ນັບແຕ່ນັ້ນມາ, ພາຍຫຼັງ 79 ປີແຫ່ງການກໍ່ສ້າງ ແລະຝຶກຝົນຫຼໍ່ຫຼອມ, ດ້ວຍຄວາມເຊື່ອໝັ້ນຢ່າງເດັດຂາດພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກ ແລະປະທານໂຮ່ຈີມິນ, ດ້ວຍຄວາມເຊື່ອໝັ້ນຕໍ່ໄຊຊະນະ, ກອງທະຫານປະຕິວັດທໍາອິດຂອງຫວຽດນາມ ໄດ້ຜ່ານຜ່າທຸກໄພອັນຕະລາຍ, ເຕີບໃຫຍ່ເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ.

leftcenterrightdel
ບັນຍາກາດວັນສ້າງຕັ້ງກອງໂຄສະນາທະຫານປົດປ່ອຍຫວຽດນາມ ຢູ່ເຂດປ່າເຈິ່ນຮືງດ້າວ. ພາບເອກະສານ.

ກອງທັບຫວຽດນາມ ໄດ້ພ້ອມກັບທົ່ວພັກ, ທົ່ວປວງຊົນ ຍາດໄດ້ໄຊຊະນະດັງກ້ອງກັງວານຢູ່ດ້ຽນບຽນຝູ ປີ 1954 - ສິ້ນສຸດການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝຣັ່ງ ຮຸກຮານ; ການຕໍ່ສູ້ຕ້ານອາເມລິກາ, ກູ້ຊາດຂີດໝາຍແຫ່ງໄຊຊະນະອັນສະຫງ່າລາສີໃນການບຸກໂຈມຕີຄັ້ງໃຫຍ່ ແລະການລຸກຮື້ຂຶ້ນລະດູບານໃໝ່ ປີ 1975, ປົດປ່ອຍພາກໃຕ້ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ; ໄຊຊະນະໃນສົງຄາມປົກປັກຮັກສາຊາຍແດນຂອງປະເທດຊາດ, ຮັກສາສັນຕິພາບ, ໄດ້ປະກອບສ່ວນພ້ອມກັບທົ່ວປະເທດກໍ່ສ້າງສັງຄົມນິຍົມ. ເຫຼົ່ານີ້ແມ່ນວິລະກໍາທີ່ມີລັກສະນະຍຸກສະໄໝ.

ກອງທັບຫວຽດນາມ ໄດ້ຄຽງບ່າຄຽງໄຫຼ່ພ້ອມກັບກອງທັບ ແລະປະຊາຊົນບັນດາປະເທດເພື່ອນມິດ, ປະຕິບັດໜ້າທີ່ສາກົນຢ່າງສະຫງ່າຜ່າເຜີຍຢູ່ລາວ, ກຳປູເຈຍ, ຊ່ວຍເພື່ອນມິດສ້າງສັນຕິພາບ, ເອກະລາດ, ສ້າງສາ ແລະພັດທະນາປະເທດຊາດ.

ປະຈຸບັນ, ປະເທດຫວຽດນາມ ພວມຢູ່ໃນໄລຍະເປີດປະຕູ, ເຊື່ອມໂຍງເຂົ້າກັບການເຄື່ອນໄຫວຂອງຍຸກສະໄໝ ແລະພວມຢືນຢູ່ຕໍ່ໜ້າກາລະໂອກາດພັດທະນາໃໝ່. ການຜັນແປຢ່າງສັບສົນໃນໂລກ ແລະພາກພື້ນໄດ້ຮຽກຮ້ອງໃຫ້ພວກເຮົາ ຕ້ອງມີຍຸດທະສາດທີ່ເໝາະສົມເພື່ອຮັກສາສັນຕິພາບ, ສະຖຽນລະພາບ, ສ້າງພື້ນຖານອັນໝັ້ນແກ່ນ, ນໍາປະເທດພັດທະນາຢ່າງບໍ່ຢຸດຢັ້ງ.

