ຕອນບ່າຍວັນທີ 6 ທັນວາ, ຢູ່ນະຄອນຫຼວງວຽງຈັນ, ລາວ, ກອງປະຊຸມຂັ້ນສູງສະພາແຫ່ງຊາດກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 1 ໄດ້ປິດລົງ.

ກອງປະຊຸມໄດ້ຮັບຮອງເອົາຖະແຫຼງການຮ່ວມວ່າດ້ວຍ “ການເພີ່ມທະວີບົດບາດຂອງລັດຖະສະພາໃນການຊຸກຍູ້ການຮ່ວມມືຮອບດ້ານລະຫວ່າງກຳປູເຈຍ-ລາວ-ຫວຽດນາມ”, ຢັ້ງຢືນຄໍາໝັ້ນສັນຍາຢ່າງແຮງໃນການເປີດກວ້າງ, ເຮັດໃຫ້ການພົວພັນຮ່ວມມື ແລະຄູ່ຮ່ວມມືລັດຖະສະພາໃຫ້ເລິກເຊິ່ງກວ່າອີກເພື່ອແນໃສ່ຮັກສາ, ປົກປັກຮັກສາການຮ່ວມມືຢ່າງແໜ້ນແຟ້ນ, ຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງສະພາແຫ່ງຊາດ 3 ປະເທດ, ຜ່ານນັ້ນຊຸກຍູ້ການຮ່ວມມືໃນຂົງເຂດການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ວັດທະນະທຳ, ເສດຖະກິດ ເພື່ອການພັດທະນາຂອງສາມປະເທດ.

leftcenterrightdel
ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວະ, ປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ ແລະທ່ານປະທານສະພາແຫ່ງຊາດ ກຳປູເຈຍ Samdech Khuon Sudary. ພາບ: ສຳນັກຂ່າວສານຫວຽດນາມ.

ເນື່ອງໃນໂອກາດນີ້, ນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳ ລາວ  ໄດ້ສຳພາດສະຫາຍນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດລາວ ກ່ຽວກັບໝາກຜົນພົ້ນເດັ່ນເຊິ່ງກອງປະຊຸມບັນລຸໄດ້. ຕໍ່ໄປນີ້ແມ່ນເນື້ອໃນການສຳພາດ:

- ຂໍຮຽນສະຫາຍນາງຮອງປະທານສະພາແຫ່ງຊາດ, ສະຫາຍຕີລາຄາຄືແນວໃດກ່ຽວກັບບັນດາຜົນສຳເລັດ ແລະໝາກຜົນພົ້ນເດັ່ນເຊິ່ງກອງປະຊຸມຂັ້ນສູງສະພາແຫ່ງຊາດກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 1 ບັນລຸໄດ້?

ສະຫາຍນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດລາວ: ຜົນສຳເລັດພົ້ນເດັ່ນທີ່ສຸດຂອງກອງປະຊຸມຂັ້ນສູງສະພາແຫ່ງຊາດ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 1 ແມ່ນເລື່ອງປະທານສະພາແຫ່ງຊາດສາມປະເທດໄດ້ພ້ອມກັນເປັນປະທານກອງປະຊຸມ ເປັນຄັ້ງທຳອິດ.

ກ່ອນໜ້ານີ້, ສາມປະເທດມີກົນໄກພົບປະການນຳພັກ ແລະການນຳລັດຖະບານ ເທົ່ານັ້ນ, ນີ່ແມ່ນຄັ້ງທຳອິດປະທານສະພາແຫ່ງຊາດສາມປະເທດໄດ້ປະຊຸມ ແລະມີກົນໄກປະຊຸມຢູ່ຂັ້ນສູງສຸດ, ເພາະສະນັ້ນນີ້ແມ່ນໝາກຜົນພົ້ນເດັ່ນທີ່ສຸດເຊິ່ງກອງປະຊຸມນຳເອົາມາໃຫ້.

ກອງປະຊຸມຂັ້ນສູງສະພາແຫ່ງຊາດສາມປະເທດ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 1 ໄດ້ປະສົບຜົນສຳເລັດຢ່າງຈົບງາມ, ຮັບຮອງເອົາຖະແຫຼງການຮ່ວມວ່າດ້ວຍການເພີ່ມທະວີບົດບາດຂອງລັດຖະສະພາໃນການຊຸກຍູ້ການຮ່ວມມືຮອບດ້ານລະຫວ່າງ ກຳປູເຈຍ-ລາວ-ຫວຽດນາມ.

ທີ່ກອງປະຊຸມຄັ້ງນີ້, ບັນດາຝ່າຍກໍ່ໄດ້ກວດກາຄືນໝາກຜົນການຮ່ວມມືລະຫວ່າງສາມສະພາແຫ່ງຊາດໃນໄລຍະຜ່ານມາ, ພ້ອມທັງຍົກອອກທິດທາງຮ່ວມມືຶໃນໄລຍະຈະມາເຖິງເພື່ອຊຸກຍູ້ການພົວພັນລັດຖະສະພາລະຫວ່າງສາມປະເທດທີ່ທຽບເທົ່າກັບການຮ່ວມມືລະຫວ່າງສາມປະເທດໃນຊ່ອງທາງການຮ່ວມມືພັກ ແລະລັດຖະບານ.

