ພວກເຮົາຂ້າມຜ່ານປີ 2023 ດ້ວຍຂີດໝາຍພິເສດຫຼາຍຢ່າງ. ມີຄວາມເອກອ້າງທະນົງໃຈ, ເມື່ອຄຸນຄ່າຂອງເຄື່ອງໝາຍການຄ້າແຫ່ງຊາດຂອງຫວຽດນາມ ເພີ່ມຂຶ້ນໜຶ່ງຂັ້ນມາຢູ່ອັນດັບທີ 32 ໃນຈຳນວນ 100 ເຄື່ອງໝາຍການຄ້າແຫ່ງຊາດທີ່ແຂງແຮງໃນໂລກ; ອົງການຈັດອັນດັບຄວາມໄວ້ວາງໃຈ Fitch Ratings ໄດ້ຍົກລະດັບຄວາມໄວ້ວາງໃຈແຫ່ງຊາດໄລຍະຍາວຂອງຫວຽດນາມ ຈາກລະດັບ BB ຂຶ້ນເປັນ BB+ ດ້ວຍແງ່ຫວັງ “ສະຖຽນລະພາບ”, ເປີດກາລະໂອກາດດຶງດູດການລົງທຶນໃຫ້ປີ 2024.

leftcenterrightdel
ພາບປະກອບ: ກະຊວງຖະແຫຼງຂ່າວ ແລະສື່ສານ

ໃນສະພາບເສດຖະກິດມືດມົວໃນທົ່ວໂລກ, ຫວຽດນາມ ໄດ້ກ່າວເຖິງດ້ວຍຕົວເລກ ຄື: ເສດຖະກິດມະຫາພາກມີສະຖຽນລະພາບໂດຍພື້ນຖານ; ໄພເງິນເຟີ້, ໜີ້ສາທາລະນະ, ໜີ້ລັດຖະບານ, ໜີ້ຕ່າງປະເທດ, ລາຍຈ່າຍເກີນລາຍຮັບງົບປະມານໄດ້ຮັບການຄວບຄຸມ; ການດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດແມ່ນໄດ້ຮັບປະກັນ. ການເຕີບໂຕທາງດ້ານເສດຖະກິດໃນປີ 2023 ຄາດຄະເນບັນລຸ 5,05%, ໄດ້ຢູ່ໃນກຸ່ມບັນດາປະເທດທີ່ມີອັດຕາການເຕີບໂຕສູງສຸດຢູ່ພາກພື້ນ ແລະໃນໂລກ; ເປັນຄັ້ງທຳອິດທີ່ GDP ຂອງຫວຽດນາມ ບັນລຸລື່ນກາຍ 400 ຕື້ໂດລາສະຫະລັດ, ຢືນອັນດັບທີ 3 ໃນພາກພື້ນອາຊຽນ ແລະໄດ້ຢູ່ໃນກຸ່ມ 40 ພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກ ແລະ 20 ພື້ນຖານເສດຖະກິດແຖວໜ້າທາງດ້ານການຄ້າ ແລະການລົງທຶນຕ່າງປະເທດ.

ປະເທດຫວຽດນາມ ເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ ແລະເລິກເຊິ່ງ ກວ້າງຂວາງ, ຍົກສູງທີ່ຕັ້ງ ແລະຊື່ສຽງສາກົນຢ່າງບໍ່ຢຸດຢັ້ງ. ຂົງເຂດວັດທະນະທຳ-ສັງຄົມສືບຕໍ່ໄດ້ຮັບຄວາມເອົາໃຈໃສ່, ລົງທຶນພັດທະນາ, ບັນລຸໄດ້ຫຼາຍໝາກຜົນສຳຄັນ, ໄດ້ສະແດງໃຫ້ເຫັນລັກສະນະດີເລີດຂອງລະບອບສັງຄົມນິຍົມ. ໂດຍພື້ນຖານແລ້ວ ພວກຂ້າພະເຈົ້າໄດ້ປະຕິບັດເປົ້າໝາຍ ແລະໜ້າທີ່ຢ່າງມີໄຊ ຄື: ທັງສຸມໃສ່ສະກັດກັ້ນ, ຕ້ານ, ຄວບຄຸມ ແລະແກ້ໄຂຜົນຮ້າຍຢ້ອນຫຼັງຈາກການແຜ່ລະບາດ, ທັງຊຸກຍູ້ການຟື້ນຟູ ແລະພັດທະນາເສດຖະກິດ-ສັງຄົມ.

