ສອງປະເທດຫວຽດນາມ ແລະລາວ ບໍ່ພຽງແຕ່ແມ່ນບ້ານໃກ້ເຮືອນຄຽງເທົ່ານັ້ນ ຫາກຍັງເປັນອ້າຍນ້ອງ, ສະຫາຍ. ຮ່ວມດື່ມນໍ້າໃນລໍາແມ່ນໍ້າຂອງ, ຮ່ວມອີງຫຼັງໃສ່ສາຍພູຫຼວງທີ່ໃຫຍ່ໂຕມະໂຫຖານ, ຫວຽດນາມ ແລະລາວ ມີຄວາມສະໜິດຕິດພັນມາແຕ່ດົນນານ ແລະມີມູນເຊື້ອສາມັກຄີ, ຊ່ວຍເຫຼືອ, ອຸ້ມຊູຊ່ວຍເຫຼືອເຊິ່ງກັນ ແລະກັນ. ນັບແຕ່ມີການກໍາເນີດ ແລະການນໍາພາຂອງພັກຄອມມູນິດອິນດູຈີນ, ຕໍ່ມາແມ່ນພັກຄອມມູນິດຫວຽດນາມ ແລະພັກປະຊາຊົນປະຕິວັດລາວ, ສາຍພົວພັນນັ້ນນັບມື້ນັບພັດທະນາ ແລະມີຄຸນນະພາບດີຂຶ້ນ. ປະຊາຊົນສອງປະເທດຫວຽດນາມ-ລາວ ຍາມໃດກໍ່ຄຽງບ່າຄຽງໄຫຼ່, ຮ່ວມທຸກຮ່ວມສຸກນໍາກັນ. ເລືອດເນື້ອຂອງນັກຮົບຫວຽດນາມ ແລະລາວ ໄດ້ຊຶມເຂົ້າສາຍພູຫຼວງ ແລະເຈືອຈານໃສ່ລໍາແມ່ນໍ້າຂອງ, ນໍ້າຕາຂອງບັນດາແມ່ຫວຽດນາມ ແລະລາວ ທີ່ມີລູກເສຍສະຫຼະຊີວິດເຕັມໄປດ້ວຍລົດເຄັມຂົມແຫ່ງຄວາມເຈັບປວດ, ສູນເສຍ. ເຖິງວ່າຈະປະສົບກັບຄວາມຫຍຸ້ງຍາກ ແລະການເສຍສະຫຼະຫຼາຍຢ່າງກໍ່ຕາມ, ແຕ່ພາຍໃຕ້ການນຳພາຂອງສອງພັກ, ກອງທັບ ແລະປະຊາຊົນສອງປະເທດໄດ້ພ້ອມກັນຕໍ່ສູ້ຢ່າງອົງອາດກ້າແກ່ນ, ຍາດເອົາໄຊຊະນະຢ່າງສົມບູນໃຫ້ການປະຕິວັດຂອງແຕ່ລະປະເທດໃນປີ 1975.

leftcenterrightdel
ພາບປະກອບ: ສໍານັກຂ່າວສານຫວຽດນາມ.

ໂດຍສືບທອດມູນເຊື້ອປະຕິວັດອັນສະຫງ່າອົງອາດ, ກ້າວເຂົ້າສູ່ໄລຍະໃໝ່ແຫ່ງການສ້າງສາ ແລະປົກປັກຮັກສາປະເທດຊາດ, ພາຍໃຕ້ແສງສະຫວ່າງເຍືອງທາງຂອງລັດທິມາກ-ເລນິນ ແລະແນວຄິດໂຮ່ຈີມິນ ຢູ່ຫວຽດນາມ; ລັດທິມາກ-ເລນິນ ແລະແນວຄິດໄກສອນ ພົມວິຫານ ຢູ່ລາວ, ສອງພັກ, ສອງລັດ ສືບຕໍ່ຄຽງບ່າຄຽງໄຫຼ່, ສະໜັບສະໜູນ, ຊ່ວຍເຫຼືອອັນໃຫຍ່ຫຼວງ, ລໍ້າຄ່າ, ສຸດອົກສຸດໃຈ, ພ້ອມກັນກໍ່ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ, ເປັນເຈົ້າການເຊື່ອມໂຍງ, ກ້າວຂຶ້ນສັງຄົມນິຍົມ.