ກອງປະຊຸມໄດ້ຕີລາຄາບັນດາບັນຫາເຊິ່ງບັນດາຝ່າຍເຮັດໄດ້, ເຫັນດີເປັນເອກະພາບຊຸກຍູ້ການຮ່ວມມືໃນບັນດາຂົງເຂດການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ວັດທະນະທຳ, ເສດຖະກິດເພື່ອການພັດທະນາຂອງສາມປະເທດ.

ກອງປະຊຸມກໍ່ປຶກສາຫາລືບັນດາບັນຫາເຊິ່ງບັນດາຝ່າຍຕ້ອງສືບຕໍ່ຮ່ວມມືຶແກ້ໄຂ, ໂດຍສະເພາະແມ່ນບັນຫາກໍ່ສ້າງພື້ນຖານໂຄງລ່າງເຊື່ອມຕໍ່ລະຫວ່າງສາມປະເທດ; ການດຶງດູດການລົງທຶນພາຍໃນ ແລະນອກພາກພື້ນເພື່ອພັດທະນາເຂດສາມຫຼ່ຽມພັດທະນາ, ຊ່ວຍເຂດນີ້ພັດທະນາຢ່າງແທ້ຈິງ, ເພື່ອປະຊາຊົນບໍ່ພຽງແຕ່ມີລາຍຮັບເທົ່ານັ້ນຫາກຍັງມີວຽກເຮັດງານທຳອີກດ້ວຍ; ການດຶງດູດນັກທ່ອງທ່ຽວພາຍໃນ ແລະຕ່າງປະເທດຜ່ານຮູບແບບທ່ອງທ່ຽວລວມ “ 3 ປະເທດ, 1 ຈຸດມາ”, ຖ້າວ່າພື້ນຖານໂຄງລ່າງສະດວກ, ມື້ໜຶ່ງນັກທ່ອງທ່ຽວສາມາດໄປທ່ອງທ່ຽວຢູ່ທັງສາມປະເທດ.

ຂໍຮຽນສະຫາຍນາງ, ຜົນສຳເລັດຂອງກອງປະຊຸມຄັ້ງນີ້ຈະນຳເອົາສິ່ງໃດແດ່ໃຫ້ການຮ່ວມມືລະຫວ່າງສາມສະພາແຫ່ງຊາດເວົ້າສະເພາະ ແລະລະຫວ່າງສາມປະເທດເວົ້າລວມ?

ສະຫາຍນາງຮອງປະທານສະພາແຫ່ງຊາດລາວ ສູນທອນ ໄຊຍະຈັກ: ຂ້າພະເຈົ້າ ຄິດວ່າ ກອງປະຊຸມຂັ້ນສູງສະພາແຫ່ງຊາດກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 1 ໄດ້ປະສົບຜົນສຳເລັດຢ່າງຈົບງາມ.

ທີ່ກອງປະຊຸມ, ການນຳສະພາແຫ່ງຊາດ 3 ປະເທດໄດ້ຮ່ວມມື ແລະແລກປ່ຽນທຸກບັນຫານຳກັນຢ່າງກົງໄປກົງມາ. ສິ່ງສຳຄັນທີ່ສຸດແມ່ນກອງປະຊຸມໄດ້ຮັບຮອງເອົາຖະແຫຼງການຮ່ວມໂດຍປະທານ 3 ສະພາແຫ່ງຊາດລົງນາມ, ສະແດງໃຫ້ເຫັນບັນດາຝ່າຍໄດ້ເຫັນດີເປັນຢ່າງສູງໃນທຸກບັນຫາ.

ໃນອະນາຄົດ, ສາມປະເທດພວກເຮົາໄດ້ຄຽງບ່າຄຽງໄຫຼ່ໃນຫຼາຍທົດສະວັດ, ຮ່ວມກັນຕໍ່ສູ້ຕ້ານສັດຕູໂຕດຽວເພື່ອຍາດເອົາເອກະລາດ ແລະສັນຕິພາບໃຫ້ແຕ່ລະປະເທດ, ເພາະສະນັ້ນ, ໃນສະພາບການທັງສາມປະເທດພວມຊົມໃຊ້ພື້ນຖານສັນຕິພາບ, ມີການພົວພັນແໜ້ນແຟ້ນຄືປະຈຸບັນ, ຂ້າພະເຈົ້າ ຄິດວ່າ ການພົວພັນຮ່ວມມືສະໜິດຕິດພັນລະຫວ່າງປະຊາຊົນ, ກໍ່ຄືຂອງລັດຖະສະພາສາມປະເທດ, ຈະປະກອບສ່ວນເພີ່ມພູນຄູນສ້າງການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສາມປະເທດ ກຳປູເຈຍ-ລາວ-ຫວຽດນາມ, ຊ່ວຍໃຫ້ການພົວພັນນີ້ນັັບມື້ນັບແຕກດອກອອກຜົນໃນໄລຍະໃໝ່.

ສິ່ງນີ້ບໍ່ພຽງແຕ່ຊ່ວຍນຳເອົາມາເຊິ່ງສະຖຽນລະພາບ, ສັນຕິພາບເທົ່ານັ້ນ ຫາກຍັງຊ່ວຍຍົກສູງລາຍຮັບ ແລະປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ຖືກຕາມຄວາມມຸ່ງມາດປາດຖະໜາ ແລະຄວາມມຸ່ງຫວັງຂອງປະຊາຊົນສາມປະເທດ ກຳປູເຈຍ-ລາວ-ຫວຽດນາມ.

ໂດຍ: ແສງເດືອນ