ເຖິງຢ່າງໃດກໍ່ຕາມ, ໃນປີຜ່ານມາ, ຫວຽດນາມ ຍັງສາມາດສ້າງຂີດໝາຍທີ່ພົ້ນເດັ່ນ. ການເຕີບໂຕເສດຖະກິດຂອງຫວຽດນາມ ບັນລຸລະດັບ 5,05% ທົບ 1,68 ເທົ່າ ລະດັບການເຕີບໂຕລວມຂອງເສດຖະກິດໂລກ. ດັດຊະນີຄ່າຊົມໃຊ້ (CPI) ສະເລ່ຍ ໃນປີ 2023 ເພີ່ມຂຶ້ນ 3,25% ເມື່ອທຽບໃສ່ປີ 2022, ໄດ້ຮັບການຄວບຄຸມຢູ່ຕໍ່າກວ່າລະດັບທີ່ສະພາແຫ່ງຊາດວາງອອກ. ລາຍຮັບງົບປະມານແຫ່ງລັດ ລື່ນກາຍລະດັບ 6% ຂອງການຄາດຄະເນທັງປີ; ລາຍຈ່າຍເກີນແຜນງົບປະມານແຫ່ງລັດຢູ່ທີ່ລະດັບ 0,14% GDP, ຕ່ຳກວ່າຄາດໝາຍທີ່ສະພາແຫ່ງຊາດມອບໝາຍແມ່ນ 4,42% GDP. ອາດເວົ້າໄດ້ວ່າ ເສດຖະກິດຫວຽດນາມ ສາມາດຜ່ານຜ່າຈຸດທີ່ຫຍຸ້ງຍາກ, ກາຍເປັນຈຸດພົ້ນເດັ່ນໃນສະພາບເສດຖະກິດທົ່ວໂລກທີ່ໝົ່ນໝອງ.

leftcenterrightdel
ພາບປະກອບ: baochinhphu.vn

ພາຍຫຼັງເຄິ່ງອາຍຸການທີ່ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ, ພື້ນຖານເສດຖະກິດຂອງຫວຽດນາມ ໄດ້ຜ່ານຜ່າໄລຍະທີ່ຫຍຸ້ງຍາກຂອງພະຍາດໂຄວິດ-19 ແຜ່ລະບາດ ແລະໄລຍະຫຼັງໂລກລະບາດໂດຍພື້ນຖານ. ຂອບຂະໜາດ ແລະທ່າແຮງບົ່ມຊ້ອນຂອງເສດຖະກິດໄດ້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການຮັບປະກັນ ແລະໄດ້ຮັບການຍົກສູງຂຶ້ນທັງດ້ານວັດຖຸ ແລະວັດທະນະທໍາທັງດ້ານຈິດໃຈເທື່ອລະກ້າວ. ບົດບາດສຳຄັນຂອງວັດທະນະທຳ, ໂດຍສະເພາະແມ່ນການອະນຸລັກຮັກສາວັດທະນະທຳທີ່ເປັນມູນເຊື້ອອັນດີງາມຂອງຊາດຕໍ່ການພັດທະນາແບບຍືນຍົງຂອງປະເທດຊາດນັບມື້ນັບໄດ້ຮັບການຮັບຮູ້ຢ່າງຈະແຈ້ງ. ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນໄດ້ຮັບການປັບປຸງ ແລະເພີ່ມທະວີ.

ໃນໂລກທີ່ເຕັມໄປດ້ວຍການຂາດຄວາມໝັ້ນຄົງ, ແນວທາງການທູດໄມ້ໄຜ່ທີ່ເລິກເຊິ່ງ ແລະຖືກຕ້ອງໄດ້ຊ່ວຍໃຫ້ຫວຽດນາມ ເພີ່ມທະວີຖານະບົດບາດ, ເພີ່ມກາລະໂອກາດພັດທະນາ, ລົບລ້າງຄວາມສ່ຽງຕ່າງໆ.

ໃນບັນດາຜົນງານລວມຂອງປະເທດ, ມີການປະກອບສ່ວນສຳຄັນຂອງກອງທັບປະຊາຊົນຫວຽດນາມ. ກອງທັບປະຊາຊົນຫວຽດນາມ ຍາມໃດກໍ່ແມ່ນບ່ອນອີງທີ່ໄວ້ເນື້ອເຊື່ອໃຈຂອງພັກ, ລັດ ແລະປະຊາຊົນ. ປີ 2023, ຄະນະພັກການການທະຫານສູນກາງ, ກະຊວງປ້ອງກັນປະເທດ, ຄະນະພັກ, ຜູ້ບັນຊາການທຸກຂັ້ນຍາມໃດກໍ່ຮັກສາຫຼັກການ, ການຊີ້ນຳ ນຳພາ, ຮັກສາລະບອບລະບຽບການກຽມພ້ອມສູ້ຮົບຢ່າງເຂັ້ມງວດ, ກໍາແໜ້ນສະພາບການ, ເປັນເຈົ້າການໃນການເປັນເສນາທິການໃຫ້ແກ່ພັກ ແລະລັດ ເພື່ອແກ້ໄຂກໍລະນີທີ່ເກີດຂຶ້ນຢ່າງທັນການ ແລະມີປະສິດທິຜົນ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບໂດຍບັງເອີນ; ປົກປັກຮັກສາອະທິປະໄຕ ແລະຜືນແຜ່ນດິນໄວ້ໃຫ້ໝັ້ນຄົງ, ຮັກສາສະພາບແວດລ້ອມສັນຕິພາບໄວ້ຢ່າງໝັ້ນຄົງ; ສົມທົບກັນຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍໃນທົ່ວປະເທດ. ມະຕິຂອງສູນກາງພັກຄັ້ງທີ 8 ຊຸດທີ XIII ກ່ຽວກັບຍຸດທະສາດປົກປັກຮັກສາປະເທດຊາດໃນສະພາບການໃໝ່ມີຫຼາຍການຄາດຄະເນຍຸດທະສາດ, ທັດສະນະ ແລະເນື້ອໃນໃໝ່ນັ້ນ, ແມ່ນພື້ນຖານເອກະພາບ ເພື່ອຄວາມຮັບຮູ້ ແລະການກະທໍາໃນການປະຕິບັດໜ້າທີ່ປົກປັກຮັກສາປະເທດຊາດໃນໄລຍະຈະມາເຖິງ.

