ການຢ້ຽມຢາມທາງລັດຖະກິດຫວຽດນາມ ຂອງທ່ານປະທານາທິບໍດີແຫ່ງສາທາລະນະລັດສະຫະພັນ ເຢຍລະມັນ ແລະພັນລະຍາ ເປັນການສະແດງໃຫ້ເຫັນວ່າ ເຢຍລະມັນ ຖືເປັນສຳຄັນ ແລະປາດຖະໜາຢາກປັບປຸງ, ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດກັບຫວຽດນາມ ກວ່າອີກ ກໍ່ຄືຖືເປັນສຳຄັນຕໍ່ຖານະບົດບາດ ແລະທີ່ຕັ້ງສາກົນຂອງຫວຽດນາມ.

ນັບແຕ່ຫວຽດນາມ ແລະເຢຍລະມັນ ສ້າງຕັ້ງການພົວພັນທາງການທູດ ໃນວັນທີ 23 ກັນຍາ 1975, ການພົວພັນມິດຕະພາບ ແລະການຮ່ວມມືສອງຝ່າຍພັດທະນາຢ່າງຕັ້ງໜ້າ, ນັບມື້ນັບເລິກເຊິ່ງກວ້າງຂວາງ, ມີປະສິດທິຜົນ ແລະຮອບດ້ານ. ສອງຝ່າຍໄດ້ດຳເນີນການພົບປະ ແລະແລກປ່ຽນຄະນະຜູ້ແທນທຸກຂັ້ນ, ໂດຍສະເພາະແມ່ນຂັ້ນສູງ. ໃນການຢ້ຽມຢາມຫວຽດນາມ ຂອງທ່ານນາງນາຍົກລັດຖະມົນຕີແຫ່ງສາທາລະນະລັດ ສະຫະພັນເຢຍລະມັນ Angela Merkel (ເດືອນຕຸລາ-2011), ທ່ານນາຍົກລັດຖະມົນຕີ ສອງປະເທດໄດ້ເຊັນຖະແຫຼງການຮ່ວມຮ່າໂນ້ຍ ວ່າດ້ວຍການສ້າງຕັ້ງ ການພົວພັນຄູ່ຮ່ວມມືຍຸດທະສາດ, ໃນນັ້ນວາງອອກເປົ້າໝາຍ ແລະມາດຕະການລະອຽດ ເພື່ອເພີ່ມທະວີການຮ່ວມມືໃນຂົງເຂດບຸລິມະສິດ. ສອງປະເທດໄດ້ສົມທົບກັນຢ່າງແໜ້ນແຟ້ນຢູ່ອົງການຈັດຕັ້ງສາກົນ ແລະກົນໄກຫຼາຍຝ່າຍ, ຄື: ສະຫະປະຊາຊາດ, ຂອບເຂດການຮ່ວມມືອາຊຽນ-ສະຫະພາບເອີລົບ (ອີຢູ)...

leftcenterrightdel
ທ່ານປະທານາທິບໍດີແຫ່ງສາທາລະນະລັດ ສະຫະພັນ ເຢຍລະມັນ Frank-Walter Steinmeier  ແລະພັນລະຍາ Elke Büdenbender. ພາບ: ສຳນັກຂ່າວສານຫວຽດນາມ

ໃນຂະນະທີ່ການຮ່ວມມືໃນຊ່ອງທາງພັກ, ລັດ, ລັດຖະບານ ແລະສະພາແຫ່ງຊາດ ກໍ່ຄືການຮ່ວມມືໃນຂົງເຂດລົງເລິກຂະແໜງການອື່ນ ກໍ່ໄດ້ຊຸກຍູ້ຢ່າງບໍ່ຢຸດຢັ້ງນັ້ນ ການຮ່ວມມືເສດຖະກິດແມ່ນຈຸດພົ້ນເດັ່ນຂອງການພົວພັນຫວຽດນາມ-ເຢຍລະມັນ. ໃນຫຼາຍປີຕໍ່ເນື່ອງ, ເຢຍລະມັນ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງຫວຽດນາມ ໃນ ອີຢູ, ພ້ອມທັງແມ່ນປະຕູສົ່ງຕໍ່ສິນຄ້າສຳຄັນຂອງຫວຽດນາມ ໄປຍັງຕະຫຼາດຕ່າງໆຢູ່ເອີລົບ. ປີ 2023, ຍອດວົງເງິນນຳເຂົ້າ, ສົ່ງອອກລະຫວ່າງສອງປະເທດບັນລຸກວ່າ 11 ຕື້ໂດລາສະຫະລັດ, ໃນນັ້ນຫວຽດນາມ ສົ່ງອອກໄປຍັງ ເຢຍລະມັນ 7,4 ຕື້ໂດລາ ສະຫະລັດ ແລະນຳເຂົ້າ 3,686 ຕື້ໂດລາສະຫະລັດ. ປະຈຸບັນ, ວິສາຫະກິດ ເຢຍລະມັນ ທີ່ເຄື່ອນໄຫວຢູ່ຂົງເຂດຕ່າງໆຂອງຫວຽດນາມ ມີກວ່າ 350 ແຫ່ງ, ຄື: ວັດຖຸອຸປະກອນການແພດ, ໂອໂຕ, ທະນາຄານ, ປະກັນໄພ... ຄິດໄລ່ຮອດເດືອນພຶດສະພາ 2023, ເຢຍລະມັນ ມີ 444 ໂຄງການທີ່ຍັງມີຜົນສັກສິດດ້ວຍຍອດເງິນລົງທຶນຈົດທະບຽນກວ່າ 2,36 ຕື້ໂດລາສະຫະລັດ, ຢືນອັນດັບທີ 4/24 ປະເທດໃນອີຢູ ແລະຢືນອັນດັບທີ 18/143 ປະເທດ ແລະເຂດແຄວ້ນທີ່ລົງທຶນຢູ່ຫວຽດນາມ. ໃນຂະນະນັ້ນ, ບັນດາວິສາຫະກິດຫວຽດນາມ ມີ 11 ໂຄງການລົງທຶນທີ່ຍັງມີຜົນສັກສິດຢູ່ ເຢຍລະມັນ ມີຍອດເງິນລົງທຶນ ແລະຜ່ານການດັດປັບບັນລຸກວ່າ 30,95 ລ້ານໂດລາສະຫະລັດ.

