານທີ່ວ່າຫວຽດນາມ ແມ່ນປະເທດຮັກຫອມສັນຕິພາບ, ເປັນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງອາຊຽນ. ກອງປະຊຸມແມ່ນກາລະໂອກາດ ເພື່ອໃຫ້ ຫວຽດນາມ ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຊຸກຍູ້ການພົວພັນຮ່ວມມືກັບບັນດາຄູ່ຮ່ວມມືໃຫ້ສືບຕໍ່ເຂົ້າສູ່ລວງເລິກ, ມີປະສິດທິຜົນ.

ຄຽງຂ້າງການເຂົ້າຮ່ວມກອງປະຊຸມສຸດຍອດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຈະໄປຢ້ຽມຢາມ ອົດສະຕາລີ ແລະນິວຊີແລນ ຢ່າງເປັນທາງການ. ນີ້ແມ່ນການຢ້ຽມຢາມຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຢູ່ ອົດສະຕາລີ ແລະ ນິວຊີແລນ ໃນຖານະຕຳແໜ່ງໃໝ່, ແລະແມ່ນການຢ້ຽມຢາມຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ  ເຖິງ 2 ປະເທດພາຍຫຼັງກວ່າ 7 ປີ.

ການຢ້ຽມຢາມມີຄວາມໝາຍພິເສດ, ດຳເນີນໃນສະພາບການທີ່ ຫວຽດນາມ ແລະ ອົດສະຕາລີ ຫາກໍ່ສຳເລັດການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1973-2023) ແລະ 5 ປີແຫ່ງການພົວພັນຄູ່ຮ່ວມມືຍຸດທະສາດ (2018-2023). ອາດເຫັນໄດ້ວ່າ ການພົວພັນລະຫວ່າງຫວຽດນາມ ແລະ ອົດສະຕາລີ ພວມພັດທະນາຢ່າງແຮງ, ພົ້ນເດັ່ນ ແລະຮອບດ້ານດ້ວຍລະດັບຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສູງໃນເກືອບທຸກຂົງເຂດ. ການເຄື່ອນໄຫວທີ່ຕັ້ງໜ້າໃນການພົວພັນສອງຝ່າຍໄດ້ສະແດງໃຫ້ເຫັນຜ່ານການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ, ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ - ການຄ້າ, ການສຶກສາ - ກໍ່ສ້າງ... ສອງປະເທດໄດ້ກາຍເປັນໜຶ່ງໃນ 10 ຄູ່ຮ່ວມມືການຄ້າແຖວໜ້າຂອງກັນ, ຕາມນັ້ນແລ້ວ, ວົງເງິນການຄ້າສອງສົ້ນບັນລຸ 13,8 ຕື້ໂດລາສະຫະລັດ ໃນປີ 2023. ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບນັບມື້ນັບມີປະສິດທິຜົນ, ແທດຈິງ, ພິເສດແມ່ນການຝຶກອົບຮົມ, ໜູນຊ່ວຍບັນດາການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ. ການຮ່ວມມືໃນຂົງເຂດກະສິກຳ, ການສຶກສາ - ກໍ່ສ້າງ, ການອອກແຮງງານ, ການພົບປະແລກປ່ຽນປະຊາຊົນໄດ້ພັດທະນາຢ່າງແຂງແຮງ.

ລັດຖະບານອົດສະຕາລີ ຖືເປັນສໍາຄັນການພົວພັນຄູ່ຮ່ວມມືຍຸດທະສາດກັບຫວຽດນາມ ແລະກຳນົດ ຫວຽດນາມ ເປັນໃຈກາງຂອງຂະບວນການສ້າງຍຸດທະສາດການພົວພັນຂອງ ອົດສະຕາລີ ສຳລັບພາກພື້ນອາຊີຕາເວັນອອກສ່ຽງໃຕ້. ກົງກັນຂ້າມ, ຫວຽດນາມ ຖືເປັນສໍາຄັນການພົວພັນກັບອົດສະຕາລີ, ປາດຖະໜາຢາກຍູ້ແຮງການພົວພັນຮ່ວມມືສອງຝ່າຍໃນຫຼາຍຂົງເຂດ.

ພ້ອມກັບອົດສະຕາລີ, ນິວຊີແລນ ແມ່ນຄູ່ຮ່ວມມືຍຸດທະສາດສຳຄັນຂອງຫວຽດນາມ ໃນພາກພື້ນປາຊີຟິກ. ສອງປະເທດໄດ້ສ້າງຕັ້ງການພົວພັນທາງການທູດໃນວັນທີ 19 ມິຖຸນາ ປີ 1975 ແລະເດືອນກັນຍາ ປີ 2009 ໄດ້ຍົກລະດັບເປັນການພົວພັນຄູ່ຮ່ວມມືຮອບດ້ານ. ປີ 2020, ສອງປະເທດສືບຕໍ່ຍົກລະດັບການພົວພັນເປັນຄູ່ຮ່ວມມືຍຸດທະສາດ. ນັບແຕ່ນັ້ນມາຮອດປະຈຸບັນ, ຫວຽດນາມ ແລະ ນິວຊີແລນ ໄດ້ຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນ; ຍູ້ແຮງການຮ່ວມມືດ້ານເສດຖະກິດ, ການຄ້າດ້ວຍວົງເງິນການຄ້າສອງສົ້ນບັນລຸ 1,3 ຕື້ ໂດລາສະຫະລັດ ໃນປີ 2023. ສອງປະເທດພວມຕັ້ງໜ້າຊຸກຍູ້ການຮ່ວມມືໃນຂົງເຂດໃໝ່ ຄື: ການປ່ຽນແປງຂອງດິນຟ້າອາກາດ, ການຫັນປ່ຽນພະລັງງານ...

ການຢ້ຽມຢາມອົດສະຕາລີ ແລະນິວຊີແລນ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ມີຄວາມໝາຍສຳຄັນ, ປະກອບສ່ວນເຮັດໃຫ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມ ແລະສອງຄູ່ຮ່ວມມືໃນພາກພື້ນ ປາຊີຟິກ ເລິກເຊິ່ງກວ່າອີກ.

ພວກເຮົາເຊື່ອໝັ້ນວ່າ ການຢ້ຽມຢາມອົດສະຕາລີ ແລະ ນິວຊີແລນ ຢ່າງເປັນທາງການ ແລະການເຂົ້າຮ່ວມສອງປະຊຸມສຸດຍອດພິເສດສະເຫຼີມສະຫຼອງ 50 ປີແຫ່ງການພົວພັນອາຊຽນ - ອົດສະຕາລີ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຈະປະສົບຜົນສໍາເລັດຢ່າງຈົບງາມ, ປະກອບສ່ວນຍົກສູງອິດທິພົນ, ຖານະບົດບາດຂອງປະເທດ, ເປີດກວ້າງຂອບເຂດການຮ່ວມມືໃໝ່, ນຳການພົວພັນສອງຝ່າຍລະຫວ່າງຫວຽດນາມ - ອົດສະຕາລີ ແລະຫວຽດນາມ - ນິວຊີແລນ ໃຫ້ກ້າວຂຶ້ນສູ່ລະດັບສູງ, ເລິກເຊິ່ງກວ່າອີກ.

ໂດຍ: ຈາງຫງວຽນ