ກອງທັບປະຊາຊົນຫວຽດນາມ ແມ່ນກຳລັງຫຼັກແຫຼ່ງໃນພາລະກິດແຫ່ງການປົກປັກຮັກສາປະເທດຊາດ. ສະນັ້ນ, ກອງທັບຕ້ອງມີການປ່ຽນແປງໃໝ່ກ່ຽວກັບໂຄງປະກອບ, ການຈັດຕັ້ງ, ນັບມື້ນັບຍົກສູງຄຸນນະພາບສັງລວມ, ຮັບປະກັນໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ, ໜ້າທີ່ປົກປັກຮັກສາປະເທດຊາດໃນໄລຍະໃໝ່ແມ່ນຄວາມຈຳເປັນພາວະວິໄສ. ມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ໄດ້ກຳນົດວ່າ: ກໍ່ສ້າງກອງທັບປະຊາຊົນປະຕິວັດ, ເປັນກໍາລັງຫຼວງ, ຍອດຢ້ຽມ, ທັນສະໄໝເທື່ອລະກ້າວ, ມີຫຼາຍກົມກອງ, ຫຼາຍກໍາລັງໄດ້ກ້າວຂຶ້ນສູ່ຄວາມເປັນທັນສະໄໝ, ສ້າງປະຖົມປັດໄຈເພື່ອຮອດປີ 2030 ກໍ່ສ້າງກອງທັບໃຫ້ທັນສະໄໝ...

ເພື່ອບັນລຸໄດ້ສິ່ງດັ່ງກ່າວນັ້ນ, ພະນັກງານ, ນັກຮົບແຕ່ລະຄົນ, ແຕ່ລະອົງການ, ກົມກອງໃນທົ່ວກອງທັບຕ້ອງສືບຕໍ່ມານະພະຍາຍາມຮ່ຳຮຽນ, ສູ້ຊົນ, ຝຶກຝົນຫຼໍ່ຫຼອມ, ຍາມໃດກໍ່ກໍາແໜ້ນແຜນນະໂຍບາຍ, ແນວທາງຂອງພັກກ່ຽວກັບການທະຫານ, ການປ້ອງກັນຊາດ, ກ່ຽວກັບການກໍ່ສ້າງພື້ນຖານທົ່ວປວງຊົນປ້ອງກັນຊາດ, ທ່າຮົບທົ່ວປວງຊົນປ້ອງກັນຊາດ, ສ້າງກອງທັບ “ຍອດຢ້ຽມ, ກະທັດຮັດ ແລະເຂັ້ມແຂງ”, ຈາກນັ້ນປະຕິບັດບັນດາຄາດໝາຍ, ແຜນການໃຫ້ປະກົດຜົນເປັນຈິງ, ຜັນຂະຫຍາຍປະຕິບັດຢ່າງຂ້ຽວຂາດ. ບັນດາອົງການ, ກົມກອງ ຍາມໃດກໍ່ຕ້ອງຊາບຊຶມ, ເຂົ້າໃຈຕໍ່ການຊີ້ນຳນຳພາຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ຈັດຕັ້ງປະຕິບັດແຜນການກ່ຽວກັບການປັບປຸງການຈັດຕັ້ງ, ກຳລັງກອງທັບປະຊາຊົນຫວຽດນາມ ໃນໄລຍະໃໝ່ໃຫ້ເຖິງຖອງ.

ວຽກງານສຶກສາອົບຮົມດ້ານການເມືອງແນວຄິດ ຕ້ອງໄດ້ຮັບການຍູ້ແຮງ, ຮັບປະກັນຄວາມຮັບຮູ້ກ່ຽວກັບການກໍ່ສ້າງກອງທັບໃນໄລຍະໃໝ່ໃຫ້ເປັນເອກະພາບໃນທົ່ວກອງທັບ, ແຜ່ຂະຫຍາຍໄປທົ່ວປວງຊົນ, ສ້າງຄວາມເຫັນດີເຫັນພ້ອມໃນການຮັບຮູ້ ແລະຈັດຕັ້ງປະຕິບັດ. ວຽກງານຝຶກແອບ, ກຽມພ້ອມສູ້ຮົບຕ້ອງສືບຕໍ່ປ່ຽນແປງໃໝ່, ຍາມໃດກໍ່ຮັບປະກັນການເປັນເຈົ້າຂອງດ້ານວິທະຍາສາດ, ເຕັກໂນໂລຢີ, ອາວຸດຍຸດໂທປະກອນ...

