ນັບແຕ່ເມື່ອສ້າງຕັ້ງການພົວພັນປີ 1989, ການນໍາສອງຝ່າຍໄດ້ເອົາໃຈໃສ່ຊຸກຍູ້, ພັດທະນາການຮ່ວມມືໃນຫຼາຍຂົງເຂດລະຫວ່າງຫວຽດນາມ ແລະ WEF, ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມ WEF Davos  ຂັ້ນນາຍົກລັດຖະມົນຕີ 4 ຄັ້ງ (2007, 2010, 2017, 2019); ເຂົ້າຮ່ວມກອງປະຊຸມ WEF ອາຊຽນ ຂັ້ນນາຍົກລັດຖະມົນຕີ (2012, 2013, 2014, 2017) 4 ຄັ້ງ. ການນໍາສອງຝ່າຍກໍ່ຍູ້ແຮງບັນດາການພົບປະ, ແລກປ່ຽນຂັ້ນສູງ, ຊຸກຍູ້ບັນດາໂຄງການຮ່ວມມື. ສອງຝ່າຍໄດ້ລົງນາມ ແລະຜັນຂະຫຍາຍບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມື ຫວຽດນາມ - WEF ໄລຍະ 2023-2026, ສຸມໃສ່ເຂົ້າບັນດາຂົງເຂດບູລິມະສິດລວມມີ: ການຫັນປ່ຽນດີຈີຕອນ, ການເຕີບໂຕສີຂຽວ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ...

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະພັນລະຍາ. ພາບ: baoquocte.vn

ກອງປະຊຸມ WEF Davos 2024  ໄດ້ດໍາເນີນໃນສະພາບການດ້ານການເມືອງ, ເສດຖະກິດ, ຄວາມໝັ້ນຄົງຢູ່ໂລກມີການຜັນແປສັບສົນຫຼາຍຢ່າງ, ຄາດເດົາໄດ້ຍາກ; ເສດຖະກິດທົ່ວໂລກປະສົບກັບຄວາມຫຍຸ້ງຍາກຫຼາຍ; ການປ່ຽນແປງຂອງດິນຟ້າອາກາດ, ການຫັນປ່ຽນພະລັງງານ, ການພັດທະນາໂດຍໄວຂອງປັນຍາປະດິດ (AI) ແລະບັນດາຂະແໜງເຕັກໂນໂລຢີກ້າວໜ້າທີ່ສົ່ງຜົນກະທົບຢ່າງເລິກເຊິ່ງເຖິງການກຳນົດນະໂຍບາຍເສດຖະກິດຂອງ ບັນດາປະເທດ ແລະວິສາຫະກິດ. ໃນສະພາບການດັ່ງກ່າວ, ການເຂົ້າຮ່ວມກອງປະຊຸມ WEF Davos 2024 ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແມ່ນກາລະໂອກາດເພື່ອໃຫ້ຫວຽດນາມ ສົ່ງສານກ່ຽວກັບຜົນງານພັດທະນາຂະຫຍັນຂັນເຄື່ອນ, ການປ່ຽນແປງໃໝ່, ກໍ່ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງໃກ້ຊິດກັບການເຊື່ອມໂຍງສາກົນຢ່າງເລິກເຊິ່ງກວ້າງຂວາງ, ມີປະສິດທິຜົນ; ຍົກສູງອິດທິພົນຊື່ສຽງ ແລະຖານະບົດບາດຂອງຫວຽດນາມ, ຢັ້ງຢືນບົດບາດແມ່ນສະມາຊິກຕັ້ງໜ້າ, ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ.

ປີ 2024, ຫວຽດນາມ ຈະພ້ອມກັບ ຮຸງກາຣີ ແລະໂຮມາເນຍ ສະເຫຼີມສະຫຼອງ 74 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1950-2024). ເກືອບ 3/4 ສະຕະວັດ ຜ່ານມາ, ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ ກັບ ຮຸງກາຣີ ແລະໂຣມາເນຍ ພັດທະນາອັນດີງາມ, ນັບມື້ນັບເຂົ້າສູ່ລວງເລິກຜ່ານການຮັກສາການແລກປ່ຽນຄະນະ ແລະການພົບປະຂັ້ນສູງ, ການສົມທົບກັນ ແລະສະໜັບສະໜູນກັນຢູ່ບັນດາເວທີປາໄສສາກົນ. ການໄປຢ້ຽມຢາມຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຊຸກຍູ້ການຮ່ວມມືຫຼາຍດ້ານລະຫວ່າງບັນດາຝ່າຍ.