ກອງທັບປະຊາຊົນຫວຽດນາມ ຍາມໃດກໍ່ຖືເປັນສຳຄັນຕໍ່ການກໍ່ສ້າງອົງຄະນະພັກກອງທັບໃຫ້ໝັ້ນຄົງເຂັ້ມແຂງທາງດ້ານການເມືອງ, ແນວຄິດ, ຄຸນສົມບັດ, ການຈັດຕັ້ງ ແລະພະນັກງານ; ໄດ້ຜັນຂະຫຍາຍດັດປັບການຈັດຕັ້ງກ່ຽວກັບກໍາລັງຢ່າງເຂັ້ມງວດ, ຂ້ຽວຂາດ, ຄົບຊຸດ ແລະມີປະສິດທິຜົນຕາມຄວາມຮຽກຮ້ອງຕ້ອງການກໍ່ສ້າງກອງທັບໃຫ້ຍອດຢ້ຽມ, ກະທັດຮັດ,  ໝັ້ນຄົງເຂັ້ມແຂງຕາມມະຕິຂອງກົມການເມືອງກ່ຽວກັບການຈັດຕັ້ງກອງທັບປະຊາຊົນຫວຽດນາມ ໄລຍະ 2021-2030 ແລະປີຕໍ່ໄປ.

ປີ 2024 ແມ່ນປີບານພັບ, ມີຄວາມສຳຄັນທີ່ສຸດຕໍ່ການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກຢ່າງມີໄຊ. ເຖິງຢ່າງໃດກໍ່ຕາມ, ຄວາມຫຍຸ້ງຍາກ ແລະສິ່ງທ້າທາຍຍັງໃຫຍ່ຫຼວງຢູ່ເມື່ອການຄາດຄະເນການເຕີບໂຕຂອງບັນດາພື້ນຖານເສດຖະກິດແຖວໜ້າໂລກ, ເຊິ່ງເປັນຄູ່ຮ່ວມມືການຄ້າໃຫຍ່ ແລະສຳຄັນຂອງປະເທດຫວຽດນາມ ສືບຕໍ່ຫຼຸດລົງ, ສ້າງຄວາມຫຍຸ້ງຍາກໃຫ້ແກ່ສົ້ນອອກຂອງພື້ນຖານເສດຖະກິດຫວຽດນາມ ເວົ້າລວມ ກໍ່ຄືການເຄື່ອນໄຫວຂອງວິສາຫະກິດເວົ້າສະເພາະ. ສະນັ້ນ, ຕ້ອງສືບຕໍ່ຍູ້ແຮງການປະຕິຮູບດ້ານການບໍລິຫານ, ສຸມໃສ່ແກ້ໄຂຂໍ້ຕິດຂັດ, ສິ່ງກີດຂວາງດ້ານນິຕິກໍາ, ເພີ່ມທະວີການເຂົ້າເຖິງແຫຼ່ງທຶນບຸລິມະສິດ ເພື່ອສ້າງຄວາມສະດວກໃຫ້ແກ່ການຜະລິດ ແລະດຳເນີນທຸລະກິດ...

ກ່ຽວກັບວຽກງານການທະຫານ ແລະປ້ອງກັນຊາດ, ພະນັກງານ, ນັກຮົບທົ່ວກອງທັບຕ້ອງອອກແຮງ, ມານະພະຍາຍາມ ແລະສູ້ຊົນປະຕິບັດມະຕິ, ຄໍາສັ່ງ, ແຜນການທີ່ວາງອອກຢ່າງມີໄຊ. ພິເສດແມ່ນຕ້ອງຊາບຊຶມ ແລະສຸມໃສ່ປະຕິບັດຄຳຊີ້ນໍາອັນເລິກເຊິ່ງຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ເລຂາຄະນະພັກການທະຫານສູນກາງທີ່ກອງປະຊຸມ ຄະນະພັກການທະຫານສູນກາງຄັ້ງທີ 8 ກ່ຽວກັບໜ້າທີ່ການທະຫານ, ການປ້ອງກັນຊາດ ແລະການກໍ່ສ້າງກອງທັບໃນໄລຍະຈະມາເຖິງໃຫ້ເປັນຢ່າງດີ.

ໂດຍມີຄວາມເຊື່ອໝັ້ນວ່າ, ດ້ວຍແນວທາງ, ແຜນນະໂຍບາຍ, ນະໂຍບາຍຊີ້ຂາດອັນຖືກຕ້ອງ, ດ້ວຍຄວາມສາມັກຄີ ເປັນຈິດໜຶ່ງໃຈດຽວກັນ, ຄວາມພະຍາຍາມສູ້ຊົນຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ, ປະເທດຫວຽດນາມ ຍາມໃດກໍ່ຈະພັດທະນາຢ່າງຍືນຍົງໃນທຸກສະພາບການ, ຍາດໄດ້ໄຊຊະນະອັນຍິ່ງໃຫຍ່ກວ່າອີກໃນປີ 2024 ແລະຊຸມປີຕໍ່ໄປ.

ໂດຍ: ທະນາພອນ