ມີຜົນສຳເລັດຄືດັ່ງກ່າວໃນສະພາບທີ່ໂລກ ແລະພາກພື້ນມີການຜັນແປ, ຫຼາຍປະເທດພວມປະເຊີນໜ້າກັບສົງຄາມ, ການປະທະກັນ ຫຼື ສິ່ງທ້າທາຍກ່ຽວກັບການຊຸດໂຊມການເຕີບໂຕດ້ານເສດຖະກິດ, ການຄ້າ, ຍິ່ງເປັນການຢືນຢັນລັກສະນະທີ່ຖືກຕ້ອງໃນແນວທາງຂອງພັກ. ພວກເຮົາມີຄວາມເອກອ້າງທະນົງໃຈ ເພາະວ່ານັ້ນແມ່ນບັນດາຜົນງານທີ່ໄດ້ສ້າງຂຶ້ນຈາກກຳລັງແຮງແຫ່ງຄວາມໄວ້ເນື້ອເຊື່ອໃຈ, ຂອງຈິດໃຈສາມັກຄີ, ຂອງຈິດໃຈຮັກຊາດ ຮັກເຊື້ອແພງແນວ, ນ້ຳໃຈເຊີດຊູຊາດຕົນເອງ, ຂອງຄວາມມານະພະຍາຍາມ ແລະຄວາມມຸ່ງມາດປາດຖະໜາອັນໃຫຍ່ຫຼວງຂອງຊາວຫວຽດນາມ ທຸກລຸ້ນຄົນຢູ່ພາຍໃນ ແລະຕ່າງປະເທດ. ຕ້ອນຮັບລະດູບານໃໝ່ ປີມະໂລງ 2024, ຜົນສໍາເລັດນັ້ນພວກເຮົາໄດ້ລາຍງານບັນພະບຸລຸດ. ຈຸດເວລາທີ່ສັກກະລະບູຊານີ້ ໄດ້ເປີດຄວາມໃຝ່ຝັນເຮັດໃຫ້ປະເທດມີຊື່ສຽງດັງກ້ອງ; ກໍາລັງແຮງ ແລະສະຕິປັນຍາຂອງຊາວຫວຽດນາມ ໃນສະໄໝໃໝ່ໄດ້ແຜ່ຂະຫຍາຍ.

ເອກະສານກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກໄດ້ ກໍານົດທິດ: “ຮັກສາ ແລະເສີມຂະຫຍາຍຄຸນຄ່າວັດທະນະທຳ ແລະກຳລັງແຮງຂອງຊາວຫວຽດນາມ ໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ,  ເຊື່ອມໂຍງເຂົ້າກັບສາກົນ”... ທີ່ກອງປະຊຸມສູນກາງຄັ້ງທີ 8 ຊຸດທີ XIII , ທ່ານ ເລຂາທິການໃຫຍ່ ຫງວຽນຝູຈ້ອງ ເນັ້ນໜັກວ່າ “ກໍານົດປັນຍາຊົນຫວຽດນາມ ເປັນແຫຼ່ງກໍາລັງແຮງງານທີ່ມີຄຸນນະພາບສູງ, ເປັນກໍາລັງແຮງງານທີ່ມີຫົວຄິດປະດິດສ້າງ, ມີກຽດສັກສີ ແລະພາລະໜ້າທີ່ນຳໜ້າ, ເຂົ້າຮ່ວມພາລະກິດປ່ຽນແປງໃໝ່ໂດຍກົງ, ອຸທິດຕົນເພື່ອສ້າງສາ ແລະພັດທະນາປະເທດຊາດ". ກ່ຽວກັບການກຳນົດບຸກຄະລາກອນ ເຂົ້າຄະນະບໍລິຫານງານສູນກາງພັກ ອາຍຸການ 2026-2031, ພັກກອມມູນິດຫວຽດນາມ ໄດ້ວາງເປົ້າໝາຍ: “ການກຳນົດພະນັກງານຂັ້ນຍຸດທະສາດແມ່ນວຽກງານສຳຄັນທີ່ສຸດຂອງພັກ ໄດ້ວາງອອກພາຍໃຕ້ການນຳພາຊີ້ນຳໂດຍກົງ ແລະເດັດຂາດຂອງຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການກໍ່ສ້າງຖັນແຖວພະນັກງານຂັ້ນສູງຂອງພັກທີ່ມີເງື່ອນໄຂຄົບຖ້ວນກ່ຽວກັບທາດແທ້ຄຸນສົມບັດ, ກຳລັງຄວາມສາມາດ, ອິດທິພົນຊື່ສຽງ ແລະສົມກັບໜ້າທີ່“...