ສຳລັບຮຸງກາຣີ, ຫວຽດນາມ ຮັກສາການພົວພັນມິດຕະພາບຢ່າງຕັ້ງໜ້າໃນບັນດາຂົງເຂດ: ການຮ່ວມມືພັດທະນາ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການສຶກສາ-ກໍ່ສ້າງ, ກະສິກຳ, ວັດທະນະທຳ... ປີ 2018, ເນື່ອງໃນໂອກາດຢ້ຽມຢາມ ຮຸງກາຣີ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ສອງປະເທດໄດ້ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຮອບດ້ານ, ນຳ ຮຸງກາຣີ ເປັນຄູ່ຮ່ວມມືຮອບດ້ານທຳອິດຂອງຫວຽດນາມ ຢູ່ເຂດເອີລົບກາງ ແລະເອີລົບຕາເວັນອອກ, ເປີດໄລຍະພັດທະນາໃໝ່ໃນການພົວພັນສອງປະເທດ. ແຕ່ປີ 2020, ວົງເງິນການຄ້າສອງຝ່າຍລື່ນລະດັບກວ່າ 1 ຕື້ໂດລາສະຫະລັດ, ນຳຫວຽດນາມ ກາຍເປັນໜຶ່ງໃນບັນດາຄູ່ຮ່ວມມືໃຫຍ່ທີ່ສຸດຂອງ ຮຸງກາຣີ ຢູ່ອາຊີຕາເວັນອອກສ່ຽງໃຕ້. ໃນພາກພື້ນ ເອີບລົບກາງ ແລະເອີລົບຕາເວັນອອກ, ຮຸງກາຣີ ແມ່ນປະເທດສະໜອງທຶນຊ່ວຍເຫຼືອລ້າ (ODA) ໃຫຍ່ທີ່ສຸດໃຫ້ຫວຽດນາມ ດ້ວຍ 440 ລ້ານເອີໂຣ ແຕ່ປີ 2017-ເພື່ອປະຕິບັດບັນດາໂຄງການໃນຂົງເຂດ: ການແພດ, ການຄຸ້ມຄອງປະຊາກອນ, ການຄຸ້ມຄອງແຫຼ່ງນ້ຳສະອາດ...

ການຢ້ຽມຢາມ ຮຸງກາຣີ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ພ້ອມດ້ວຍພັນລະຍາແມ່ນການເຄື່ອນໄຫວແລກປ່ຽນຄະນະທຳອິດຂັ້ນນາຍົກລັດຖະມົນຕີ ລະຫວ່າງສອງປະເທດໃນ 7 ປີຜ່ານມາ, ມີຄວາມໝາຍສຳຄັນເພື່ອເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ-ຮຸງກາຣີ ເລິກເຊິ່ງກວ່າອີກ, ໂດຍສະເພາະແມ່ນເສດຖະກິດ, ການສຶກສາ-ກໍ່ສ້າງ, ເຕັກໂນໂລຢີສະບຽງອາຫານ. ໃນສະພາບການ ຮຸງກາຣີ ຮັບດຳລົງຕຳແໜ່ງປະທານໝູນວຽນສະຫະພາບເອີລົບ (EU) 6 ເດືອນທ້າຍປີ 2024, ການຢ້ຽມຢາມແມ່ນກາລະໂອກາດເພື່ອໃຫ້ຫວຽດນາມ ເພີ່ມທະວີການສົມທົບກັບ ອີຢູ ໃນບັນຫາພາກພື້ນ ແລະທົ່ວໂລກ, ໂດຍສະເພາະແມ່ນຊຸກຍູ້ການໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນລະຫວ່າງຫວຽດນາມ ແລະອີຢູ (EVIPA).

