ໃນຊຸມມື້ສຸດທ້າຍຂອງປີ 2023 ພວມຄ່ອຍໆຜ່ານພົ້ນໄປນັ້ນໄດ້ນຳເອົາຄວາມຜາສຸກຫຼາຍຢ່າງມາໃຫ້ທັງຫວຽດນາມ ແລະຈີນ - ສອງປະເທດບ້ານໃກ້ເຮືອນຄຽງທີ່ມີຊັບສົມບັດມີຄ່າຮ່ວມກັນນັ້ນແມ່ນນໍ້າໃຈມິດຕະພາບທີ່ເປັນມູນເຊື້ອເຊິ່ງມີມາຕັ້ງແຕ່ດົນນານ. ເຖິງວ່າຈະໄດ້ຮັບຜົນກະທົບຈາກສະພາບການໂລກທີ່ມີການປ່ຽນແປງຢ່າງວ່ອງໄວ ແລະພະຍາດໂຄວິດ-19 ກໍ່ຕາມ, ແຕ່ຈີນ ຍັງບັນລຸໄດ້ຜົນງານທີ່ເປັນປະຫວັດສາດ, ເປັນໜ້າຊົມເຊີຍໃນຫຼາຍຂົງເຂດ. ອິດທິພົນຂອງຈີນ ໃນຫຼາຍບັນຫາສາກົນ ແລະໃນເວທີປາໄສສາກົນຂະໜາດໃຫຍ່ກໍ່ໄດ້ຮັບການຍົກສູງຍ້ອນມີຮູບການພົວພັນການຕ່າງປະເທດທີ່ຫຼາກຫຼາຍ ແລະຂໍ້ລິເລີ່ມທີ່ປະເທດນີ້ໄດ້ຍົກອອກມາ. ພ້ອມກັບການພັດທະນາຂອງຈີນ, ນັບແຕ່ຕົ້ນອາຍຸການກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ມາຮອດປະຈຸບັນ, ຫວຽດນາມ ກໍ່ບັນລຸໄດ້ບັນດາໝາກຜົນສຳຄັນໃນຫຼາຍຂົງເຂດ, ໃນນັ້ນ ມີການພັດທະນາດ້ານເສດຖະກິດ-ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ກໍ່ສ້າງລັດອຳນາດແຫ່ງກົດໝາຍສັງຄົມນິຍົມ, ກໍ່ສ້າງ, ປັບປຸງພັກ; ສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບ, ອິດທິພົນຊື່ສຽງນັບມື້ນັບສູງຂຶ້ນຢູ່ເວທີປາໄສພາກພື້ນ ແລະສາກົນ.

leftcenterrightdel
ພາບປະກອບ: ສໍານັກຂ່າວສານຫວຽດນາມ

ເມື່ອຫວນຄືນວັນທີ 18 ມັງກອນ 1950, ເຊິ່ງແມ່ນຂີດໝາຍສຳຄັນໃນປະຫວັດສາດແຫ່ງການພົວພັນຫວຽດນາມ-ຈີນ. ພາຍຫຼັງສ້າງຕັ້ງຂຶ້ນບໍ່ດົນ, ປະເທດສາທາລະນະລັດ ປະຊາຊົນ ຈີນ ໄດ້ກາຍເປັນປະເທດທຳອິດໃນໂລກທີ່ສ້າງຕັ້ງການພົວພັນທາງການທູດກັບສາທາລະນະລັດ ປະຊາທິປະໄຕຫວຽດນາມ (ປະຈຸບັນແມ່ນສາທາລະນະລັດສັງຄົມນິຍົມຫວຽດນາມ). 73 ປີຜ່ານມາ, ນ້ຳໃຈມິດຕະພາບ ແລະການຮ່ວມມືຍັງແມ່ນກະແສຫຼັກໃນການພົວພັນສອງຝ່າຍຫວຽດນາມ-ຈີນ, ໄດ້ພິສູດໃຫ້ເຫັນດ້ວຍການສະໜັບສະໜູນ, ການຊ່ວຍເຫຼືອອັນລ້ຳຄ່າທີ່ສອງປະເທດສະຫງວນໃຫ້ກັນໃນແຕ່ລະໄລຍະລະອຽດ. ບັນດາຜົນງານອັນໃຫຍ່ຫຼວງທີ່ປະຊາຊົນຫວຽດນາມ ແລະຈີນ ບັນລຸໄດ້ໃນການປ່ຽນແປງໃໝ່, ການປະຕິຮູບເປີດປະຕູພ້ອມກັບການປະກອບສ່ວນຢ່າງມີປະສິດທິຜົນຂອງສອງປະເທດໃນບັນດາບັນຫາສາກົນ ແລະການຮັກສາສັນຕິພາບ, ຄວາມໝັ້ນຄົງຢູ່ພາກພື້ນໃນຊຸມປີມໍ່ໆມານີ້ໄດ້ພິສູດໃຫ້ເຫັນວ່າໂດຍສືບທອດນໍ້າໃຈສັນຕິພາບ ແລະການຮ່ວມມືນັ້ນແມ່ນຄວາມຫວັງຂອງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ.