ຕັ້ງແຕ່ທຳອິດ, ພັກກອມມູນິດໄດ້ກຳນົດເອົາຄົນເຮົາເປັນໃຈກາງຂອງການພັດທະນາ; ຄວບຄຸມກົງລໍ້ຄວາມຄືບໜ້າແມ່ນມະນຸດ; ເປົ້າໝາຍຂອງທຸກຄວາມພະຍາຍາມສູ້ຊົນກໍແມ່ນສະຫງວນໃຫ້ມະນຸດ. ສະນັ້ນ, ທຸກແນວທາງ, ແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະລັດຫວຽດນາມ ຍາມໃດກໍ່ເອົາໃຈໃສ່ການກໍ່ສ້າງ ແລະປັບປຸງຖັນແຖວພະນັກງານ; ຖືເປັນສຳຄັນການນຳໃຊ້ຜູ້ເກັ່ງກ້າ ແລະເສີມຂະຫຍາຍກຳລັງຄວາມສາມາດຂອງຜູ້ມີຄວາມຮູ້, ເກັ່ງກ້າສາມາດ; ເສີມຂະຫຍາຍທາດແທ້ຄຸນສົມບັດ ແລະຄວາມຄາດຫວັງຂອງມະນຸດເຂົ້າໃນພາລະກິດພັດທະນາປະເທດຊາດຢ່າງແຮງ; ຊຸກຍູ້ຄວາມສີວິໄລ ແລະຄວາມກ້າວໜ້າຂອງສັງຄົມ.

ປະເທດຫວຽດນາມ ຜ່ານໄລຍະປະຫວັດສາດ, ຜ່ານຜ່າຄວາມທຸກຍາກລຳບາກ ແລະສະຫງ່າລາສີ ຝຶກຝົນຫຼໍ່ຫຼອມເປັນຊາວຫວຽດນາມ ທີ່ມີຄວາມດຸໝັ່ນຂະຫຍັນພຽນ, ເຂັ້ມແຂງ, ມີຄວາມສາມາດ, ມີນ້ຳໃຈເມດຕາກະລຸນນາ, ຊື່ສັດບໍລິສຸດ... ສັງຄົມໃນປະຈຸບັນ ແລະອະນາຄົດສືບຕໍ່ເພີ່ມພູນຄູນສ້າງໃຫ້ຊາວຫວຽນາມ ຄຸນຄ່າຂອງຍຸກສະໄໝດ້ວຍເຈດຈໍານົງກຸ້ມຕົນເອງ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ມັກຮ່ຳຮຽນ, ມີຈິດໃຈປ່ຽນແປງໃໝ່ປະດິດສ້າງ, ມີໄຫວພິບໃນການຮັບມື ແລະມີຄວາມຮັບຜິດຊອບ. ປີ 2024 ແມ່ນປີບານພັບທີ່ສຳຄັນເພື່ອຊຸກຍູ້ບັນດາແຫຼ່ງກຳລັງຢ່າງແຂງແຮງ ແລະປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກຢ່າງມີໄຊ. ບັນຫາເສີມຂະຫຍາຍກຳລັງແຮງພາຍໃນຂອງປະເທດ ແລະປະຊາຊົນ; ປັບປຸງ, ເພີ່ມພູນຄູນສ້າງ ແລະແຜ່ຂະຫຍາຍຄຸນຄ່າແກ່ນສານຂອງຊາວຫວຽດນາມ; ສ້າງ ເງື່ອນໄຂເພື່ອໃຫ້ຜູ້ມີຄວາມເກັ່ງກ້າສາມາດປະກອບສ່ວນກໍາລັງແຮງເຂົ້າໃນພາລະກິດພັດທະນາປະເທດຢ່າງມີປະສິດທິຜົນ... ແມ່ນບັນດາໜ້າທີ່ສຳຄັນທີ່ທົ່ວພັກທົ່ວປວງຊົນເຮົາຕ້ອງອອກແຮງປະຕິບັດ ແລະຕ້ອງປະຕິບັດໃຫ້ສຳເລັດ.

ລະດູບານໃໝ່ປີມະໂລງ 2024 ເປີດກາລະໂອກາດໃຫ້ປະເທດຊາດ, ຕົ້ນຕໍແມ່ນເປີດໂອກາດໃຫ້ຜູ້ມີຄວາມເກັ່ງກ້າສາມາດ, ມີສະຕິປັນຍາ ແລະຄຸນທາດ,  ມີຄວາມກະຕືລືລົ້ນຢາກສ້າງສາປະເທດຊາດໃຫ້ພັດທະນາ, ຮັ່ງມີເຂັ້ມແຂງ, ຮຸ່ງເຮືອງສິວິໄລ....

ໂດຍ: ທະນາພອນ