ໃນການພົວພັນຫວຽດນາມ-ໂຣມາເນຍ, ສອງຝ່າຍໄດ້ແລກປ່ຽນຄະນະທຸກຂັ້ນຢ່າງເປັນປະຈຳ, ນັບທັງຂັ້ນສູງ. ໂຣມາເນຍ ຍາມໃດກໍ່ຢັ້ງຢືນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືແຖວໜ້າຢູ່ອາຊີຕາເວັນອອກສ່ຽງໃຕ້. ເຖິງວ່າຮັບຜົນສະທ້ອນຈາກພະຍາດໂຄວິດ-19 ກໍ່ຕາມ, ວົງເງິນການຄ້າສອງສົ້ນປີ 2022 ບັນລຸກວ່າ 400 ລ້ານໂດລາສະຫະລັດ, ເພີ່ມ 15% ເມື່ອທຽບໃສ່ປີ 2021. ໃນຖານະຕຳແໜ່ງປະທານໝູນວຽນ EU 6 ເດືອນຕົ້ນປີ 2019, ໂຣມາເນຍ ໄດ້ຕັ້ງໜ້າໜູນຊ່ວຍ, ຊຸກຍູ້ການເຊັນສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະອີຢູ (EVFTA)  ແລະແມ່ນໜຶ່ງໃນ 3 ປະເທດສະມາຊິກ ອີຢູ ທຳອິດໃຫ້ສັດຕະຍາບັນ EVFTA. ການຮ່ວມມືສອງຝ່າຍໃນບັນດາຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ວັດທະນະທຳ, ການສຶກສາ- ກໍ່ສ້າງ, ແຮງງານ... ສືບຕໍ່ພັດທະນາຢ່າງຕັ້ງໜ້າ ແລະມີປະສິດທິຜົນ. ໂຣມາເນຍ ແມ່ນປະເທດສະມາຊິກ ອີຢູ ທຳອິດທີ່ໜູນຊ່ວຍວັກຊິນ 300.000 ໂດສ ໃຫ້ ຫວຽດນາມ ເພື່ອຮັບມືກັບພະຍາດໂຄວິດ-19.

ການຢ້ຽມຢາມ ໂຣມາເນຍ ຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແມ່ນການເຄື່ອນໄຫວແລກປ່ຽນຄະນະທຳອິດຂັ້ນນາຍົກລັດຖະມົນຕີລະຫວ່າງສອງປະເທດໃນ 5 ປີຜ່ານມາ, ມີຄວາມໝາຍສຳຄັນເພື່ອເຮັດໃຫ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມ ແລະໂຣມາເນຍ ເລິກເຊິ່ງກວ່າອີກ, ສ້າງກຳລັງໜູນຊຸກຍູ້ການຮ່ວມມືສອງຝ່າຍໃນບັນດາຂົງເຂດທີ່ມີທ່າແຮງຂອງໂຣມາເນຍ ແລະເໝາະສົມກັບຄວາມຕ້ອງການພັດທະນາຂອງຫວຽດນາມ, ຄື: ກະສິກຳ, ເຕັກໂນໂລຢີປຸງແຕ່ງ, ປະດິດສ້າງ, ການແພດ...; ຍູ້ແຮງການຮ່ວມມືດຳເນີນທຸລະກິດ, ດຶງດູດການລົງທຶນໃນຫຼາຍຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ.

ພວກເຮົາເຊື່ອໝັ້ນວ່າ ການຢ້ຽມຢາມ ຮຸງກາຣີ, ໂຣມາເນຍ ຢ່າງເປັນທາງການ ແລະການເຂົ້າຮ່ວມກອງປະຊຸມ WEF Davos 2024 ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ຈະປະສົບຜົນສຳເລັດຢ່າງຈົບງາມ, ປະກອບສ່ວນຍົກສູງອິດທິພົນຊື່ສຽງ, ຖານະບົດບາດຂອງປະເທດ, ເປີດຫຼາຍກາລະໂອກາດ ແລະຄວາມສາມາດບົ່ມຊ້ອນຮ່ວມມືກັບບັນດາພື້ນຖານເສດຖະກິດແຖວໜ້າໂລກ, ພ້ອມທັງປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ນຳການພົວພັນລະຫວ່າງຫວຽດນາມ ກັບ WEF, ຮຸງກາຣີ ແລະໂຣມາເນຍ ໃຫ້ນັບມື້ນັບແທດຈິງ, ມີປະສິດທິຜົນ.

ໂດຍ: ແສງເດືອນ