ບົນພື້ນຖານການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງພັກ, ສອງລັດ ແລະບົນເນື້ອໃນຈິດໃຈ “ທັງເປັນສະຫາຍ ທັງເປັນອ້າຍນ້ອງ”, ໃນຊຸມປີມໍ່ໆມານີ້ການພົວພັນຫວຽດນາມ-ຈີນ ສືບຕໍ່ສະແດງອອກໃຫ້ເຫັນຄວາມສາມັກຄີແບບພິເສດໃນທຸກຂົງເຂດການຮ່ວມມື, ນັບແຕ່ດ້ານການເມືອງ, ການທູດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະການພົບປະແລກປ່ຽນປະຊາຊົນ, ການພົບປະແລກປ່ຽນລະຫວ່າງທ້ອງຖິ່ນຂອງສອງປະເທດ... ນັບແຕ່ເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄປຢ້ຽມຢາມ ສປ ຈີນ ໃນປີ 2022 ເປັນຕົ້ນມາ, ຄວາມສະໜິດຕິດພັນຮອບດ້ານນັ້ນຍິ່ງສະແດງອອກໃຫ້ເຫັນຢ່າງຈະແຈ້ງຜ່ານການເຄື່ອນໄຫວເພີ່ມທະວີ, ເປີດກວ້າງການຮ່ວມມື, ປະກອບສ່ວນເຂົ້າໃນການຊຸກຍູ້ການພັດທະນາຂອງແຕ່ລະປະເທດ ແລະນຳເອົາຜົນປະໂຫຍດທີ່ແທດຈິງມາໃຫ້ປະຊາຊົນສອງປະເທດ.

ປີນີ້, ຫວຽດນາມ ແລະຈີນ ໄດ້ສະເຫຼີມສະຫຼອງ 15 ປີແຫ່ງການຜັນຂະຫຍາຍຂອບເຂດຄູ່ຮ່ວມມືຍຸດທະສາດຮອບດ້ານ (2008-2023) ດ້ວຍຄວາມພາກພູມໃຈ ແລະປິຕິຊົມຊື່ນຕໍ່ບັນດາບາດກ້າວພັດທະນາຢ່າງຕັ້ງໜ້າ ແລະມີຈຸດພົ້ນເດັ່ນໃນຫຼາຍຂົງເຂດ, ກ່ອນອື່ນໝົດແມ່ນການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນ. ປະຈຸບັນ ຈີນ ແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ທີ່ສຸດ, ແມ່ນຕະຫຼາດນຳເຂົ້າໃຫຍ່ທີ 2 ຂອງຫວຽດນາມ, ຢືນອັນດັບທີ 6 ໃນຈຳນວນ 144 ປະເທດ ແລະເຂດແຄວ້ນທີ່ລົງທຶນເຂົ້າຫວຽດນາມ. ໃນຂະນະນັ້ນ, ຫວຽດນາມ ແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ທີ 4 ແລະໃຫຍ່ທີ່ສຸດໃນອາຊຽນຂອງ ຈີນ.

ນີ້ແມ່ນການຢ້ຽມຢາມທາງລັດຖະກິດຫວຽດນາມ ຄັ້ງທີ 3 ຂອງທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິງ. ການຢ້ຽມຢາມໄດ້ຢັ້ງຢືນການຖືເປັນສຳຄັນ, ການໃຫ້ບຸລິມະສິດແຖວໜ້າຂອງສອງປະເທດໃນຄວາມມານະພະຍາຍາມນຳການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ຈີນ ໃຫ້ພັດທະນາຢ່າງໝັ້ນຄົງ, ມີສະຖຽນລະພາບ ແລະຍືນຍົງ. ການຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິງ ໃນການຢ້ຽມຢາມທາງລັດຖະກິດຫວຽດນາມ ຖືວ່າແມ່ນການເຄື່ອນໄຫວພົວພັນຕ່າງປະເທດທີ່ພິເສດສໍາຄັນຂອງພັກ ແລະລັດຫວຽດນາມ, ພ້ອມທັງແມ່ນເຫດການທີ່ມີຄວາມໝາຍສຳຄັນ, ຍາວນານສຳລັບການພົວພັນລະຫວ່າງສອງພັກ, ສອງລັດ.

ຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິງ ແລະພັນລະຍາມາຢ້ຽມຢາມຫວຽດນາມ, ປະຊາຊົນນະຄອນຫຼວງ ກໍ່ຄືປະຊາຊົນທົ່ວປະເທດມີຄວາມຫວັງ ແລະເຊື່ອໝັ້ນວ່າ ການຢ້ຽມຢາມແມ່ນໂອກາດ ເພື່ອໃຫ້ການນຳທຸກຂັ້ນຂອງສອງພັກ, ສອງລັດ ພ້ອມກັນຫວນຄືນໃນໄລຍະທາງ 73 ປີແຫ່ງການພົວພັນບ້ານໃກ້ເຮືອນຄຽງມິດຕະພາບ, ຈາກນັ້ນ ສະເໜີມາດຕະການເພື່ອແນໃສ່ສືບຕໍ່ເພີ່ມທະວີການພົວພັນລະຫວ່າງສອງພັກ, ສອງລັດ, ນຳການພົວພັນສອງຝ່າຍຫວຽດນາມ-ຈີນ ກ້າວເຂົ້າສູ່ລະດູບານໃໝ່ທີ່ມີຄວາມເບີກບານມ່ວນຊື່ນ ແລະບັນລຸໄດ້ບັນດາຜົນງານໃໝ່ຫຼາຍກວ່າເກົ່າ.

ໂດຍ: ເຈິ່ນຮວ່ຽນ