ກ່ຽວກັບການຮ່ວມມືພັດທະນາ, ນັບແຕ່ຊຸມປີ 1990 ຈົນມາຮອດປະຈຸບັນ, ເຢຍລະມັນ ໄດ້ສະໜອງທຶນ ODA ທີ່ມີມູນຄ່າກວ່າ 2 ຕື້ໂດລາສະຫະລັດ, ເພື່ອໜູນຊ່ວຍຫວຽດນາມ ໃນກິດຈະການພັດທະນາເສດຖະກິດ-ສັງຄົມ ແລະເຊື່ອມໂຍງເຂົ້າກັບສາກົນ. ເຢຍລະມັນ ກຳນົດບັນດາບຸລິມະສິດຮ່ວມມືກັບຫວຽດນາມ ໃນຫຼາຍຂົງເຂດ, ຄື: ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ປົກປັກຮັກສາຊັບພະຍາກອນທຳມະຊາດ, ພະລັງງານທົດແທນ ແລະການແພດ. ແຕ່ປີ 2020, ຫວຽດນາມ ໄດ້ຈັດເປັນ "ຄູ່ຮ່ວມມືທົ່ວໂລກ" ໃນຍຸດທະສາດຮ່ວມມືພັດທະນາເຖິງປີ 2030 (BMZ 2030) ຂອງ ເຢຍລະມັນ. ທີ່ການພົບປະຂັ້ນລັດຖະບານກ່ຽວກັບການຮ່ວມມືພັດທະນາຫວຽດນາມ-ເຢຍລະມັນ ແຕ່ວັນທີ 20 ຫາວັນທີ 23 ກໍລະກົດ 2021, ລັດຖະບານ ເຢຍລະມັນ ສືບຕໍ່ໃຫ້ຄຳໝັ້ນສັນຍາສະໜອງທຶນ  ODA ໃຫ້ແກ່ຫວຽດນາມ ທີ່ມີມູນຄ່າ 143,5 ລ້ານເອີໂຣ ໃນໄລຍະ 2022-2023.

ໃນການພັດທະນາລວມຂອງການພົວພັນສອງປະເທດຫວຽດນາມ-ເຢຍລະມັນ, ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໄດ້ຮັບການປັບປຸງ ແລະພັດທະນາຢ່າງບໍ່ຢຸດຢັ້ງ. ກ່ອນການຢ້ຽມຢາມຫວຽດນາມ ຂອງທ່ານນາຍົກລັດຖະມົນຕີແຫ່ງສາທາລະນະລັດ ສະຫະພັນ ເຢຍລະມັນ Olaf Scholz ໃນເດືອນພະຈິກ 2022, ກະຊວງປ້ອງກັນປະເທດຫວຽດນາມ ກັບກະຊວງປ້ອງກັນປະເທດເຢຍລະມັນ ໄດ້ລົງນາມຂໍ້ຕົກລົງຮ່ວມມືດ້ານປ້ອງກັນຊາດສອງຝ່າຍ ພາຍຫຼັງເຈລະຈາມາໄດ້ 10 ປີ. ກ່ຽວກັບການລົງນາມຂໍ້ຕົກລົງສະບັບນີ້ ໄດ້ສ້າງຂີດໝາຍແຫ່ງການພັດທະນາທີ່ສຳຄັນໃນການພົວພັນຮ່ວມມືດ້ານປ້ອງກັນຊາດສອງປະເທດ, ສ້າງກອບຊຸກຍູ້ການຮ່ວມມືໃນບັນດາຂົງເຂດ, ຄື: ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ແບ່ງປັນບັນດາບັນຫາຍຸດທະສາດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ບຳລຸງກໍ່ສ້າງ, ການແພດທະຫານ, ການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ ແລະບັນດາຂົງເຂດອື່ນໆຕາມການເຫັນດີຂອງສອງຝ່າຍ.

