ໃນສະພາບຄວາມຫຍຸ້ງຍາກທີ່ພາໃຫ້ຫຼາຍພື້ນຖານເສດຖະກິດໃນໂລກຍັງຊະງັກຊັກຊ້າ, ແຕ່ການເຕີບໂຕດ້ານເສດຖະກິດຂອງຫວຽດນາມ ຍັງຮັກສາລະດັບສູງພໍສົມຄວນເມື່ອທຽບໃສ່ຫຼາຍປະເທດຢູ່ພາກພື້ນ ແລະໃນໂລກ. ກິດຈະການກໍ່ສ້າງ, ປັບປຸງພັກສືບຕໍ່ບັນລຸໄດ້ບັນດາຜົນງານສຳຄັນ; ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບໄດ້ຮັບການປັບປຸງ, ເພີ່ມທະວີ ເພື່ອປົກປັກຮັກສາປະເທດຊາດຫວຽດນາມ ສັງຄົມນິຍົມໝັ້ນແກ່ນ. ຫວຽດນາມ ບໍ່ພຽງແຕ່ແມ່ນ “ສະຖານທີ່ສັນຕິພາບ” ເທົ່ານັ້ນ, ຫາກຍັງປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບໂລກ ແລະຄວາມກ້າວໜ້າຂອງມວນມະນຸດອີກດ້ວຍ. ພິເສດ, ບັນດາເຫດການການທູດສຳຄັນທີ່ສຸດໄດ້ດໍາເນີນຢ່າງຕໍ່ເນື່ອງແມ່ນຈຸດພົ້ນເດັ່ນ, ມີລັກສະນະປະຫວັດສາດໃນຊຸມປີຜ່ານມາ, ຍິ່ງຢັ້ງຢືນໃຫ້ເຫັນຖານະບົດບາດ, ອິດທິພົນຊື່ສຽງນັບມື້ນັບສູງຂອງປະເທດເຮົາໃນເວທີສາກົນ.

ບັນດາຜົນງານທີ່ບັນລຸໄດ້ໃນປີ 2023 ມີຄວາມໝາຍໃຫຍ່ຫຼວງທີ່ສຸດ. ນັ້ນແມ່ນຜົນສຳເລັດຈາກການນຳພາອັນສະຫຼາດສ່ອງໃສຂອງພັກ ແລະຈິດໃຈ, ຄວາມສຸດໃຈຕໍ່ການປະຕິວັດຂອງມະຫາຊົນ. ນັ້ນກໍ່ແມ່ນການສືບທອດຜົນງານໃນຕະຫຼອດໄລຍະເກືອບ 40 ປີແຫ່ງການປ່ຽນແປງໃໝ່ປະເທດຊາດ, ເປັນຕົ້ນແມ່ນພາຍຫຼັງ 3 ປີແຫ່ງຄວາມມານະພະຍາຍາມປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ.

leftcenterrightdel
ພາບປະກອບ: nguoihanoi.vn

ກ້າວເຂົ້າສູ່ປີ 2024 ດ້ວຍຫຼາຍເຫດການການເມືອງທີ່ມີຄວາມໝາຍສໍາຄັນຍິ່ງຂອງພັກ, ລັດ ແລະກອງທັບ, ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບຕ້ອງຮ່ວມຈິດຮ່ວມໃຈ, ຕັດສິນໃຈຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ, ກ້າວເຖິງສໍາເລັດເປົ້າໝາຍ, ໜ້າທີ່ທີ່ໄດ້ກຳນົດໄວ້ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ. ໜ້າທີ່ການເມືອງໜັກໜ່ວງທີ່ສຸດ, ຍິ່ງກວ່າເວລາໃດໝົດ, ທົ່ວປວງຊົນທັງຊາດຫວຽດນາມ ຕ້ອງມານະກ້າແກ່ນ, ຫ້າວຫັນແຂ່ງຂັນ, ມານະພະຍາຍາມຍາດເອົາຜົນງານອັນໃຫຍ່ຫຼວງກວ່າອີກໃນປີໃໝ່.

ເສັ້ນທາງໄປເຖິງຜົນສຳເລັດຍັງຫຍຸ້ງຍາກລຳບາກຫຼາຍ, ແຕ່ພວກເຮົາມີພັກອັນສະຫງ່າລາສີເຍືອງທາງ; ມີເຈດຈໍານົງຂອງຊາດວິລະຊົນທີ່ຍາມໃດກໍ່ມຸ່ງຫວັງຢາກໃຫ້ປະເທດເຂັ້ມແຂງແຮງກ້າ, ສະນັ້ນໄຊຊະນະແມ່ນຄວາມຈໍາເປັນຢ່າງເດັດຂາດ!

