ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສະໜິດຕິດພັນມາແຕ່ດົນນານລະຫວ່າງສອງປະເທດບ້ານໃກ້ເຮືອນຄຽງ ຫວຽດນາມ ແລະກຳປູເຈຍ ເຊິ່ງການນຳ ແລະປະຊາຊົນສອງປະເທດລຸ້ນຕ່າງໆ ໄດ້ທູ່ນເທເຫື່ອແຮງເພີ່ມພູນຄູນສ້າງດ້ວຍກໍາລັງແຮງ ແລະເລືອດເນື້ອຂອງຊາວຫວຽດນາມ ແລະກຳປູເຈຍ ຫຼາຍລຸ້ນຄົນ. ໃນສະຕະວັດທີ 20, ການພົວພັນນີ້ໄດ້ເປັນຮູບເປັນຮ່າງ ແລະພັດທະນາເລີ່ມຈາກຄວາມຮຽກຮ້ອງຕ້ອງການ ກໍ່ຄືເປົ້າໝາຍລວມໃນພາລະກິດຕໍ່ສູ້ປົດປ່ອຍຊາດຂອງສອງປະເທດ. ຄວາມສາມັກຄີຕໍ່ສູ້ລະຫວ່າງສອງປະເທດໃນຊຸມປີແຫ່ງການຕໍ່ສູ້ຕ້ານລ່າເມືອງຂຶ້ນ, ຈັກກະພັດ ໂດຍປະທານ ໂຮ່ຈີມິນ ແລະບັນດາຜູ້ນຳຂະບວນການປົດປ່ອຍຊາດກຳປູເຈຍ ລິເລີ່ມ, ໄດ້ສ້າງກຳລັງແຮງອັນໃຫຍ່ຫຼວງໃຫ້ທະຫານ ແລະປະຊາຊົນສອງປະເທດປະຕິບັດເປົ້າໝາຍຍາດເອົາເອກະລາດ, ອິດສະຫຼະພາບ.

leftcenterrightdel

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະທ່ານປະທານພັກປະຊາຊົນກໍາປູເຈຍ (CPP), ນາຍົກລັດຖະມົນຕີ ກຳປູເຈຍ Hun Sen ແລະບັນດາຜູ້ແທນໃນການພົບປະຂັ້ນສູງລະຫວ່າງພັກກອມມູນິດຫວຽດນາມ ແລະ CPP ໃນວັນທີ 18 ກຸມພາ 2023. ພາບ: ສໍານັກຂ່າວສານຫວຽດນາມ

ກ່ອນນີ້ 56 ປີ, ຫວຽດນາມ ແລະກຳປູເຈຍ ໄດ້ສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການໃນວັນທີ 24 ມິຖຸນາ 1967, ອັນໄດ້ສ້າງຂີດໝາຍໃໝ່ໃນປະຫວັດສາດຂອງສອງຊາດ. ໃນຊຸມປີຕໍ່ມາ, ປະຊາຊົນສອງ ປະເທດ ຫວຽດນາມ ແລະກຳປູເຈຍ ສືບຕໍ່ຄຽງບ່າຄຽງໄຫຼ່ໃນການຕໍ່ສູ້ປົດປ່ອຍຊາດ, ໃຫ້ການສະໜັບສະໜູນອັນລໍ້າຄ່າແກ່ກັນ ແລະພ້ອມກັນຮັບໄຊຊະນະປະຫວັດສາດໃນລະດູບານໃໝ່ປີ  1975. ນ້ຳໃຈສາມັກຄີ, ສະໜັບສະໜູນເຊິ່ງກັນ ແລະກັນໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງ ແລະເລິກເຊິ່ງກວ່າອີກ ເມື່ອປະຊາຊົນສອງປະເທດຄຽງບ່າຄຽງໄຫຼ່ ແລະຮ່ວມມືໂຄ່ນລົ້ມລະບອບດັບສູນເຊື້ອຊາດປົນປົກ ທີ່ໂຫດຮ້າຍ ໃນປີ 1979, ຊ່ວຍຟື້ນຟູປະເທດກຳປູເຈຍ ຄືນໃໝ່.

ພາຍຫຼັງສັນຍາສັນຕິພາບປາຣີ ປີ 1991 ແລະການເລືອກຕັ້ງທົ່ວປະເທດໃນປີ 1993, ການພົວພັນລະຫວ່າງ ສອງປະເທດໄດ້ກ້າວເຂົ້າສູ່ໄລຍະໃໝ່, ເໝາະສົມກັບສະພາບການຂອງແຕ່ລະປະເທດ ແລະສະພາບການສາກົນ. ດ້ວຍທິດນຳ “ປະເທດບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ຮ່ວມມືຮອບດ້ານ, ຍືນຍົງ ຍາວນານ”, ໃນຊຸມປີຜ່ານມາ, ຫວຽດນາມ ແລະກຳປູເຈຍ ໄດ້ເພີ່ມທະວີຄວາມສາມັກຄີ, ການຮ່ວມມື ແລະການຊ່ວຍເຫຼືອເຊິ່ງກັນ ແລະກັນໃນທຸກຂົງເຂດຢ່າງບໍ່ຢຸດຢັ້ງ ເພື່ອສົມກັບການປະກອບສ່ວນ ແລະການເສຍສະຫຼະຂອງຄົນລຸ້ນກ່ອນ, ພ້ອມທັງນຳມາເຊິ່ງປະສິດທິຜົນທີ່ແທດຈິງໃຫ້ປະຊາຊົນສອງປະເທດ.