ສືບຕໍ່ລະດົມແຫຼ່ງກຳລັງເພື່ອກໍ່ສ້າງພື້ນຖານທົ່ວປວງຊົນປ້ອງກັນຊາດ, ທ່າຮົບປ້ອງກັນທະຫານເຂດ ແລະບັນດາເຂດປ້ອງກັນໃຫ້ໝັ້ນແກ່ນ, ກໍ່ສ້າງກຳລັງທະຫານ 3 ປະເພດໃຫ້ພຽງພໍທາງດ້ານປະລິມານ, ໃຫ້ດີດ້ານຄຸນນະພາບ, ມີຄວາມສາມາດລະດົມສູງ, ກຳລັງຄວາມສາມາດສູ້ຮົບມີປະສິດທິຜົນ. ກໍ່ສ້າງພື້ນຖານອຸດສາຫະກຳປ້ອງກັນຊາດທີ່ທັນສະໄໝ, ທັງລົງເລິກ ແລະກວ້າງຂວາງ, ຄ່ອຍໆກ້າວໄປສູ່ການເປັນເຈົ້າຕົນ ເອງກ່ຽວກັບອາວຸດຍຸດໂທປະກອນທີ່ທັນສະໄໝ, ເຕັກໂນໂລຢີສູງ.

ສືບຕໍ່ເອົາໃຈໃສ່, ປະຕິບັດວຽກງານພົວພັນຕ່າງປະເທດດ້ານປ້ອງກັນຊາດໃຫ້ເປັນຢ່າງດີ, ຍົກສູງຖານະບົດບາດ, ທີ່ຕັ້ງ ແລະອິດທິພົນຊື່ສຽງຂອງກອງທັບປະຊາຊົນຫວຽດນາມ ກັບເພື່ອນມິດສາກົນ, ປະກອບສ່ວນຍົກສູງຖານະບົດບາດ, ທີ່ຕັ້ງຂອງປະເທດຊາດ, ຫັນທັດສະນະຂອງພັກກ່ຽວກັບການປົກປັກຮັກສາປະເທດແຕ່ຫົວ, ແຕ່ໄກໃຫ້ປະກົດຜົນເປັນຈິງ.

ປີ 2024 ໃກ້ຈະມາຮອດແລ້ວ, ກອງທັບຫວຽດນາມ ພວມກະກຽມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບຄົບຮອບ 80 ປີ (22-12-1944 / 22-12-2024) - ເປັນຂີດໝາຍປະຫວັດສາດຂອງກອງທັບປະຕິວັດ. ຄວາມມານະພະຍາຍາມຂອງພະນັກງານ, ນັກຮົບແຕ່ລະຄົນມື້ນີ້ຈະສ້າງຮີດຄອງປະເພນີອັນສະຫງ່າງາມທີ່ຄົນລຸ້ນກ່ອນໄດ້ສ້າງໄວ້ຕື່ມອີກ. ນີ້ແມ່ນວຽກງານທີ່ມີຄວາມໝາຍແທດຈິງປະກອບສ່ວນກໍ່ສ້າງກອງທັບ “ຍອດຢ້ຽມ, ກະທັດຮັດ, ເຂັ້ມແຂງ”, ປະຕິວັດ, ເປັນກໍາລັງຫຼວງ, ຍອດຢ້ຽມ, ກ້າວຂຶ້ນທັນສະໄໝ; ມຸ່ງໄປເຖິງພິທີສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ.

ໂດຍ: ເຈິ່ນຮວ່ຽນ