ພວກເຮົາຍິ່ງໄວ້ເນື້ອເຊື່ອໃຈເມື່ອພັກເຮົາ ໄດ້ຖອດຖອນບົດຮຽນອັນລໍ້າຄ່າຜ່ານເຄິ່ງກວ່າອາຍຸການແຫ່ງການປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIII. ນັ້ນແມ່ນບົດຮຽນກ່ຽວກັບການກໍາແໜ້ນກາລະໂອກາດ, ຜ່ານຜ່າສິ່ງທ້າທາຍ, ສ້າງບັນດາຜົນງານໃໝ່ໃນໄລຍະອັນຫຍຸ້ງຍາກທີ່ສຸດ; ບົດຮຽນເບິ່ງຄວາມຈິງຢ່າງກົງໄປກົງມາ, ຕີລາຄາຖືກກັບຄວາມຈິງ, ກ້າຮັບຮູ້ສິ່ງຂາດຕົກບົກຜ່ອງ, ຄາດຄະເນສະພາບການຢ່າງຖືກຕ້ອງ... ກຳນົດໄລຍະທາງຕໍ່ໜ້າ, ດ້ວຍຂະບວນວິວັດ, ບາດກ້າວເດີນລະມັດລະວັງ, ທຸ່ນທ່ຽງແຕ່ບໍ່ໄດ້ຂາດຄຸນນະທາດ, ບຸກບືນຕົວຂຶ້ນນຳປະເທດຊາດພັດທະນາຢ່າງວ່ອງໄວ ແລະຍືນຍົງ.

ອິດທິ ແລະກໍາລັງຂອງປະເທດໄດ້ຮັບການຢັ້ງຢືນ. ຄຸນສົມບັດ ແລະຄວາມເກັ່ງກ້າສາມາດຂອງພັກໄດ້ຮັບການກວດກາທົດລອງ ແລະຢັ້ງຢືນ. ຄະນະບໍລິຫານງານສູນກາງພັກ ໄດ້ວາງທິດທາງໃຫ້ພາລະກິດປ່ຽນແປງໃໝ່ທັງໃນສະເພາະໜ້າ ແລະໄລຍະຍາວ. ໃນນັ້ນຜົນສໍາເລັດຂອງກອງປະຊຸມສູນກາງທີ່ດໍາເນີນໃນປີ 2023 ເປັນຂີດໝາຍວາງແນວທາງ, ປັບປຸງແຜນພະນັກງານຍຸດທະສາດໃຫ້ອາຍຸການ ຊຸດທີ XIV ຂອງພັກ, ພ້ອມທັງເຕົ້າໂຮມບັນດາປັດໄຈຮັບປະກັນໃຫ້ພາລະກິດປະຕິວັດປະສົບຜົນສຳເລັດ. ສິ່ງດັ່ງກ່າວຮຽກຮ້ອງໃຫ້ປະຊາຊົນທົ່ວປະເທດກວ່າ 99 ລ້ານຄົນຕ້ອງເປັນຈິດໜຶ່ງໃຈດຽວ, ສະມາຊິກພັກ 5,3 ລ້ານກວ່າຄົນຕ້ອງເປັນເອກະພາບກັນ - ຍົກສູງຈິດໃຈແຂ່ງຂັນຮັກຊາດ, ພ້ອມແລ້ວທີ່ຈະອຸທິດສ່ວນ, ສູ້ຊົນກໍ່ສ້າງປະເທດຈະເລີນຮຸ່ງເຮືອງ.

ພ້ອມກັບທົ່ວພັກ, ທົ່ວປວງຊົນ, ປີ 2023, ອົງຄະນະພັກກອງທັບໄດ້ສຸມໃສ່ຊີ້ນຳ, ນຳພາທົ່ວກອງທັບແກ້ໄຂຄວາມຫຍຸ້ງຍາກ, ສໍາເລັດທຸກໜ້າທີ່ດ້ວຍໝາກຜົນສູງກວ່າປີ 2022, ມີຫຼາຍໜ້າທີ່ໄດ້ຮັບຜົນສໍາເລັດຢ່າງຈົບງາມ. ສືບຕໍ່ມູນເຊື້ອກອງທັບປະຊາຊົນຫວຽດນາມ ວິລະຊົນ ດ້ວຍເກືອບ 80 ປີແຫ່ງການສ້າງສາ, ຕໍ່ສູ້ ແລະເຕີບໂຕ, ກ້າວເຂົ້າສູ່ປີ 2024, ພະນັກງານ, ນັກຮົບທົ່ວກອງທັບໃຫ້ຄຳໝັ້ນສັນຍາວ່າ ຈະຈົ່ງຮັກພັກດີ, ສືບຕໍ່ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາປະເທດຊາດ, ຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບເພື່ອພັດທະນາປະເທດຊາດ; ຮັກສາ ແລະເຊີດຊູຊື່ສຽງທະຫານລຸງໂຮ່; ສູ້ຊົນປະຕິບັດສຳເລັດໜ້າທີ່ການເມືອງເຊິ່ງພັກ ແລະປະຊາຊົນໄດ້ມອບໝາຍ; ເປັນເສົາຄໍ້າໃຫ້ຄວາມໃຝ່ຝັນບືນຕົວຂຶ້ນຢ່າງເຂັ້ມແຂງຂອງປະເທດຊາດ.

ຕ້ອນຮັບລະດູບານໃໝ່ - ປີໃໝ່ 2024, ທົ່ວພັກ, ທົ່ວປວງຊົນ ແລະທົ່ວກອງທັບເຮົາ ຮ່ວມແຮງຮ່ວມໃຈຜ່ານຜ່າຄວາມຫຍຸ້ງຍາກ, ບືນຕົວຂຶ້ນສູ່ລະດັບສູງໃໝ່, ຍາດໄດ້ໄຊຊະນະໃໝ່ໃນພາລະກິດປະຕິວັດອັນສະຫງ່າລາສີ!

ໂດຍ: ເຈິ່ນຮວ່ຽນ