ຕາມນັ້ນແລ້ວ, ການພົວພັນດ້ານການເມືອງສືບຕໍ່ໄດ້ຮັບການຮັກສາໄວ້ຢ່າງໝັ້ນຄົງ, ສວມບົດບາດເປັນແກ່ນສານກໍານົດທິດທາງພົວພັນຫວຽດນາມ - ກຳປູເຈຍ. ນັບແຕ່ເມື່ອຂຶ້ນຮັບດຳລົງຕຳແໜ່ງນາຍົກລັດຖະມົນຕີແຫ່ງລາຊະອານາຈັກກຳປູເຈຍ, ທ່ານ Samdech Moha Bovor Thipadei Hun Manet ໄດ້ມີການພົບປະໂດຍກົງຫຼາຍເທື່ອກັບການນຳຂັ້ນສູງຂອງຫວຽດນາມ. ການຮ່ວມມືດ້ານການລົງທຶນ ແລະການຄ້າແມ່ນຈຸດພົ້ນເດັ່ນໃນການພົວພັນລະຫວ່າງຫວຽດນາມ - ກຳປູເຈຍ ດ້ວຍວົງເງິນການຄ້າສອງສົ້ນແຕ່ຕົ້ນປີຮອດທ້າຍເດືອນ ຕຸລາ 2023 ບັນລຸ 7,1 ຕື້ໂດລາສະຫະລັດ. ປະຈຸບັນ ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບ 3 ຂອງກຳປູເຈຍ ແລະ ຄູ່ຮ່ວມມືການຄ້າໃຫຍ່ສຸດຂອງກຳປູເຈຍ ໃນອາຊຽນ.

ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບສືບຕໍ່ໄດ້ຮັບການເພີ່ມທະວີ, ນັບມື້ນັບມີປະສິດທິຜົນ ແລະແທດຈິງ. ສອງຝ່າຍລ້ວນແຕ່ຢືນຢັນວ່າຈະບໍ່ອະນຸຍາດໃຫ້ກຳລັງທີ່ເປັນປໍລະປັກໃດນຳໃຊ້ຜືນແຜ່ນດິນຂອງປະເທດຕົນເພື່ອທຳລາຍຄວາມໝັ້ນຄົງຂອງປະເທດອື່ນ. ສອງຝ່າຍສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍວຽກງານຂີດເສັ້ນ, ປັກຫຼັກໝາຍຊາຍແດນໃຫ້ບັນລຸ 84% ຊາຍແດນທາງບົດ ແລະຕັ້ງໜ້າແລກປ່ຽນເພື່ອແກ້ໄຂ 16% ທີ່ຍັງເຫຼືອ, ແນໃສ່ສືບຕໍ່ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາແບບຍືນຍົງ.

ການຮ່ວມມືໃນຂົງເຂດອື່ນໆສືບຕໍ່ໄດ້ຮັບຄວາມເອົາໃຈໃສ່ຊຸກຍູ້. ພິເສດ, ຫວຽດນາມ ແລະກຳປູເຈຍ ໄດ້ສົມທົບກັນ, ໜູນຊ່ວຍເຊິ່ງກັນ ແລະກັນຢ່າງທັນການ ແລະມີປະສິດທິຜົນໃນວຽກງານປ້ອງກັນ ແລະຕ້ານການແຜ່ລະບາດຂອງພະຍາດໂຄວິດ – 19 ໂດຍຜ່ານການເຄື່ອນໄຫວແທດຈິງຫຼາຍຢ່າງ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ຄວາມມານະພະຍາຍາມຄວບຄຸມໂລກພະຍາດຢູ່ແຕ່ລະປະເທດ, ສະແດງໃຫ້ເຫັນຈິດໃຈສາມັກຄີ ແລະມູນເຊື້ອສະຫນັບສະຫນູນເຊິ່ງກັນ ແລະກັນໃນຍາມຫຍຸ້ງຍາກລະຫວ່າງສອງຊາດຢ່າງມີຊີວິດຊີວາ. ສອງ ປະເທດສົມທົບກັນ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສສາກົນ, ພາກພື້ນ ແລະອະນຸພາກພື້ນເປັນປະຈໍາ, ປະກອບສ່ວນຍົກສູງອິດທິພົນຊື່ສຽງ ແລະຖານະບົດບາດຂອງແຕ່ລະປະເທດຢູ່ພາກພື້ນ ແລະໃນໂລກ.

ຫວນຄືນໄລຍະທາງທີ່ຜ່ານມາ, ພວກເຮົາພາກພູມໃຈທີ່ເຫັນວ່າ, ເຖິງວ່າຕ້ອງຜ່ານຜ່າສິ່ງທ້າທາຍ, ການຜັນແປຂອງປະຫວັດສາດ, ແຕ່ຄວາມສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານອັນດີງາມລະຫວ່າງ ຫວຽດນາມ ແລະກຳປູເຈຍ ໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງ, ກາຍເປັນຊັບສົມບັດລວມອັນລ້ຳຄ່າ, ສັກສິດ ແລະຍືນຍົງຂອງ ສອງຊາດ. ນັ້ນແມ່ນພື້ນຖານອັນໝັ້ນແກ່ນ ເພື່ອໃຫ້ພວກເຮົາເຊື່ອໝັ້ນວ່າ ການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານ Samdech Moha Bovor Thipadei Hun Manet ຈະປະສົບຜົນສຳເລັດຢ່າງຈົບງາມ, ສືບຕໍ່ປະກອບສ່ວນເຮັດໃຫ້ການພົວພັນບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອດບດ້ານ, ຍືນຍົງຍາວນານລະຫວ່າງຫວຽດນາມ ແລະ ກຳປູເຈຍ ເລິກເຊິ່ງກວ່າອີກ.

ໂດຍ: ທະນາພອນ