ກ່ຽວກັບການສຶກສາ-ກໍ່ສ້າງ, ມີນັກສຶກສາຫວຽດນາມກວ່າ 300 ຄົນໄດ້ຮັບທຶນການສຶກສາໄປຄົ້ນຄວ້າຮ່ຳຮຽນຢູ່ ເຢຍລະມັນ ແລະນັກສຶກສາຫວຽດນາມ ຈຳນວນ 7.500 ຄົນ ທີ່ພວມຮ່ຳຮຽນຢູ່ຕາມມະຫາວິທະຍາໄລຂອງເຢຍລະມັນ. ພິເສດແມ່ນມະຫາວິທະຍາໄລຫວຽດດຶກ ຢູ່ນະຄອນໂຮ່ຈີມິນ, ໄດ້ຖືວ່າແມ່ນໂຄງການ "ປ້ອມປະການ" ຂອງສອງປະເທດ, ແມ່ນການເຄື່ອນໄຫວທີ່ມີປະສິດທິຜົນ, ແມ່ນການປະກອບສ່ວນບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃຫ້ແກ່ຫວຽດນາມ. ມາຮອດປະຈຸບັນ, ຫວຽດນາມ ໄດ້ຈັດສົ່ງຜູ້ອອກແຮງງານຈຳນວນ 2.500 ຄົນໄປບຳລຸງສ້າງ ແລະເປັນພະຍາບານ ຢູ່ເຢຍລະມັນ.

ຄຽງຂ້າງກັນນັ້ນ, ສອງປະເທດຍັງເພີ່ມທະວີການຮ່ວມມືໃນຂົງເຂດຍຸຕິທຳ-ກົດໝາຍ, ວັດທະນະທຳ, ການທ່ອງທ່ຽວ, ວິທະຍາສາດ-ເຕັກໂນໂລຢີ... ເຢຍລະມັນ ພວມໜູນຊ່ວຍຫວຽດນາມ ປະຕິບັດບາງໂຄງການກ່ຽວກັບການອະນຸລັກຮັກສາ, ຟື້ນຟູບັນດາມໍລະດົກວັດທະນະທຳຢູ່ກຸງເກົ່າເຫວ້. ປະຊາຄົມຊາວຫວຽດນາມ ອາໄສຢູ່ ເຢຍລະມັນ ປະມານ 200.000 ຄົນ ໄດ້ຮັບການຕີລາຄາວ່າ ໄດ້ເຊື່ອມຕົວເຂົ້າກັບສັງຄົມປະເທດປະຈຳຖິ່ນຢ່າງເລິກເຊິ່ງກວ້າງຂວາງ, ມີການປະກອບສ່ວນຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ເຢຍລະມັນ ແລະການພົວພັນສອງປະເທດ.

ການຢ້ຽມຢາມທາງລັດຖະກິດຫວຽດນາມ ຂອງທ່ານປະທານາທິບໍດີແຫ່ງ ສາທາລະນະລັດ ສະຫະພັນເຢຍລະມັນ ແລະພັນລະຍາ ໄດ້ພິສູດໃຫ້ເຫັນວ່າ ເຢຍລະມັນ ຖືເປັນສຳຄັນ ແລະປາດຖະໜາຢາກປັບປຸງ, ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດກັບຫວຽດນາມ ກໍ່ຄືຖືເປັນສຳຄັນຕໍ່ຖານະບົດບາດ, ທີ່ຕັ້ງສາກົນຂອງຫວຽດນາມ. ການຢ້ຽມຢາມປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະສ້າງກຳລັງໜູນໃໝ່, ຍູ້ແຮງ, ເຮັດໃຫ້ບັນດາເສົາຄ້ຳຮ່ວມມືລະຫວ່າງສອງປະເທດເລິກເຊິ່ງກວ່າອີກ. ພວກເຮົາເຊື່ອໝັ້ນວ່າ ການຢ້ຽມຢາມຫວຽດນາມ ຂອງທ່ານປະທານາທິບໍດີ Frank-Walter Steinmeier  ແລະພັນລະຍາ ຈະປະສົບຜົນສໍາເລັດຢ່າງຈົບງາມ, ປະກອບສ່ວນເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ເຢຍລະມັນ ເລິກເຊິ່ງຂຶ້ນຕື່ມ, ນຳການພົວພັນສອງປະເທດກ້າວເຂົ້າສູ່ໄລຍະໃໝ່ເພື່ອຜົນປະໂຫຍດລວມຂອງສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາ.

ໂດຍ: ແສງເດືອນ