ຫວນຄືນໄລຍະປະຫວັດສາດອັນສະຫງ່າອົງອາດເຊິ່ງປະຊາຊົນສອງປະເທດໄດ້ຜ່ານຜ່າ, ພວກເຮົາ ຮູ້ສຶກເອກອ້າງທະນົງໃຈຕໍ່ສາຍພົວພັນທີ່ເປັນແບບຢ່າງ, ບໍລິສຸດຜຸດຜ່ອງ, ສັດຊື່ບໍລິສຸດລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດຫວຽດນາມ-ລາວ. ນໍ້າໃຈສາມັກຄີແບບພິເສດ ຫວຽດນາມ-ລາວ ໂດຍປະທານໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ ແລະປະທານ ສຸພານຸວົງ ເປັນຜູ້ສ້າງຕັ້ງ, ໄດ້ຮັບການທຸ້ມເທເຫື່ອແຮງກໍ່ສ້າງ, ຮັກສາ, ເພີ່ມພູນຄູນສ້າງດ້ວຍເຫື່ອແຮງ ແລະເລືອດເນື້ອຂອງທະຫານ ແລະປະຊາຊົນສອງ ປະເທດ, ໄດ້ກາຍເປັນຊັບສິນລວມອັນລໍ້າຄ່າ, ເປັນກົດເກນແຫ່ງການພັດທະນາ, ແມ່ນປັດໄຈສຳຄັນເພື່ອຮັບປະກັນໄຊຊະນະໃຫ້ພາລະກິດປະຕິວັດຂອງແຕ່ລະປະເທດ ແລະສາຍພົວພັນມີໜຶ່ງບໍ່ມີສອງໃນໂລກ. ບົດຮຽນປະຫວັດສາດຂອງນໍ້າໃຈສາມັກຄີແບບພິເສດຫວຽດນາມ-ລາວ ແມ່ນເສັ້ນແດງຕະຫຼອດໄປໃນວິວັດແຫ່ງການພັດທະນາຂອງສອງພັກ ແລະປະຊາຊົນສອງປະເທດ.

ໃນຊຸມປີມໍ່ໆມານີ້, ພວກເຮົາ ດີໃຈທີ່ເຫັນວ່າ, ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ, ໃນນັ້ນມີຜົນກະທົບທີ່ບໍ່ເຄີຍມີມາກ່ອນຈາກພະຍາດໂຄວິດ-19, ການພົວພັນຮ່ວມມືລະຫວ່າງສອງພັກ, ສອງປະເທດຫວຽດນາມ-ລາວ ສືບຕໍ່ພັດທະນາຢ່າງໝັ້ນແກ່ນ, ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນໃນທຸກຂົງເຂດດ້ວຍຫຼາຍຮູບແບບຮ່ວມມືທີ່ອຸດົມສົມບູນ ແລະຫຼາກຫຼາຍ. ການພົວພັນດ້ານການເມືອງໄດ້ຮັບການປັບປຸງ ແລະຍົກສູງຢ່າງບໍ່ຢຸດຢັ້ງ, ຈາກການພົວພັນມິດຕະພາບທີ່ເປັນມູນເຊື້ອເປັນການພົວພັນມິດຕະພາບອັນຍິ່ງໃຫຍ່, ກຳນົດທິດໃຫ້ບັນດາຂົງເຂດຮ່ວມມືອື່ນໆ. ການຮ່ວມມືໃນບັນດາຂົງເຂດຈາກການຕ່າງປະເທດ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ, ວັດທະນະທຳ, ສັງຄົມ ສືບຕໍ່ໄດ້ຮັບການເພີ່ມທະວີທັງດ້ານປະລິມານ ແລະຄຸນນະພາບ, ນຳມາເຊິ່ງຜົນປະໂຫຍດອັນຈົບງາມໃຫ້ປະຊາຊົນສອງປະເທດ.

ດ້ວຍຄວາມເອກອ້າງທະນົງໃຈ, ພາກພູມໃຈຕໍ່ການພັດທະນາອັນດີງາມຂອງສາຍພົວພັນຫວຽດນາມ-ລາວ, ການຢ້ຽມຢາມຫວຽດນາມ ເປັນທາງການຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ ນັບແຕ່ຮັບດຳລົງຕຳແໜ່ງໃໝ່ສືບຕໍ່ຢັ້ງຢືນນະໂຍບາຍສະເໝີຕົ້ນສະເໝີປາຍຂອງສອງພັກ, ສອງລັດທີ່ຍາມໃດກໍ່ຖືເປັນສຳຄັນ ແລະໃຫ້ບຸລິມະສິດສູງສຸດແກ່ການປັບປຸງ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານຫວຽດນາມ-ລາວ.     

ໃນສະພາບການໂລກພວມຜັນແປຢ່າງສັບສົນດ້ວຍກາລະໂອກາດ ແລະສິ່ງທ້າທາຍຄືປະຈຸບັນ, ສາຍພົວພັນ ຫວຽດນາມ-ລາວ ນັບມື້ນັບມີຄວາມສຳຄັນກວ່າເວລາໃດໝົດ. ສອງພັກ, ສອງລັດ ແລະປະຊາຊົນສອງປະເທດຍາມໃດກໍ່ຕັດສິນໃຈສືບທອດຮຸ່ນພໍ່ຮຸ່ນອ້າຍ, ຮັກສາ ແລະເພີ່ມພູນຄູນສ້າງນໍ້າໃຈສາມັກຄີແບບພິເສດ, ສັດຊື່ບໍລິສຸດ, ບໍລິສຸດຜຸດຜ່ອງລະຫວ່າງຫວຽດນາມ ແລະລາວ ໃຫ້ສວຍສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.

ໂດຍ: ເຈິ່ນຮວ່ຽນ